Thursday, May 16, 2024
Homeຂ່າວການເມືອງຖະແຫຼງຄຳໝາຍໝັ້ນຂອງລັດຖະບານວ່າດ້ວຍການວາງແຜນຄອບຄົວ ວິໄສທັດ 2030

ຖະແຫຼງຄຳໝາຍໝັ້ນຂອງລັດຖະບານວ່າດ້ວຍການວາງແຜນຄອບຄົວ ວິໄສທັດ 2030

ກອງປະຊຸມຖະແຫຼ່ງຄຳໝາຍໝັ້ນຂອງລັດຖະບານ ວ່າດ້ວຍການວາງແຜນຄອບຄົວ ວິໄສທັດ ປີ2030 (FP2030) ຈັດຂຶ້ນວັນທີ 29 ມີນາ 2024 ທີ່ໂຮງແຮມຄຣາວພລາ ຊາ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງ ທ່ານ ສຈ.ປອ.ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມະການແຫ່ງຊາດດ້ານໂພຊະນາການ ມີ ທ່ານ ດຣ ສະໜອງ ທອງສະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ດຣ ບາກຕິເຢີ ກາດີຣົບ (Bakhtiyor Kadyrov) ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ທ່ານ ນາງ ຊູມີຕາ ບາເນີຈີ (Sumita Banerjee) ຜູ້ອຳ ນວຍການປະຈຳພາກພື້ນຄະນະທີມງານ FP2030 ພ້ອມບັນດາຫົວໜ້າພະແນກສາ ທາລະນະສຸກແຂວງທົ່ວປະເທດ ແລະ ຜູ້ຕາງ ໜ້າອົງການຈັດຕັ້ງສາກົນເຂົ້າຮ່ວມ.

ທ່ານ ດຣ ສະໜອງ ທອງສະນະ ກ່າວວ່າ: ສປປ ລາວ ຂອງພວກເຮົາ ໄດ້ເປັນພາກ ສ່ວນໜຶ່ງໃນຖະແຫຼງຄຳໝາຍໝັ້ນ FP2020 ຜ່ານມາ ແລະ ໃນປັດຈຸບັນນີ້ ກໍໄດ້ສືບຕໍ່ຄຳໝາຍໝັ້ນ ສຳລັບປີ 2030 ພິທີຖະແຫຼ່ງການຄຳໝາຍໝັ້ນໃນໄລຍະຜ່ານມາ ແມ່ນໄດ້ຈັດຂຶ້ນຢູ່ໃນກອງປະຊຸມໃຫຍ່ ວ່າດ້ວຍການວາງແຜນຄອບ ທີ່ນະຄອນບາຫຼີ ປະເທດອິນໂດເນເຊຍ ໃນປີ 2016 ເຊິ່ງນຳພາໂດຍທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຂອງພວກເຮົາໃນໄລຍະນັ້ນ.

ພາຍຫຼັງເຂົ້າການຮ່ວມຖະແຫຼງການດັ່ງກ່າວ ທາງຄະນະຜູ້ຕາງໜ້າຈາກລັດຖະບານ ກໍໄດ້ນຳເອົາເນື້ອໃນຈິດໃຈຂອງຖະແຫຼ່ງການບາຫຼີກັບມາສືບຕໍ່ຜັນຂະຫຍາຍ ເປັນແຜນຍຸດທະສາດແຫ່ງຊາດວ່າດ້ວຍ ການວາງແຜນຄອບຄົວ ແລະ ຍຸດທະສາດແຜນງານເຊື່ອມສານວຽກແມ່ ແລະ ເດັກ (RMNCAH) ເພື່ອສືບຕໍ່ຈັດຕັ້ງປະຕິບັດ ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງການຳຂະແໜງສາທາລະນະສຸກ ໃນຂອບເຂດທົ່ວປະເທດຢ່າງຕັ້ງໜ້າຈົນເຖິງປັດຈຸບັນນີ້ ເຫັນໄດ້ວ່າການຜັນຂະຫຍາຍຂອດການຈັດ ຕັ້ງປະຕິບັດວຽກງານດັ່ງກ່າວ ກໍໄດ້ຮັບຜົນສຳເລັດຢ່າງກວ້າງຂວາງສູງ.

ເຖິງຢ່າງໃດກໍຕາມ ເພື່ອເປັນການສືບຕໍ່ການໃຫ້ຄຳໝາຍໝັ້ນວຽກງານວາງແຜນຄອບຄົວ ສຳລັບ ວິໄສທັດປີ 2030 ໃນຄັ້ງນີ້ ເຊິ່ງຮຽກຮ້ອງໃຫ້ມີການຈັດຕັ້ງພິທີຖະແຫຼ່ງການນີ້ຂຶ້ນ ໂດຍມີການນໍາຂັ້ນສູງເຂົ້າຮ່ວມຊີ້ນໍາ-ນຳພາ ພ້ອມດ້ວຍການເຂົ້າ ຮ່ວມຂອງບັນດາທ່ານຜູ້ຕາງໜ້າຈາກທ້ອງຖິ່ນ ລວມທັງບັນດາຄູ່ຮ່ວມພັດທະນາ ຜູ້ໃຫ້ການສະໜັບໜູນດ້ານທຶນຮອນ ແລະ ຮັບຮອງວາລະຖະແຫຼ່ງການໃນຄັ້ງນີ້.

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments