Saturday, July 27, 2024
Homeຂ່າວໜ້າໜຶ່ງຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງເອກອັກຄະລັດຖະທູດ ສ. ອາເມຣິກາ ປະຈຳ ສປປ ລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງເອກອັກຄະລັດຖະທູດ ສ. ອາເມຣິກາ ປະຈຳ ສປປ ລາວ

ໃນຕອນເຊົ້າຂອງວັນທີ 01 ເມສາ 2024, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ແຮັດເຕີ້ ວາເຣຍວາອາ (Heather Roach Variava), ເອກອັກຄະລັດຖະທູດວິສາມັນຜູ້ມີອຳ ນາດເຕັມ ແຫ່ງ ສະຫະລັດ ອາເມຣິກາຄົນໃໝ່ ປະຈໍາສປປ ລາວ.

ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານນາງ ແຮັດເຕີ້ ວາເຣຍວາອາທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ. ອາເມຣິກາ ປະຈຳ ສປປ ລາວ, ທັງສະແດງຄວາມເຊື່ອຫມັ້ນວ່າດ້ວຍປະສົບ ການທາງດ້ານການທູດທີ່ອຸດົມສົມບູນຂອງທ່ານເອກອັກຄະລັດຖະທູດ ຈະເປັນຂົວຕໍ່ເຮັດໃຫ້ສາຍພົວພັນ ແລະ ການຮ່ວມ ລະຫວ່າງ ສປປ ລາວ ແລະ ສ. ອາເມຣິກາ ໄດ້ຮັບການສືບຕໍ່ເພີ່ມທະວີ ແລະ ພັດທະນາຍິ່ງໆຂຶ້ນໃນອະນາຄົດ. ພ້ອມດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການສະໜັບສະໜູນ ຂອງ ສ.ອາເມຣິກາ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ, ໃນຂົງເຂດບູລິມະສິດທີ່ມີເປົ້າໝາຍໃຫ້ການສະໜັບສະໜູນ ແລະ ຮ່ວມມືກັບ ສປປ ລາວ ເພື່ອເຮັດໃຫ້ ສປປ ລາວ ສາມາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ທີ່ຈະມາເຖິງນີ້.

ພ້ອມກັນນີ້, ສອງຝ່າຍໄດ້ຕີລາຄາ ຕໍ່ການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ, ໂດຍສະເພາະ ນັບຕັ້ງແຕ່ສອງປະເທດ ໄດ້ຍົກລະດັບການພົວພັນສອງຝ່າຍເປັນ“ຄູ່ຮ່ວມມືແບບກວມລວມ” ໃນປີ 2016, ໄດ້ກາຍເປັນພື້ນຖານສໍາຄັນໃຫ້ແກ່ການເສີມຂະຫຍາຍການພົວພັນຮ່ວມມືຂອງສອງປະເທດໃຫ້ມີປະສິດທິຜົນ ແລະ ກວ້າງຂວາງຍິ່ງໆຂຶ້ນ,ເປັນຕົ້ນໃນຂົງເຂດວຽກງານດ້ານມະນຸດສະທຳ ຄື: ການຊອກຫາສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ ສປປ ລາວ (MIA) ແລະ ວຽກງານການເກັບກູ້ ແລະ ທໍາລາຍລະເບີດທີ່ບໍ່ທັນແຕກໃນປາງສົງ ຄາມຢູ່ ສປປ ລາວ (UXO), ລວມເຖິງໃນຂົງເຂດສາທາລະນະສຸກ, ວຽກງານປາບ ປາມຢາເສບຕິດ ແລະ ບັງຄັບໃຊ້ກົດໝາຍ, ການຄ້າ-ການລົງທຶນ, ການສຶກສາ ແລະ ຂອບການຮ່ວມມືທີ່ສໍາຄັນອື່ນໆ.ພ້ອມນີ້, ທັງສອງຝ່າຍ ໄດ້ປຶກສາຫາລືກ່ຽວກັບການຈັດກິດຈະກຳຮ່ວມກັນເພື່ອສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດໃນປີ 2025 ແລະ ການຄົບຮອບ 10 ປີແຫ່ງການເປັນຄູ່ຮ່ວມມືແບບກວມລວມໃນປີ 2026.

ໃນໂອກາດດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນປະຈຸບັນ ແລະ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍເນັ້ນການສົ່ງເສີມການເຊື່ອມຕໍ່ພາກພື້ນ ແລະ ສ້າງຄວາມເຂັ້ມແຂງແກ່ອາຊຽນ, ບົນພື້ນຖານບູລິມະສິດຂອງ ສປປ ລາວ ໄດ້ກໍານົດໄວ້.

ໃນຂະນະດຽວກັນ, ທ່ານເອກອັກຄະລັດຖະທູດ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ສະແດງຄວາມປິຕິຍິນດີທີ່ໄດ້ຖືກແຕ່ງຕັ້ງໃຫ້ມາປະຕິບັດໜ້າທີ່ຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມທັງຢືນຢັນ ຈະສຸມທຸກກຳລັງແຮງຂອງຕົນ ປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສ. ອາເມຣິກາ ແລະ ສປປ ລາວໃຫ້ຫຼາຍຂຶ້ນໃນຕໍ່ຫນ້າ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ໂດຍສະເພາະ ຈະສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ນີ້ ໃຫ້ປະສົມຜົນສໍາເລັດຕາມລະດັບຄາດໝາຍ.

ທີ່ມາ: ກົມການຂ່າວ, ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments