Wednesday, May 15, 2024
Homeຂ່າວການເມືອງເຈົ້າແຂວງຄຳມ່ວນຕ້ອນຮັບການເຂົ້າພົບປະຂອງທ່ານຮອງລັດຖະມົນຕີກະຊວງການເງິນ

ເຈົ້າແຂວງຄຳມ່ວນຕ້ອນຮັບການເຂົ້າພົບປະຂອງທ່ານຮອງລັດຖະມົນຕີກະຊວງການເງິນ

ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ໄດ້ຕ້ອນຮັບການເຂົ້າພົບປະ ຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ໃນໂອກາດທີ່ໄດ້ລົງມາເຄື່ອນໄຫວເຮັດວຽກຢູ່ທີ່ແຂວງຄຳມ່ວນ ໃນວັນທີ 2 ເມສາ 2024 ຢູ່ທີ່ຫ້ອງວ່າການແຂວງ ເຊິ່ງທ່ານຮອງລັດຖະມົນຕີກະຊວງການເງິນກໍ່ໄດ້ແຈ້ງຈຸດປະສົງໃນການລົງມາເຄື່ອນໄຫວໃນຄັ້ງນີ້ ກໍ່ເພື່ອເຂົ້າຮ່ວມການປະກາດປັບປຸງການຈັດຕັ້ງ ພາສີ ແລະ ສ່ວຍສາອາກອນແຂວງຄຳມ່ວມ.

ໂອກາດນີ້ ທ່ານເຈົ້າແຂວງຄຳມ່ວນ ກໍ່ໄດ້ກ່າວຕ້ອນຮັບ ພ້ອມທັງສະແດງຄວາມຂອບໃຈມາຍັງທ່ານຮອງລັດຖະມົນຕີກະຊວງການເງິນ ທີ່ໄດ້ເອົາໃຈໃສ່ຊຸກຍູ້, ຕິດຕາມ, ຈັດຕັ້ງ ແລະ ຊັບຊ້ອນພະນັກງານ-ລັດຖະກອນ ເຂົ້າໃນຂົງເຂດວຽກງານການເງິນແຂວງຄຳມ່ວນ ເຊິ່ງຕາງໜ້າໃຫ້ແກ່ການນຳຂອງແຂວງ ແມ່ນມີຄວາມເປັນເອກະພາບ ຕໍ່ການຕົກລົງແຕ່ງຕັ້ງ ແລະ ຊັບຊ້ອນ ພະນັກງານ-ລັດຖະກອນ ຕາມສາຍຕັ້ງຂອງຂົງເຂດການເງິນ ເພື່ອແນໃສ່ເຮັດໃຫ້ລະບົບການຈັດຕັ້ງມີຄວາມໜັກແໜ້ນ, ເຂັ້ມແຂງ ສາມາດນໍາພາ-ຊີ້ນຳ ການຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມໂລ່ງລ່ຽນ ໂດຍສະເພາະການເກັບລາຍຮັບເຂົ້າງົບປະມານໃຫ້ບັນລຸໄດ້ຕາມແຜນການທີ່ວາງໄວ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments