Saturday, July 27, 2024
Homeຂ່າວພາຍໃນສະເຫຼີມສະຫຼອງວັນສາກົນຝຣັ່ງໂກໂຟນີ ປະຈຳປີ 2024

ສະເຫຼີມສະຫຼອງວັນສາກົນຝຣັ່ງໂກໂຟນີ ປະຈຳປີ 2024

ງານສະເຫຼີມສະຫຼອງວັນສາກົນຝຣັ່ງໂກໂຟນີ ປະຈຳປີ 2024 ຈັດຂຶ້ນໃນວັນທີ 28 ມີ ນາ 2024 ຢູ່ ສວນເຈົ້າອານຸວົງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສິລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ນາງ ຊິວແລັງ ຊູອອກ ເອກອັກຄະລັດຖະທູດຝຣັ່ງປະຈໍາລາວ ພ້ອມດ້ວຍແຂກຖືກເຊີນ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສິລິລາດທົງສິນ ທອງເພັງ ໄດ້ມີຄໍາເຫັນກ່າວເປີດງານວ່າ: ການສະເຫຼີມສະຫຼອງວັນສາກົນຝຣັ່ງໂກໂຟນີ ບໍ່ໄດ້ຈັດພຽງແຕ່ຢູ່ນະຄອນຫຼວງວຽງຈັນເທົ່ານັ້ນ ແຕ່ຍັງໄດ້ຈັດຂຶ້ນໃນທຸກໆນະຄອນ ທີ່ນອນຢູ່ໃນສະມາຄົມບັນດາເຈົ້າຄອງທີ່ນໍາໃຊ້ພາສາຝຣັ່ງ ຫຼື ເອີ້ນວ່າສະມາຄົມ AIMF ພາສາຝຣັ່ງ ເປັນພາສາທີ່ສໍາຄັນຢ່າງຍິ່ງ ທີ່ໄດ້ບັນຈຸເຂົ້າໃນຫຼັກສູດການຮຽນ-ການສອນ ຢູ່ໃນລະດັບຊັ້ນປະຖົມ ມັດທະຍົມ ຈົນຮອດມະຫາວິທະ ຍາໄລຂອງ ສປປລາວ ນອກຈາກນີ້ ພາສາຝຣັ່ງຍັງໄດ້ຖືກ ນໍາໃຊ້ຢູ່ໃນຫຼາຍຂົງເຂດ ເປັນຕົ້ນ ຂົງເຂດການທ່ອງທ່ຽວ ແລະ ວັດທະນະທຳ ດ້ານສາທາລະນະສຸກ ດ້ານກົດ ໝາຍ ການທະນາຄານ ການຄົ້ນຄວ້າດ້ານວິທະຍາສາດ ແລະ ອື່ນໆ ເຊິ່ງເປັນໂອກາດອັນດີໃຫ້ແກ່ໄວໜຸ່ມລາວໃນການຊອກຮູ້ຮໍ່າຮຽນ ເພື່ອພັດທະນາໂຕເອງໃນອານາຄົດ ສໍາລັບ ກິດຈະກໍາທີ່ໄດ້ພ້ອມກັນຂຶ້ນໃນມື້ນີ້ ແມ່ນມີຫຼາຍກິດຈະກໍາ ໂດຍສະເພາະຢູ່ສຳ ນັກປົກຄອງນະຄອນຫຼວງວຽງຈັນ ໄດ້ປັກທຸງສັນຍາລັກຂອງການສະເຫຼີມສະຫຼອງຝຣັ່ງໂກໂຟນີ ແລະ ທຸງຊາດລາວ ເພື່ອເປັນສັນຍາລັກໜຶ່ງທີ່ບົ່ງບອກເຖິງການຮ່ວມ ມື ການສົ່ງເສີມ ແລະ ການພັດທະນາຮ່ວມກັນຂອງສອງພາກສ່ວນ ໃນການສົ່ງເສີມ ແລະ ຂະຫຍາຍການນໍາໃຊ້ພາສາຝຣັ່ງໃຫ້ນັບມື້ນັບກ້ວາງຂວາງຍິ່ງຂຶ້ນ ເພື່ອໃຫ້ມວນຊົນຊາວນະຄອນຫຼວງວຽງຈັນ ກໍຄືບັນດາໄວໜຸ່ມ ລູກຫຼານ ທີ່ເປັນອານາຄົດຂອງຊາດ ໄດ້ເຫັນ ແລະ ຮັບຮູ້ຂະບວນການຕ່າງໆ ທີ່ພວກເຮົາໄດ້ຈັດຂຶ້ນ.

ສຳລັບຢູ່ສວນເຈົ້າອານຸວົງ ກໍເປັນການຈັດກິດຈະກໍາທີ່ສຳຄັນ ແລະ ພິເສດ ໂດຍສະ ຖານທີ່ແຫ່ງນີ້ ເປັນສະຖານທີ່ທີ່ມີຄວາມໝາຍເນື່ອງຈາກວ່າໃນທ້າຍປີ 2023 ນີ້ ພວກເຮົາໄດ້ຖືເອົາສະຖານທີ່ດັ່ງກ່າວ ປູກຕົ້ນ ໄມ້ຮ່ວມກັນ ລະຫວ່າງ ສະຖານທູດຝຣັ່ງ ແລະ ອົງການປົກຄອງນະຄອນຫຼວງວຽງຈັນ ເນື່ອງໃນໂອກາດການສະເຫຼີມສະຫຼອງສົນທິສັນຍາ ມິດຕະພາບລາວ-ຝຣັ່ງ ຄົບຮອບ 70 ປີ ເພື່ອເປັນການສະແດງໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນທີ່ມີຕໍ່ກັນ ລະຫວ່າງ ສອງປະເທດລາວ-ຝຣັ່ງ ເວົ້າລວມ ເວົ້າສະເພາະ ກໍແມ່ນສະຖານທູດຝຣັ່ງ ແລະ ອົງການປົກຄອງນະຄອນ ຫຼວງວຽງຈັນ ທີ່ໄດ້ຮ່ວມມືກັນໃນການປະກອບສ່ວນວຽກງານດ້ານຕ່າງໆ ເພື່ອພັດທະ ນາສົ່ງເສີມຄວາມສາມັກຄີ ຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕະ ຫຼອດໄລຍະຫຼາຍປີຜ່ານມາ. ພາຍໃນງານຍັງໄດ້ມອບລາງວັນໃຫ້ເເກ່ທີມນັກກີລາ ທີ່ຊະນະເລີດການເເຂ່ງຂັນກິລາເປຕັງ ຕີດອກປີກໄກ່ ແລະ ແຕະບານ ການສະແດງສິລະປະ-ດົນຕີ ການສະເເດງຮູບ ພາບທາງວັດທະນະທຳ ແລະ ການຖາມ-ຕອບຄວາມຮູ້ຮອບຕົວ ກ່ຽວກັບການສະ ເຫຼີມສະຫຼອງຝຣັ່ງໂກໂຟນີ.

……………………………………………….

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments