Wednesday, May 15, 2024
Homeສຶກສາພະແນກ ສຶກສາທິການ ແລະກິລາ ແຂວງ ສະຫວັນນະເຂດ ຈັດພິທີສອບເສັງເອົາ ລັດຖະກອນຄູປະຈຳປີ 2024.

ພະແນກ ສຶກສາທິການ ແລະກິລາ ແຂວງ ສະຫວັນນະເຂດ ຈັດພິທີສອບເສັງເອົາ ລັດຖະກອນຄູປະຈຳປີ 2024.

ພະແນກສຶກສາທິການ ແລະ ກິລາແຂວງ ສະຫວັນນະເຂດ,ຈັດພິທີສອບເສັງເອົາລັດຖະກອນຄູໃໝ່ ປະຈຳສົກປີ 2024, ໃນວັນທີ 2 ເມສາ 2024 ນີ້, ທີ່ສູນໂຮງຮຽນປະຖົມສົມບູນຫົວເມືອງ

ເໜືອນະຄອນໄກສອນພົມວິຫານ ແລະ ສະໂມສອນຫ້ອງການສຶກສາທິການ ແລະ ກິລາເມືອງໄຊພູທອງ,ໄຊບູລີ ແຂວງ ສະຫວັນນະເຂດ, ພາຍໃຕ້ການເປັນປະທານຂອງທ່ານ ນາງຫຼິງທອງ ແສງຕາວັນ ຮອງເຈົ້າແຂວງ ສະຫວັນນະເຂດ, ເຂົ້າຮ່ວມມີ ທ່ານ ປອ.ສຸກສົມພອນ ອະໂນໄທ ຫົວໜ້າພະແນກພະແນກສຶກສາທິການ ແລະ ກິລາແຂວງ , ທ່ານ ອິນທະວົງ ມະນີທອງ ຮອງຫົວໜ້າກົມຈັດຕັ້ງ ແລະພະນັກງານ, ກະຊວງສຶກສາທິການ ແລະ ກິລາ, ມີການນໍາຂັ້ນເມືອງ,14ເມືອງ ພ້ອມບັນດາ ທ່ານ ຫົວໜ້າຫ້ອງການສຶກສາທິການ 14 ເມືອງ ແລະ ນະຄອນໄກສອນ ພົມວິຫານ, ພ້ອມດ້ວຍຄະນະຮັບຜິດຊອບການສອບເສັງ ແລະ ຄູອາສາສະໝັກເຂົ້າຮ່ວມ 764 ຄົນ.

ໃນພິທີ ທ່ານ ປອ.ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິິການ ແລະ ກິລາແຂວງ ສະຫວັນນະເຂດໄດ້ໃຫ້ຮູ້ວ່າ: ສົກປີ 2024 ແຂວງ ສະຫວັນນະເຂດ ໄດ້ຮັບໂກຕາ ລັດຖະກອນຄູ

ໃໝ່ທັງໝົດ 46 ຄົນ,ແບ່ງເປັນຄູໂຄງການບິຄວາ 03 ຄົນ,ຄູໂຄງການຝຣັ່ງ01ຄົນ .ການສອບເສັງເອົາ ລັດຖະກອນຄູປະຈຳສົກປີ 2024 ຢູ່ແຂວງສະຫວັນນະເຂດ ປີນີ້, ມີຄູອາສາສະໝັກ ຈາກໂຮງຮຽນອ້ອມຂ້າງແຂວງ ແລະ ຄູຈົບໃໝ່ ຜູ້ທີ່ມີເງື່ອນໄຂ ທີ່ມີໜ້າສອບເສັງຕົວຈິງ 764 ຄົນ, ຍິງ 553 ຄົນ,ການສອບເສັງມີຢູ່ 2 ວິຊາຄື:ຄວາມຮູ້ທົ່ວໄປ ແລະ ວິຊາສະເພາະທີ່ຮຽນຈົບມາ ໂດຍຈະດຳເນີນການສອບເສັງເປັນເວລາ 1 ວັນເຕັມ. ການຈັດສອບເສັງເອົາລັດຖະກອນຄູໃໝ່ ຄັ້ງນີ້ ແມ່ນເປັນການຄັດເລືອກໃຫ້ໄດ້ບຸກຄະລະກອນທີ່ມີຄວາມຮູ້, ຄວາມສາມາດ, ມີພອນສະຫວັນ ແລະ ຮັກມັກອາຊີບຄູແທ້, ເພື່ອບັນຈຸຊັບຊ້ອນເຂົ້າເປັນລັດຖະກອນຄູໃຫ້ຖືກຕ້ອງຕາມເງື່ອນໄຂ ແລະ ເປົ້າໝາຍ, ເປັນການຈັດແບ່ງໂຕເລກໃຫ້ຄູອາສາສະໝັກ ເປັນໄປດ້ວຍຄວາມໂປ່ງໃສ, ບໍລິສຸດຍຸຕິທຳ ແລະ ເຊື່ອຖືໄດ້, ຫຼີກເວັ້ນຫາງສຽງຂອງສັງຄົມ.

ຕ້ອນທ້າຍ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງ ກໍໄດ້ຮຽກຮ້ອງໃຫ້ບັນດາຜູ້ທີ່ເຂົ້າສອບເສັງຈົ່ງສຸມຄວາມຄິດ ຕັ້ງໜ້າຄົ້ນຄວ້າຢ່າງເລິກເຊິ່ງ,ນໍາໃຊ້ຄວາມສາມາດຂອງຕົນເອງ ເພື່ອຍາດເອົາໂຕເລກ ບັນຈຸເຂົ້າເປັນພະນັກງານຄູ ໃຫ້ໄດ້ຕາມຈຸດປະສົງ ປະກອບສ່ວນຮັບໃຊ້ພັກ-ລັດ,ຮັບໃຊ້ສັງຄົມ ແລະ ພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.

(ພາບ-ຂ່າວ: ຄໍາແພງເພັດ ຂັນຕິວົງ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments