Saturday, July 27, 2024
Homeຂ່າວໜ້າໜຶ່ງຫາລື ປັບປຸງສະພາບແວດລ້ອມການດຳເນີນທຸລະກິດຢູ່ລາວ

ຫາລື ປັບປຸງສະພາບແວດລ້ອມການດຳເນີນທຸລະກິດຢູ່ລາວ

ຂປລ. ກອງປະຊຸມທຸລະກິດລາວ ຄັ້ງທີ 15 ຈັດຂຶ້ນໃນວັນທີ 2 ເມສາ ນີ້ ຢູ່ນະຄອນຫຼວງວຽງຈັນ ເພື່ອປະເມີນຄວາມຄືບໜ້າຂອງການປຶກສາຫາລື ລະຫວ່າງພາກລັດ-ພາກທຸລະກິດ ທີ່ມີເປົ້າໝາຍເພື່ອປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດ ໃນ ສປປ ລາວ ແລະ ກຳນົດຍຸດທະສາດ ສຳລັບປີ 2024-2025 ໂດຍມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີຜູ້ຕາງໜ້າຈາກຂະແໜງການຕ່າງໆຂອງພາກລັດ, ບັນດາຜູ້ປະກອບການລາວ ແລະ ຕ່າງປະເທດ, ບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນຕ່າງໆ ເຂົ້າຮ່ວມ.

ກອງປະຊຸມທຸລະກິດລາວ ຄັ້ງທີ 15 ຖືເປັນບາດກ້າວສຳຄັນ ໃນຄວາມພະຍາຍາມຮ່ວມກັນຂອງພາກລັດ ແລະ ພາກທຸລະກິດ ໃນການສົ່ງເສີມສະພາບແວດລ້ອມ ທີ່ເອື້ອອຳນວຍ ໃຫ້ແກ່ການເຕີບໂຕຂອງພາກທຸລະກິດ ແລະ ເສດຖະກິດ ໃນ ສປປ ລາວ ຊຶ່ງເປົ້າໝາຍຫຼັກຂອງກອງປະຊຸມໃນຄັ້ງນີ້, ເພື່ອທົບທວນໝາກຜົນ ແລະ ຄວາມຄືບໜ້າ ຈາກກອງປະຊຸມທຸລະກິດລາວ ຄັ້ງທີ 14 ແລະ ໃຫ້ການສະໜັບສະໜູນ ການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ເພື່ອລະບຸ ແລະ ແກ້ໄຂບັນຫາສຳຄັນ ທີ່ມີຜົນກະທົບຕໍ່ພາກທຸລະກິດ ໃນປະເທດ.

ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ຍົກໃຫ້ເຫັນສິ່ງທ້າທາຍ ແລະ ສະພາບແວດລ້ອມຄວາມບໍ່ແນ່ນອນຈາກໄພເງິນເຟີ້ທີ່ສູງ, ຄວາມກະແຈກກະຈາຍທາງດ້ານການຄ້າ ແລະ ການລົງ ທຶນ, ຂໍ້ຂັດແຍ່ງທາງດ້ານພູມສາດການເມືອງ. ພ້ອມທັງ ຍົກໃຫ້ເຫັນຄວາມພະຍາຍາມຂອງທຸກພາກສ່ວນ ໃນການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ ໂດຍຜ່ານການກໍານົດມາດຕະການ ແລະ ການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ໃນການປັບປຸງດ້ານຄວາມໂປ່ງໃສ, ຄວາມແນ່ນອນຂອງສະ ພາບແວດລ້ອມດ້ານກົດໝາຍ ແລະ ລະບຽບການ ສໍາລັບພາກທຸລະກິດ. ພ້ອມນີ້, ທ່ານນາຍົກລັດຖະ ມົນຕີ ຍັງຊຸກຍູ້ໃຫ້ທຸກໜ່ວຍງານທີ່ກ່ຽວຂ້ອງຂັ້ນສູນກາງ ຫາທ້ອງຖິ່ນ ໃຫ້ຮ່ວມມືນຳພາກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ເພື່ອລະບຸ ແລະ ກຳຈັດ ອຸປະສັກຕ່າງໆ ທີ່ຕິດພັນກັບການເລີ່ມຕົ້ນທຸລະກິດ. ຢ່າງໃດກໍຕາມ, ລັດຖະບານ ໄດ້ສະໜັບສະໜູນການພັດທະນາຂອງຜູ້ປະກອບການ ໂດຍການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃນການດຳເນີນທຸລະກິດ ລວມທັງສະໜອງການເຂົ້າເຖິງຊັບພະຍາກອນຕ່າງໆ, ແຫຼ່ງທຶນ ແລະ ຕະຫຼາດ, ພ້ອມກັບສະໜອງການຊ່ວຍເຫຼືອ, ປົກປ້ອງດ້ານລະບຽບການ ແລະ ອື່ນໆ.

ຕາມການລາຍງານໃນກອງປະຊຸມ, ເຫັນວ່າ ຈາກ 20 ຂໍ້ສະເໜີ ທີ່ໄດ້ຍົກຂຶ້ນ ຢູ່ກອງປະຊຸມ ທຸ ລະກິດ ຄັ້ງທີ 14 ໃນປີ 2023 ນັ້ນ, ມີ 6 ຂໍ້ສະເໜີ ແມ່ນໄດ້ຮັບການແກ້ໄຂ, ມີ 11 ຂໍ້ສະເໜີ ທີ່ມີຄວາມຄືບໜ້າໃນການແກ້ໄຂ ໃນຂອບເວລາຄັກແນ່. ໃນຂະນະທີ່ ຍັງມີ 3 ຂໍ້ສະເໜີ ທີ່ບໍ່ສາມາດແກ້ໄຂໄດ້ເທື່ອ ເນື່ອງຈາກມີຂໍ້ຈຳກັດທີ່ສົມເຫດສົມຜົນ ຊຶ່ງຈະໄດ້ມີການປຶກສາຫາລືເພີ່ມເຕີມ. ບັນດາຂໍ້ສະເໜີທີ່ໄດ້ຮັບການແກ້ໄຂ ລວມມີການປັບປຸງຂັ້ນຕອນການຂໍອະນຸຍາດດຳເນີນທຸລະກິດ ໃນ 6 ຂະແໜງການຫຼັກ, ການເສີມຂະຫຍາຍການເຂົ້າເຖິງຂອງລະບົບຂໍ້ມູນຂ່າວສານສິນເຊື່ອ ແລະ ການປັບປຸງ ຂັ້ນຕອນການແຈ້ງພາສີ ໃຫ້ສະດວກຍິ່ງຂຶ້ນ ໂດຍຜ່ານລະບົບທັນສະໄໝ. ຜົນສຳເລັດທີ່ພົ້ນເດັ່ນອີກອັນໜຶ່ງແມ່ນການຮັບຮອງໂຄງສ້າງ ແລະ ຂະບວນການປຶກສາຫາລື ພາຍໃຕ້ກົນໄກກອງປະຊຸມທຸລະກິດລາວຢ່າງເປັນທາງການ.

ໃນປີ 2024, ພາກທຸລະກິດ ແລະ ໜ່ວຍງານທີ່ກ່ຽວຂ້ອງຂອງພາກລັດ ໄດ້ຍົກ 13 ຂໍ້ສະເໜີບຸລິມະສິດ ທີ່ມີເປົ້າໝາຍເພື່ອປັບປຸງຂັ້ນຕອນການເລີ່ມຕົ້ນທຸລະກິດ ແລະ ການລົງທຶນ, ອຳນວຍຄວາມສະດວກໃຫ້ແກ່ການຄ້າ, ປັບປຸງນະໂຍບາຍ ແລະ ມາດຕະການສົ່ງເສີມການຜະລິດສິນຄ້າ ແລະ ການບໍລິການ, ການສົ່ງເສີມສະຖຽນລະພາບຂອງຂະແໜງການທະນາຄານ, ການເງິນ, ປັບປຸງຄຸນນະພາບຂອງການສະໜອງ ແລະ ສົ່ງເສີມການພັດທະນາແບບຍືນຍົງຂອງຂະແໜງພະລັງງານໄຟຟ້າ, ປັບປຸງນະໂຍບາຍ, ມາດຕະການສົ່ງເສີມຂະແໜງທ່ອງທ່ຽວ ແລະ ປັບປຸງການເຂົ້າເຖິງແຮງງານຂອງພາກທຸລະກິດ.

ຂ່າວ-ພາບ:ຂປລ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments