Saturday, July 27, 2024
Homeຂ່າວພາຍໃນຊາວໜຸ່ມຕ້ອງເອົາໃຈໃສ່ພັດທະນະຕົນເອງຢ່າງຮອບດ້ານ

ຊາວໜຸ່ມຕ້ອງເອົາໃຈໃສ່ພັດທະນະຕົນເອງຢ່າງຮອບດ້ານ

ເນື່ອງໃນໂອກາດວັນສ້າງຕັ້ງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ (14 ເມສາ 1955-14 ເມສາ 2024) ໃກ້ຈະມາເຖິງນີ້ ທ່ານນາງ ທິບພະສອນ ຫຼວງຊະລາດ ຮອງຫົວໜ້າພະແນກວິທະຍຸ-ໂທລະພາບ ກົມສື່ມວນຊົນໜຸ່ມລາວ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ ) ໄດ້ກ່າວສະແດງທັດສະນະຄວາມຮູ້ສຶກຕໍ່ວັນສຳຄັນດັ່ງກ່າວຜ່ານນັກຂ່າວໜັງສືພິມປະຊາຊົນໃນວັນທີ 2 ເມສານີ້ ວ່າ: ໃນນາມເປັນສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ເຄື່ອນໄຫວໃນອົງການຈັດຕັ້ງມະຫາຊົນ ໂດຍສະເພາະອົງການຈັດຕັ້ງຊາວໜຸ່ມ ເປັນບ່ອນສຶກສາອົບຮົມທາງດ້ານແນວຄິດ ແລະ ເຕົ້າໂຮມຄວາມສາມັກຄີຂອງຊາວໜຸ່ມລາວໃນຂອບເຂດທົ່ວປະເທດ ເພາະຊາວໜຸ່ມເປັນແຂນຂວາຂອງພັກ, ເປັນກະດູກສັນຫຼັງຂອງຊາດ. ພັກປະຊາຊົນ ປະຕິວັດລາວໄດ້ໃຫ້ຄວາມສໍາຄັນ ແລະ ຖືເອົາກໍາລັງແຮງຂອງຊາວໜຸ່ມປະກອບສ່ວນເຂົ້າໃນທຸກໆຂະບວນການທີ່ສໍາຄັນຂອງຊາດ. ສະນັ້ນ, ວັນສ້າງຕັ້ງຊາວໜຸ່ມຈຶ່ງໄດ້ກໍາເນີດຂຶ້ນໃນວັນທີ 14 ເມສາ 1955. ສຳລັບປີນີ້ຄົບຮອບ 69 ປີ, ຄະນະຊາວໜຸ່ມທຸກຂັ້ນໄດ້ສຸມໃສ່ທຸກໜ້າທີ່ການເມືອງຂອງຕົນຢ່າງຕັ້ງໜ້າ ຕາມສິດ ແລະ ໜ້າທີ່ ທີ່ພັກ-ລັດມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ. ນອກນີ້, ພວກເຮົາທີ່ເປັນສະມາຊິກຊາວໜຸ່ມປະຊາຊົນ ປະຕິວັດລາວ ຍັງແມ່ນບຸກຄົນທີ່ມີຄວາມຕື່ນຕົວ, ມີຈິດໃຈອາສາສະໝັກ, ຮັກເຊື້ອແພງຊາດ, ຮັກຄວາມກ້າວໜ້າ ເປັນຜູ້ທີ່ກ້າຄິດ, ກ້າຕັດສິນໃຈເສຍສະຫຼະປະໂຫຍດສ່ວນຕົວເພື່ອຜົນປະໂຫຍດສ່ວນລວມ. ສະນັ້ນ, ເນື່ອງໃນວັນສໍາຄັນດັ່ງກ່າວຂ້າພະເຈົ້າຄິດວ່າມັນເປັນວັນສໍາຄັນທາງດ້ານປະຫວັດສາດທີ່ພວກເຮົາລູກຫຼານບໍ່ອາດຫຼົງລືມໄດ້. ໃນນາມທີ່ເປັນຄົນຮຸ່ນໜຸ່ມຜູ້ສືບທອດພາລະກິດຂອງພັກ-ຂອງຊາດ ຕ້ອງກຽມພ້ອມທຸກໆໜ້າທີ່ຂອງຕົນທີ່ໄດ້ຮັບມອບໝາຍໃຫ້ສົມກັບນາມມະຍົດທີ່ປະທານ ໄກສອນ ພົມວິຫານ ທີ່ຂະໜານນາມໃຫ້ຊາວໜຸ່ມວ່າ: ຊາວໜຸ່ມປຽບເໝືອນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊຂອງຍຸກສະໄໝພວກເຮົາ ແລະ ໃຫ້ສົມກັບຄໍາຂວັນທີ່ປຸກລະດົມຈິດໃຈຂອງຊາວໜຸ່ມທີ່ວ່າ: ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າ ເມືອໃດຊາດຮຽກຮ້ອງຕ້ອງການຊາວໜຸ່ມຂານອາສາ.

ທ່ານນາງ ທິບພະສອນ ຫຼວງຊະລາດ ໄດ້ໃຫ້ຮູ້ຕື່ມອີກວ່າ: ສໍາລັບວຽກງານທີ່ພົ້ນເດັ່ນໃນການ ເຄື່ອນໄຫວໃນໄລຍະ 1 ປີຜ່ານມາຂອງກົມສື່ມວນຊົນໜຸ່ມລາວ ສຊປລ ພວກເຮົາໄດ້ພ້ອມກັນຈັດຕັ້ງປະຕິ ບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າດ້ວຍຄວາມຮັບຜີດຊອບສູງ ເປັນຕົ້ນການໂຄສະນາຜ່ານສື່ວາລະສານ-ໜັງສືພິມ, ວິທະຍຸ-ໂທລະພາບ ແລະ ເຟສບຸກຂອງກົມສື່ມວນຊົນໜຸ່ມລາວ ຊຶ່ງໄລຍະຜ່ານມາພວກເຮົາໄດ້ນໍາເອົາຂ່າວການເຄື່ອນໄຫວຂອງຄະນະນໍາຂັ້ນສູນກາງ, ກະຊວງ, ອົງການຈົນເຖິງຮາກຖານທ້ອງຖິ່ນເຜີຍແຜ່ຂໍ້ມູນຂ່າວສານຂອງຊາວໜຸ່ມ-ເຍົາວະຊົນໃນຂອບເຂດທົ່ວປະເທດອອກສູ່ສັງຄົມ. ນອກນີ້, ສື່ຍັງໂຄສະນາຕີຖອຍທຸກໆປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ເປັນຕົ້ນປະກົດການຫຍໍ້ທໍ້ດ້ານສິ່ງເສບຕິດ ແລະ ອື່ນໆ. ພ້ອມນີ້, ຍັງໄດ້ປະກອບສ່ວນຂະບວນການສິລະປະ-ກິລາ ແລະ ຂະບວນການອອກແຮງງານລວມ ທີ່ຕິດພັນກັບວັນສໍາຄັນຂອງພັກ-ຂອງຊາດ.

ທ່ານນາງ ທິບພະສອນ ຫຼວງຊະລາດ ຍັງຝາກເຖິງຊາວໜຸ່ມ-ເຍົາວະຊົນໃນຂອບເຂດທົ່ວປະເທດໃຫ້ເອົາໃຈໃສ່ພັດທະນະຕົນເອງຢ່າງຮອບດ້ານ ເປັນຕົ້ນຕ້ອງຮຽນຮູ້ພາສາຕ່າງປະເທດ, ຮຽນຮູ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນໜ້າວຽກວິຊາສະເພາະຂອງຕົນເອງຢ່າງປະດິດສ້າງ ຄຽງຄູ່ກັບການພັດທະນາດ້ານເສດ ຖະກິດ-ສັງຄົມ, ຊາວໜຸ່ມຕ້ອງເປັນເຈົ້າການໃນການປຸກລະດົມຈິດໃຈຮັກການຮຽນຮູ້, ຮັກໃນອາຊີບ, ຮັກການອອກແຮງງານ ກໍຄືການຜັນຂະຫຍາຍເອົາຂໍ້ແຂ່ງຂັນຂອງຊາວໜຸ່ມຄື: ບຸກດ້ານແນວຄິດ, ບຸກດ້ານວຽກງານການຈັດຕັ້ງ, ບຸກດ້ານຝຶກຝົນຫຼໍ່ຫຼອມສຶກສາຮໍ່າຮຽນ ແລະ ບຸກດ້ານວິຊາຊີບ ສ້າງວຽກເຮັດງານທໍາຫັນເຂົ້າສູ່ລ່ວງເລິກຂອງໜ້າວຽກຕົວຈິງ ເພື່ອພັດທະນາຕົນເອງໃຫ້ສອດຄ່ອງກັບໜ້າທີ່ວິຊາສະເພາະຂອງຕົນເອງຢ່າງມີປະສິດທິຜົນສູງຂຶ້ນກວ່າເກົ່າ.

ໂດຍ: ວັນເພັງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments