Saturday, July 27, 2024
Homeຂ່າວພາຍໃນສະພາທະນາຍຄວາມລາວ ປາຖະກະຖາວັນສ້າງຕັ້ງ ຄົບຮອບ 35 ປີ

ສະພາທະນາຍຄວາມລາວ ປາຖະກະຖາວັນສ້າງຕັ້ງ ຄົບຮອບ 35 ປີ

ເມື່ອບໍ່ດົນມານີ້ ທີ່ສະຖາບັນຍຸຕິທໍາແຫ່ງຊາດ ແລະ ຄະນະນິຕິສາດ ແລະ ລັດຖະສາດ ສະພາທະນາຍຄວາມລາວໄດ້ມີພິທີປາຖາກະຖາວັນສ້າງຕັ້ງສະພາທະນາຍຄວາມລາວ ຄົບຮອບ 35 ປີ ແລະ ເຜີຍແຜ່ເອກະສານສໍາຄັນຈໍານວນໜຶ່ງ ເພື່ອໃຫ້ພະນັກງານ-ລັດຖະກອນ, ຄູ-ອາຈານ ພ້ອມດ້ວຍນັກສຶກສາ ໄດ້ຮັບຮູ້ ແລະ ເຂົ້າໃຈປະຫວັດຄວາມເປັນມາຂອງວັນດັ່ງກ່າວໃຫ້ເລິກເຊິ່ງ. ໂດຍການເປັນປະທານຮ່ວມຂອງ ທ່ານ ນີວັນ ສົມແສງດີ ຮອງປະທານສະພາທະນາຍຄວາມລາວ, ທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດ, ທ່ານ ນາງ ທັດສະນະລອນ ສີສຸນົນ ຮອງຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ ນີວັນ ສົມແສງດີ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນສ້າງຕັ້ງສະພາທະນາຍຄວາມລາວ ຕະຫຼອດໄລຍະ 35 ປີຜ່ານມາ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ໃນນັ້ນສະພາທະນາຍຄວາມລາວກໍໄດ້ມີການເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆທາງດ້ານປະລິມານ ແລະ ຄຸນນະພາບ, ສະພາທະນາຍຄວາມແມ່ນການຈັດຕັ້ງທາງສັງຄົມວິຊາຊີບຂອງທະນາຍຄວາມ ທີ່ສ້າງຕັ້ງຂຶ້ນໂດຍບໍ່ຫວັງຜົນກໍາໄລເພື່ອສົ່ງເສີມວິຊາຊີບທະນາຍຄວາມ, ເຕົ້າໂຮມຄວາມສາມັກຄີ ແລະ ປົກປ້ອງກຽດສັກສີ ແລະ ຊື່ສຽງຂອງທະນາຍຄວາມ ແນໃສ່ຮັບປະກັນການໃຫ້ບໍລິການທາງດ້ານກົດໝາຍ ແກ່ສັງຄົມຢ່າງກວ້າງຂວາງ, ຍຸຕິທໍາ ແລະ ມີປະສິດທິພາບ ປະກອບສ່ວນເຂົ້າໃນການສ້າງລັດທີ່ຄຸ້ມຄອງດ້ວຍກົດໝາຍ

ໃນໂອກາດນີ້, ທ່ານ ນີວັນ ສົມແສງດີ ໄດ້ຊີ້ໃຫ້ເຫັນວ່າ ທະນາຍຄວາມແມ່ນບຸກຄົນທີ່ໄດ້ຮັບອະນຸຍາດຈາກກະຊວງຍຸຕິທໍາ ໃຫ້ເຄື່ອນໄຫວວິຊາຊີບທະນາຍຄວາມໃນການໃຫ້ບໍລິການທາງດ້ານກົດໝາຍ ແກ່ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ແລະ ສັງຄົມ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງລູກຄວາມ ທັງຮັບປະກັນຄວາມຍຸຕິທໍາໃຫ້ແກ່ຄູ່ຄວາມ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ຂ່າວ-ພາບ: ໄຊຍະສິດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments