Wednesday, May 15, 2024
Homeຂ່າວການເມືອງຮອງເຈົ້າຄອງນະຄອນຫຼວງວຽງຈັນຕ້ອນຮັບຄະນະຜູ້ແທນແຂວງຊິງໄຫ ສປ ຈີນ

ຮອງເຈົ້າຄອງນະຄອນຫຼວງວຽງຈັນຕ້ອນຮັບຄະນະຜູ້ແທນແຂວງຊິງໄຫ ສປ ຈີນ

ຄະນະຜູ້ແທນແຂວງຊິງໄຫ ສປ ຈີນ ນໍາໂດຍ ທ່ານ ຢາງ ສຽງມິນ ຮອງຫົວໜ້າພະ ແນກການຄ້າ ແຂວງຊິງໄຫ ສປ ຈີນ ໄດ້ເຂົ້າຢ້ຽມຄໍານັບ ທ່ານ ສິລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ໃນວັນທີ 29 ມີນາ 2024 ທີ່ຫ້ອງວ່າການປົກຄອງ ນະຄອນຫຼວງວຽງຈັນ (ນວ) ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ກໍຄື ນະຄອນຫຼວງວຽງຈັນ.

ທ່ານ ສິລິລາດທົງສິນ ທອງເພັງ ໄດ້ແຈ້ງສະພາບການລົງທຶນຢູ່ ນວ ຕໍ່ບັນດາທ່ານຊາບວ່າ: ນວ ພວກເຮົາ ມີເຂດເສດຖະກິດພິເສດ 5 ແຫ່ງ ຄື:ເຂດພັດທະນາກວມລວມໄຊເສດຖາ ເຂດເສດຖະກິດພິເສດບຶງທາດຫຼວງ ເຂດເສດຖະກິດພິເສດດົງໂພສີ ເຂດນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ-ໂນນທອງ ເຂດເສດຖະກິດພິເສດ ລ່ອງແທ່ງວຽງຈັນ ເຊິ່ງມີມູນຄ່າການລົງທຶນລວມ ຈໍານວນ 1,3 ຕື້ໂດລາສະຫະລັດ ໂດຍມີການລົງທຶນຈາກ 8 ປະເທດ ສ່ວນໃຫຍ່ກໍເປັນນັກລົງທຶນຈາກ ສປ ຈີນ ພ້ອມດຽວກັນນັ້ນ ເຮົາກໍມີເຂດວຽງຈັນໂລຊິດຕິກ ທີ່ເປັນສູນການຈະລາຈອນສິນຄ້າ ເພື່ອຮອງຮັບກັບການເປີດການນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ.

ພ້ອມນັ້ນທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ ຍັງໄດ້ສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ຜ່ານທ່ານ ໄປຍັງຄະນະນໍາແຂວງຊິງໄຫ ດ້ວຍອວຍພອນໃຫ້ສາຍພົວພັນມິດຕະພາບຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືແບບເພື່ອນມິດຍຸດທະ ສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມຈິດໃຈ 4 ດີ ລາວ-ຈີນ ຈີນ-ລາວ ແບບຄູ່ຮ່ວມຊາຕາກໍາສັງຄົມນິຍົມດຽວກັນ ກໍຄື ນວ ແລະ ແຂວງຊິງໄຫ ຈົ່ງນັບມື້ໄດ້ຮັບການພັດທະນາ ແລະ ເກີດໝາກຜົນຕົວຈິງຂຶ້ນຢ່າງບໍ່ຢຸດຢັ້ງ.

ສໍາລັບຈຸດພິເສດຂອງແຂວງຊິງໄຫ ເປັນແຂວງໜຶ່ງຂອງ ສປ ຈີນ ຕັ້ງຢູ່ທິດຕາເວັນຕົກຂອງປະເທດ ໃກ້ກັບ ເຂດປົກຄອງຕົນເອງທິເບດ ແລະ ແຂວງຊິນຈຽງ ມີເນື້ອທີ່ 722.300 ກິໂລຕາແມັດ ສູງກວ່າລະດັບນໍ້າທະເລປະມານ 22.000 ແມັດ ອຸນຫະພູມ ສະເລ່ຍ -5 ຫຼື 1-9 ອົງສາຕໍ່ປີ ປະກອບມີ 2 ນະຄອນ 6 ກິ່ງແຂວງປົກຄອງຕົນເອງ ມີປະຊາກອນປະມານ 5.940.000 ຄົນ ອຸດສາຫະກຳທີ່ເປັນທ່າແຮງຂອງແຂວງ ຊິງໄຫ ແມ່ນແຮ່ທາດ (ແຮ່ໂປຣຕັດ) ຢາພື້ນເມືອງ ຢາບໍາລຸງສຸຂະພາບ ເຫຼົ້າ ຜະລິດຕະ ພັນກະສິກຳ ເຂົາກວາງ ແລະ ໝາກເກົາກີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments