Saturday, July 27, 2024
Homeຂ່າວພາຍໃນມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ໃບຍ້ອງຍໍພະນັກງານ-ລັດຖະກອນ ປະຈໍາປີ 2023

ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ໃບຍ້ອງຍໍພະນັກງານ-ລັດຖະກອນ ປະຈໍາປີ 2023

ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດພິທີມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ແກ່ 12 ໜ່ວຍພັກ ແລະ 2 ຄະນະພັກຮາກຖານ (ຈໍານວນ 16 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ) ລວມທັງໝົດ 28 ໜ່ວຍພັກ ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຫຼັງຈາກນັ້ນ ກໍໄດ້ມີພິທີມອບ-ຮັບໃບຍ້ອງຍໍໃຫ້ແກ່ ພະນັກງານ-ລັດຖະກອນ ປະຈໍາປີ 2023 ຈາກນັ້ນ ກອງປະຊຸມ ກໍໄດ້ມີການສາຍຮູບເງົາ ມູນເຊື້ອປະຫວັດສາດສໍາຄັນ ຂອງພັກ-ຂອງຊາດ ເພື່ອເປັນການທົບທວນຄືນມູນເຊື້ອ ແລະ ໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ ໂດຍພາຍໃຕ້ການນໍາພາ-ຊີ້ນໍາ ຂອງ ພັກປະຊາຊົນປະຕິວັດລາວ ເປັນຕົ້ນແມ່ນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ (22 ມີນາ 1955-22 ມີນາ 2024) ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ (21/03/1946-21/03/2024).

ພິທີດັ່ງກ່າວ ຈັດຂຶ້ນວັນທີ 29 ມີນາ 2024 ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ພາຍໃຕ້ການເປັນປະທານໂດຍທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີຄະນະປະຈໍາພັກ ຄະນະພັກ ຄະນະກົມ ຄະນະພະແນກ ສະມາຊິກພັກສົມບູນ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments