Sunday, May 19, 2024
Homeທຸລະກິດກະຊວງ ອຄ ກໍານົດ ການພັດທະນາອຸດສາຫະກໍາ ແລະ ການຜະລິດເປັນສິນຄ້າປະຈໍາປີ 2024

ກະຊວງ ອຄ ກໍານົດ ການພັດທະນາອຸດສາຫະກໍາ ແລະ ການຜະລິດເປັນສິນຄ້າປະຈໍາປີ 2024

ປີ 2024 ກະຊວງອຸດສາຫະກໍາ – ການຄ້າ (ອຄ) ຈະເນັ້ນການສົ່ງເສີມ ແລະ ພັດທະນາອຸດສາຫະກໍາປຸງແຕ່ງ ໃຫ້ເຕີບໂຕມີຄຸນນະພາບຕາມທິດສົມດູນ, ສີຂຽວ ແລະ ຍືນຍົງ ປະຕິບັດແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ປີ 2021-2025 ໂດຍສືບຕໍ່ສຸມໃສ່ຜັນຂະຫຍາຍ 8 ກຸ່ມອຸດສາຫະກໍາທ່າແຮງ ເພື່ອຊຸກຍູ້ສົ່ງເສີມການຜະລິດພາຍໃນໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະສົ່ງເສີມການປຸງແຕ່ງ ເພື່ອທົດແທນການນໍາເຂົ້າ ແລະ ສົງເສີມການສົ່ງອອກໃຫ້ໄດ້ຫຼາຍຂຶ້ນ, ສຸມໃສ່ສົ່ງເສີມ ແລະ ພັດທະນາຜະລິດຕະພັນຫັດຖະກຳ ທີ່ມີທ່າແຮງ ເຊັ່ນ:  ຂະແໜງແຜ່ນແພພື້ນ ເມືອງ, ຂະແໜງໄມ້, ຫວາຍ ແລະ ໄມ້ປ່ອງ, ຂະແໜງເຈ້ຍພື້ນເມືອງ, ຂະແໜງສິລະປະໂລຫະ ແລະ ອະໂລຫະ, ຂະແໜງປັ້ນດິນເຜົາ; ຂະແໜງເຄື່ອງປະດັບ ແລະ ເຄື່ອງເອ້ຍ້ອງ ແລະ  ຂະແໜງອາຫານ ແລະ ເຄື່ອງດີື່ມພື້ນເມືອງ,

ສົ່ງເສີມການຜະລິດຫັດຖະກໍາເຊື່ອມໂຍງກັບການທ່ອງທ່ຽວ: ແມ່ນການນໍາເອົາສິນຄ້າເອກະລັກ, ສິນຄ້າຫັດຖະກຳທີ່ມີຊື່ສຽງ, ສິນຄ້າທີ່ມີຄຸນນະພາບ ຕາມຄວາມຕ້ອງການຂອງຕະຫຼາດ ແລະ ແບບແຜນຂອງຊາວຊ່າງ ແລະ ຫົວໜ່ວຍຫັດຖະກຳເປັນຈຸດຂາຍ ເພື່ອດຶງດູດ ແລະ ປະກອບສ່ວນໃນກິດຈະກໍາການທ່ອງທ່ຽວລາວປີ 2024, ສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ໃນການພັດທະນານິຄົມອຸດສາຫະກໍາທັນສະໄໝ ຕາມແລວເສັ້ນທາງລົດໄຟ ລາວ-ຈີນ ແລະ ແລວເສດຖະກິດອື່ນໆ, ປະຕິບັດເປົ້າໝາຍການເຕີບໂຕສີຂຽວ ແຫ່ງຊາດ ແລະ ນະໂຍບາຍອຸດສາຫະກໍາສີຂຽວ ແລະ ການນໍາໃຊ້ພະລັງງານຢ່າງມີປະສິດທິພາບໃນຂົງເຂດອຸດສາຫະກໍາ ຂອງ ສປປ ລາວ, ປັບປຸງລະບົບສ້າງຖານຂໍ້ມູນ ແລະ ອອກໃບຢັ້ງຢືນດໍາເນີນກິດຈະການໂຮງງານອຸດສາຫະກໍາປຸງແຕ່ງ ແບບເອເລັກໂຕຣນິກ ແລະ ຄົ້ນຄວ້າການສ້າງ ແລະ ພັດທະນານິຄົມອຸດສະຫະກໍາຕາມທ່າແຮງຂອງແຕ່ລະທ້ອງຖິ່ນທີ່ມີ.

ສ່ວນວຽກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ກະຊວງ ອຄ ຈະເລັ່ງສ້າງບົດແນະນໍາ ການນຳໃຊ້ກົດໝາຍວ່າດ້ວຍ ການສົ່ງເສີມ ຈນກ ແລະ ດໍາລັດວ່າດ້ວຍການກໍານົດຂະໜາດ MSME ສະບັບປັບປຸງ; ຜັນຂະຫຍາຍແຜນພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດໜ້ອຍ ແລະ ກາງ 5 ປີ 2021-2025 ໂດຍສຸມໃສ່ຈັດຕັ້ງປະຕິບັດບັນດາ 7 ນະໂຍບາຍ ໃຫ້ເຂົ້າສູ່ລວງເລີກ; ຊຸກຍູ້ ແລະ ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອສ້າງຄວາມເຂັ້ມແຂງຮອບດ້ານໃນການຜະລິດ ແລະ ການບໍລິການ; ປະສານສົມທົບ ແລະ ເຮັດວຽກຮ່ວມກັບກະຊວງການເງິນ ທະນາຄານແຫ່ງ ສປປ ລາວ ເພື່ອຊຸກຍູ້ໃຫ້ມີການສ້າງຕັ້ງບໍລິສັດຄໍ້າປະກັນສິນເຊື່ອ, ຂະຫຍາຍການສ້າງຕັ້ງສູນບໍລິການ MSME ໃຫ້ໄດ້ເພີ່ມອີກ 3 ແຂວງ ແລະ ຈັດຕັ້ງຜັນຂະຫຍາຍດໍາລັດວ່າດ້ວຍກອງທຶນສົ່ງເສີມ ຈນກ ສະບັບປັບປຸງ.

ໂດຍ: ວັນໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments