Wednesday, May 15, 2024
Homeທ່ອງທ່ຽວປີໃໝ່ລາວຢູ່ນະຄອນຫຼວງພະບາງ ຈັດພ້ອມກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວຂອງແຂວງ

ປີໃໝ່ລາວຢູ່ນະຄອນຫຼວງພະບາງ ຈັດພ້ອມກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວຂອງແຂວງ

ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ ໄດ້ຖະແຫຼງຂ່າວໃນອາທິດຜ່ານມາ ກ່ຽວກັບການຈັດງານບຸນປີໃໝ່ລາວ ພສ 2567 ຄສ 2024 ທີ່ນະຄອນຫຼວງພະບາງ. ທ່ານກ່າວວ່າ: ການຈັດງານບຸນປີໃໝ່ລາວ ທີ່ນະຄອນ ຫຼວງພະບາງ ແມ່ນຈະໄດ້ຈັດໃນລັກຊະນະເຕັມຮູບແບບ ເຊິ່ງຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024, ເຊີ່ງການນໍາຂອງແຂວງໄດ້ຕົກລົງໃຫ້ ນະຄອນ ຫຼວງພະບາງ ສົມທົບກັບ ພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໃນການກະກຽມຈັດງານບຸນໂດຍໄດ້ອອກຂໍ້ຕົກລົງແຕ່ງຕັ້ງ ຄະນະຮັບຜິດຊອບແຕ່ລະວຽກງານ, ທັງໄດ້ກະກຽມວຽກງານແຕ່ລະດ້ານ, ສຳລັບລາຍການເຄື່ອນໄຫວບຸນ ໄດ້ກໍານົດເອົາແຕ່ວັນທີ 10 – 20 ເມສາ 2024 ໂດຍມີຫຼາກຫຼາຍກິດຈະກຳ. ກິດຈະກຳອັນພົ້ນເດັ່ນ ແມ່ນການປະກວດນາງສັງຂານ, ພິທີແຫ່ຊ້າງຮຽງເກີຍ, ງານໂລະລາດ, ພິທີຕົບພະທາດຊາຍໃຫຍ່, ງານແຫ່ຫວໍ່ ແລະສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024, ພິທີອາລາດຖະນາອົງພະບາງລົງຫົດສົງ ແລະອື່ນໆ.

ໃນໂອກາດນີ້ທ່ານໄດ້ຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າ, ພະນັກງານ, ທະຫານ, ຕຳຫຼວດ, ຜູ້ປະກອບການທຸລະກິດ, ຜູ້ຈັດການ ຜູ້ບໍລິການດ້ານຕ່າງໆ ຈົ່ງພ້ອມກັນເປັນເຈົ້າການທີ່ດີເຮັດວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ເປັນເຈົ້າ ການໃນການປະກອບສ່ວນທາງດ້ານເຮື່ອແຮງ ແລະວັດຖຸປັດໄຈ ເຂົ້າໃນການຈັດງານບຸນປີໃໝ່ລາວໃນຄັ້ງນີ້ ໃຫ້ມີບັນຍາກາດເບີກ ບານມ່ວນຊື່ນ ແລະປະສົບຜົນສຳເລັດຢ່າງຈົບງາມ, ພ້ອມນີ້ ທ່ານໄດ້ເຊີນຊວນປະຊາຊົນບັນດາເຜົ່າ, ນັກທ່ອງທ່ຽວ ທັງພາຍໃນ ແລະຕ່າງປະເທດ ພ້ອມກັນເຂົ້າມາທ່ຽວຊົມຫຼວງພະບາງ ເມືອງມໍລະດົກໂລກ ຮັບຮອງວ່າທ່ານຈະໄດ້ສຳພັດກັບວັດທະນະທໍາ- ຮີດຄອງປະເພນີອັນດີງາມ ທີ່ສືບທອດກັນມາແຕ່ບູຮານນະການ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments