Home ຂ່າວພາຍໃນ ມອບ-ຮັບຄໍາສັ່ງປ້ອງກັນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45

ມອບ-ຮັບຄໍາສັ່ງປ້ອງກັນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45

0
72

ໃນວັນທີ 2 ເມສາ 2024 ນີ້, ກະຊວງ ປກສ ໄດ້ຈັດພິທີມອບ-ຮັບຄໍາສັ່ງ ປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ປ່ອຍຂະບວນລົດວິຊາສະເພາະ ສະແດງເຖິງຄວາມພ້ອມໃນດ້ານຕ່າງໆ ເພື່ອກະກຽມປ້ອງກັນກອງປະຊຸມດັ່ງກ່າວ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ໂດຍມີ ທ່ານ ພົອ ວິໄລ ຫລ້າຄໍາຟອງ ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ລັດ ຖະມົນຕີກະຊວງ ປກສ, ມີບັນດາຮອງລັດຖະມົນຕີ, ຄະນະນໍາກະຊວງ, ກົມໃຫຍ່, ຫ້ອງວ່າ ການກະຊວງ, ກອງບັນຊາການ, 3 ວິທະຍາຄານ, ປກສ ນະຄອນຫລວງວຽງຈັນ, ປກສ ແຂວງທົ່ວປະເທດ, ພ້ອມດ້ວຍກ້ອນກໍາລັງວິຊາສະເພາະປ້ອງກັນຄວາມສະຫງົບ ເຂົ້າຮ່ວມ.

ໃນພິທີ, ທ່ານ ພົຈວ ສຸລິນະ ແກ້ວປະເສີດ ຫົວໜ້າຫ້ອງວ່າການກະຊວງ ປກສ ໄດ້ລາຍງານຫຍໍ້ກ່ຽວກັບການກະກຽມປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ເຊິ່ງກອງປະຊຸມຄັ້ງນີ້ ຈະມີຜູ້ເຂົ້າຮ່ວມຈາກບັນດາປະເທດອາຊຽນ, ເພື່ອນມິດສາກົນ ໄດ້ໃຫ້ຄວາມເຊື່ອໜັ້ນໃນທຸກໆດ້ານ ແລະ ຈະມີຜູ້ເຂົ້າຮ່ວມຫລາຍລະດັບ ເປັນຕົ້ນ ແມ່ນປະມຸກລັດ, ປະທານປະ ເທດ, ນາຍົກລັດຖະມົນຕີ, ບັນດາກະຊວງ, ເຈົ້າໜ້າທີ່ອາວຸໂສ ແລະ ວິຊາການຂັ້ນຕ່າງໆທີ່ມາຈາກບັນດາປະເທດອາຊຽນ, ອາຊຽນບວກ ແລະ ຄູ່ເຈລະຈາອາຊຽນ ກາຍເປັນປະຊາຄົມທີ່ມີຄວາມເຂັ້ມແຂງທາງດ້ານການເມືອງ, ເສດຖະກິດ ແລະ ວັດທະນະທໍາສັງຄົມ, ປະຊາຊົນອາ ຊຽນມີຄວາມສົມບູນພູນສຸກ.

ໂອກາດດຽວກັນ, ທ່ານ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ຜ່ານຄໍາສັ່ງ ເພີ່ມທະວີວຽກງານປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 44, 45, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກໍາມະການລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະ ທານອາຊຽນປີ 2024 ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບໃນແຕ່ລະດ້ານໃນການປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 44-45 ປີ 2024 ເພື່ອຮັບປະກັນໃຫ້ປະ ເທດຊາດ ມີຄວາມສະຫງົບທາງດ້ານການເມືຶອງ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ປອດໄພທາງດ້ານສັງຄົມ ໃນໄລຍະກະກຽມ ແລະ ດໍາເນີນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງໃຫ້ມີຄວາມສະຫງົບປອດໄພສູງສຸດ.

ຈາກນັ້ນ, ທ່ານ ພົອ ວິໄລ ຫລ້າຄໍາຟອງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກໍາລັງທຸກເຫລົ່າຮົບທີ່ຕັ້ງໜ້າຝຶກຊ້ອມ ຈົນສາມາດອອກປະຕິບັດເຮັດໜ້າທີ່ ປ້ອງກັນກອງປະຊຸມສຸດຍອດອາຊຽນຄັ້ງທີ 44, 45 ທີ່ຈະເປີດຂຶ້ນໃນມໍ່ໆນີ້, ພ້ອມທັງເນັ້້ນໃຫ້ຄະນະພັກ-ຄະນະບັນຊາ ແລະ ກ້ອນກໍາລັງເຫລົ່າຮົບວິຊາສະເພາະແຕ່ລະສະຫາຍ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນ ທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດຕາມຄາດໜາຍທີ່ໄດ້ວາງໄວ້.

ຂ່າວ: ຈັນສະໝອນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here