Wednesday, May 15, 2024
Homeຂ່າວການເມືອງນັກການທູດລາວ 15 ທ່ານ ເຂົ້າຮ່ວມຫຼັກສູດພິເສດແລກປ່ຽນທອດຖອນບົດຮຽນດ້ານການທູດ ລະຫວ່າງສອງປະເທດ

ນັກການທູດລາວ 15 ທ່ານ ເຂົ້າຮ່ວມຫຼັກສູດພິເສດແລກປ່ຽນທອດຖອນບົດຮຽນດ້ານການທູດ ລະຫວ່າງສອງປະເທດ

ນັກການທູດລາວ 15 ທ່ານ ຈາກກະຊວງການຕ່າງປະເທດ ລັດຖະບານ ສປປ ລາວ ເຂົ້າຮ່ວມຫຼັກສູດພິເສດຈັດຂຶ້ນໂດຍ ສະຖາບັນການຕ່າງປະເທດສັດສະມາ ສະວາຣັດ (SSIFS) ກະຊວງການຕ່າງປະເທດ ລັດຖະບານອິນເດຍ. ຫຼັກສູດແມ່ນເນັ້ນການຈັດຕັ້ງປະຕິບັດວຽກງານການທູດ ໂດຍສະເພາະແມ່ນວຽກງານການເຄື່ອນໄຫວດ້ານພິທີການທູດແລະວຽກງານທິ່ກ່ຽວຂ້ອງທີ່ທາງປະເທດ ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນປີ 2024 ໃນໄລຍະການເຂົ້າຮ່ວມໂປຣແກມ ທາງນັກການທູດອິນເດຍ ຫຼື ຄູ່ຮ່ວມຕຳແໜ່ງໄດ້ແບ່ງປັນປະສົບການໃນການຈັດກອງປະຊຸມສຸດຍອດ G-20 ການຈັດງານໃນຄັ້ງນິ້ຈະຈຳລອງເຫດການຮ່ວມມື ອິນເດຍ-ສປປ ລາວ ອິນເດຍ-ອາຊຽນ ພ້ອມກັບໄປທັດສະນະສຶກສາທີ່ ຣັດທຣາປາຕີ້ ບາວັນ (ຫ້ອງການສຳນັກງານປະທານປະເທດ) ບາຣັກ ມັນດາປຳ (ສະຖານທີຈັດກອງປະຊຸມສຸດຍອດ G-20) ສະຖາບັນພະລັງງານ ແລະ ຊັບພະຍາກອນ (TERI) ແລະ ສະຖາບັນພະລັງງານແສງຕາເວັນແຫ່ງຊາດ (NISE) ໃນເມືອງກູຣູກຣຳ ນອກຈາກນີ້ ພວກເຂົາຍັງໄດ້ຢ້ຽມຢາມສະຖານທີທາງດ້ານວັດທະນາທຳ ແລະ ມໍລະດົກພ້ອມກັບເຂົ້າຮ່ວມງານນຳຄະນະນັກການທູດກຳປູເຈຍອີກດ້ວຍ.

ໃນພິທີປະຖົມມາເລີກໃນຫຼັກສູດພິເສດນີ້ວັນທີ 27 ເດືອນມີນາ 2024 ທ່ານ ແກ້ວ ແສງດາວົງ ອຸປະທູດຂອງສະຖານທູດ ສປປ ລາວ ປະຈຳນະຄອນນິວເດລີ (DCM) ກໍໃຫ້ກຽດເຂົ້າຮ່ວມ ໂປຣແກມໄດ້ເນັ້ນການປັບປຸງ ແລະ ເພີ່ມທະວີການແລກປ່ຽນທອດຖອນບົດຮຽນດ້ານການທູດລະຫວ່າງສອງປະເທດອີກດ້ວຍ ນອກຈາກນີ້ ຍັງໄດ້ເພີ່ມທະວີການຮ່ວມມືດ້ານຄວາມສີວິໄລ ວັດທະນາທຳ ແລະ ການທູດໃຫ້ແໜ້ນແຟ້ນຍິ່ງຂຶ້ນລະຫວ່າງ ອິນເດຍ ແລະ ສປປ ລາວ.

Vientiane Mai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments