Saturday, July 27, 2024
Homeຂ່າວພາຍໃນປະກາດການຈັດຕັ້ງ ແລະ ສ່ວຍສາອາກອນ ປະຈຳແຂວງຄຳມ່ວນ

ປະກາດການຈັດຕັ້ງ ແລະ ສ່ວຍສາອາກອນ ປະຈຳແຂວງຄຳມ່ວນ

ພິທີປະກາດການຈັດຕັ້ງພາສີ ແລະ ສ່ວຍສາອາກອນ ປະຈຳແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 2 ເມສາ 2024 ໂດຍການເປັນກຽດເຂົ້າຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ມີຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງການເງິນ, ຫົວໜ້າພະແນກການເງິນແຂວງຄຳມ່ວນ, ແຂກຖືກເຊີນ ຕະຫຼອດເຖິງພະນັກງານ-ລັດຖະກອນໃນຂົງເຂດການເງິນເຂົ້າຮ່ວມ.

ໃນພິທີແມ່ນໄດ້ຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງການເງິນ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກງານຮັບໜ້າທີ່ໃໝ່ຢູ່ພາສີ ປະຈຳແຂວງຄຳມ່ວນ ເຊິ່ງໄດ້ຕົກລົງ ແຕ່ງຕັ້ງ ທ່ານ ແກ້ວວຽງທອງ ຈຸນລະມະນີ ຫົວໜ້າຂະແໜງສັງລວມ, ກວດກາ ແລະ ກວດສອບຄືນການແຈ້ງພາສີ ເປັນຮອງຫົວໜ້າພາສີ ປະຈຳແຂວງຄໍາມ່ວນ, ທ່ານ ສີທົນ ຈັນທະວົງ ຮອງຫົວໜ້າຂະແໜງສັງລວມ, ກວດກາ ແລະ ກວດສອບຄືນການແຈ້ງພາສີ ເປັນຫົວໜ້າຂະແໜງ ສັງລວມ, ກວດກາ ແລະ ກວດສອບຄືນການແຈ້ງພາສີ, ທ່ານ ຈັນທະ ອ່ອນສີລິວົງ ຮອງຫົວໜ້າຫ້ອງການພາສີ ປະຈຳເຂດເສດຖະກິດສະເພາະທ່າແຂກ ເປັນຮອງຫົວໜ້າຂະແໜງສັງລວມ, ກວດກາ ແລະ ກວດສອບຄືນການແຈ້ງພາສີ, ທ່ານ ບຸນທະນົງສັກ ເທບພະລັກ ຫົວໜ້າດ່ານພາສີສາກົນ ຂົວມິດຕະພາບ 3 ເປັນຫົວໜ້າດ່ານພາສີສາກົນຂົວມິດຕະພາບ 3 ແລະ ຫ້ອງການເຂດເສດຖະກິດສະເພາະທ່າແຂກ, ທ່ານ ນາງ ກິນນະລີ ທຳມະວົງ ຮອງຫົວໜ້າດ່ານພາສີສາກົນຂົວມິດຕະພາບ 3 ເປັນຮອງຫົວໜ້າດ່ານພາສີສາກົນ ຂົວມິດຕະພາບ 3 ແລະ ຫ້ອງການເຂດເສດຖະກິດສະເພາະທ່າແຂກ, ທ່ານ ບຸນຫຼາຍ ບຸນໄຊ ຮອງຫົວໜ້າດ່ານພາສີສາກົນນາເພົ້າ ເປັນຮອງຫົວໜ້າດ່ານພາສີສາກົນ ຂົວມິດຕະພາບ 3 ແລະ ຫ້ອງການເຂດເສດຖະກິດສະເພາະທ່າແຂກ, ທ່ານ ນາງ ຄຸດພະຈັນ ໄຊຊະນະວົງ ວ່າການແທນ ຫົວໜ້າຫ້ອງການພາສີ ປະຈຳເຂດເສດຖະກິດສະເພາະທ່າແຂກ ເປັນຮອງຫົວໜ້າດ່ານພາສີສາກົນ ຂົວມິດຕະພາບ 3 ແລະ ຫ້ອງການເຂດເສດຖະກິດສະເພາະທ່າແຂກ, ທ່ານ ສຸດອຸທອນ ແກ້ວພິລາໄລ ຮອງຫົວໜ້າຂະແໜງ ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ ກົມພາສີ ເປັນຮອງຫົວໜ້າດ່ານພາສີສາກົນນາເພົ້າ, ທ່ານ ສີສົມພອນ ພວງສຸວັນ ຫົວໜ້າດ່ານພາສີທ້ອງຖິ່ນທ່າແຂກ ເປັນຮອງຫົວໜ້າດ່ານພາສີສາກົນນາເພົ້າ, ທ່ານ ເພັດສະໝອນ ຍົດລືໄຊ ຫົວໜ້າດ່ານພາສີປະເພນີໜອງມ້າ ເປັນຮອງຫົວໜ້າດ່ານພາສີສາກົນນາເພົ້າ, ທ່ານ ປະສົມພອນ ພາລີສອນ ຮອງຫົວໜ້າດ່ານພາສີທ້ອງຖິ່ນທ່າແຂກ ເປັນຫົວໜ້າດ່ານພາສີທ້ອງຖິ່ນທ່າແຂກ, ທ່ານ ສີວົງທອງ ອິນແກ້ວມະນີວົງ ຫົວໜ້າດ່ານພາສີປະເພນີບ້ານດ່ານ ເປັນຮອງຫົວໜ້າດ່ານພາສີທ້ອງຖິ່ນທ່າແຂກ, ທ່ານ ວົງແກ້ວ ຍາບັນດິດ ຮອງຫົວໜ້າຂະແໜງ ສັງລວມ, ກວດກາ ແລະ ກວດສອບຄືນການແຈ້ງພາສີ ເປັນຫົວໜ້າດ່ານພາສີປະເພນີໜອງມ້າ, ທ່ານ ສີຕານ ສີວິໄລ ພະນັກງານວິຊາການ ເປັນຫົວໜ້າດ່ານພາສີປະເພນີບ້ານດ່ານ ແລະ ຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງການເງິນ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າສ່ວຍສາອາກອນປະຈຳແຂວງຄຳມ່ວນ ເຊິ່ງໄດ້ຕົກລົງແຕ່ງຕັ້ງທ່ານ ວາດສະໜາ ເທບພານຸຮັກ ຫົວໜ້າຂະແໜງຄຸ້ມຄອງລາຍຮັບສ່ວຍສາອາກອນ ເປັນຮອງຫົວໜ້າສ່ວຍສາອາກອນ ປະຈຳແຂວງຄຳມ່ວນ.

ໂອກາດນີ້ຍັງໄດ້ຮັບຟັງການໂອ້ລົມຂອງທ່ານຮອງລັດຖະມົນຕີກະຊວງການເງິນ ເຊິ່ງທ່ານໄດ້ກ່າວວ່າ: ການປະກາດແຕ່ງຕັ້ງ ແລະ ຍົກຍ້າຍພະນັກງານ-ລັດຖະກອນ ແມ່ນເປັນວຽກງານທີ່ປົກກະຕິ, ເປັນການປັບປຸງການຈັດຕັ້ງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ທັງເປັນການຍົກລະດັບຄວາມຮັບຜິດຊອບຂອງພະນັກງານທີ່ໄດ້ຮັບຄວາມເຊື່ອໝັ້ນ, ໄວ້ວາງໃຈຈາກການຈັດຕັ້ງໃຫ້ມີຄວາມຮັບຜິດຊອບສູງຂຶ້ນ, ເປັນການຜັດປ່ຽນ, ໝູນວຽນ ສ້າງໃຫ້ພະນັກງານມີຄວາມຊໍານານຫຼາຍໜ້າວຽກ ເພື່ອນຳພາ-ຊີ້ນໍາຈັດຕັ້ງປະຕິບັດວຽກງານໃນຂົງເຂດຄວາມຮັບຜິດຊອບໃຫ້ມີຜົນສຳເລັດໃຫຍ່ຫຼວງຂຶ້ນກວ່າເກົ່າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments