Saturday, July 27, 2024
Homeຂ່າວພາຍໃນແຂວງເສສວນ ສະເໜີເພີ່ມທະວີການຮ່ວມມືກັບ ນວ ກ້າວສູ່ການຮ່ວມມືເປັນນະຄອນມິດຕະພາບ

ແຂວງເສສວນ ສະເໜີເພີ່ມທະວີການຮ່ວມມືກັບ ນວ ກ້າວສູ່ການຮ່ວມມືເປັນນະຄອນມິດຕະພາບ

ໃນໂອກາດ ເດີນທາງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປ ຈີນ ແຕ່ວັນທີ 26 ມີນາ ຫາ 4 ເມສາ 2024 ຄະນະຜູ່ແທນຂັ້ນສູງ ນະຄອນຫຼວງວຽງຈັນ (ນວ) ນຳໂດຍ ທ່ານ ອາດສະ ພັງຂອງ ສີພັນດອນ ກຳມະການສູນກາງພັກ ເຈົ້າຄອງນະ ຄອນຫຼວງວຽງຈັນ ໄດ້ເຂົ້າພົບ ແລະ ເຮັດວຽກ ກັບ ຄະນະຜູ້ແທນແຂວງ ເສສວນ ນຳໂດຍ ທ່ານ ຫວງຊຽງ ເຈົ້າແຂວງເສສວນ ພາຍໃຕ້ການໂອ້ລົມ ສອງຝ່າຍກໍໄດ້ລາຍງານສະ ພາບເສດຖະກິດ ຂອງສອງຝ່າຍໃຫ້ກັນຊາບ.

ແຂວງເສສວນເປັນແຂວງທີ່ມີເນື້ອທີ່ໃຫຍ່ອັນດັບ 5 ຂອງປະເທດ ລາຍຮັບສະເລ່ຍ ເພີ່ມຂື້ນ 6% ເຊິ່ງສາມາດເກັບ ລາຍຮັບ ໄດ້ອັນດັບ 5ຂອງປະເທດ ທ່າແຮງຂອງການພັດ ທະນາແຂວງເສສວນ ໂດຍສະເພາະແມ່ນເສັ້ນທາງຄົມມະ ນາຄົມວົງແວນຮອບຕົວເມືອງ ມີພະລັງງານສະອາດຈາກເຄື່ອນໄຟ້ານ້ຳຕົກອັນດັບ 1 ຂອງປະເທດ.

ພ້ອມນັ້ນ ທ່ານ ຫວງ ຊຽງ ເຈົ້າແຂວງເສສວນ ໄດ້ສະເໜີການຮ່ວມມື ລະຫວ່າງ ນວ ແລະ ແຂວງເສສວນ ໃນຕໍ່ໜ້າ ໂດຍໃຫ້ມີການຮ່ວມມືແລກປ່ຽນຄະນະຜູ່ແທນຂັ້ນສູງ ແລະ ວິຊາການຢ່າງເປັນປົກກະຕິ ແລະ ກ້າວເຂົ້າສູ່ການເຊັນສັນຍາຮ່ວມມືເປັນນະຄອນມິດຕະພາບ ເປີດກວ້າງການຮ່ວມມືທາງດ້ານເສດຖະກິດ ການຄ້າ ຮ່ວມມືທາງດ້ານວັດທະນາທຳສັງຄົມ.

ໂອກາດດັ່ງກ່າວທ່ານ ເຈົ້າຄອງນະຄອນຫລວງວຽງຈັນ ໄດ້ສະແດງຄວາມຂອບໃຈຕໍ່ຜົນສຳເລັດຂອງການພັດທະນາຢ່າງວ່ອງໄວຂອງແຂວງເສສວນ ແລະ ຫວັງວ່າຈະໃຫ້ສ້າງທ່າແຮງຂອງການເຊື່ອມໂຍງເຊືອມຈອດລະຫວ່າງນະ ຄອນຫຼວງວຽງຈັນ ແລະ ແຂວງເສສວນ ໂດຍອີງໃສ່ ເສັ້ນ ທາງລົດໄຟ ແລະ ສາຍການບິນໂດຍກົງ ລາວ-ຈີນ ຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າໃຫ້ເລິກເຊິ່ງກວ່າເກົ່າ ເພີ່ມທະວີການແລກ ປ່ຽນ ບົດຮຽນດ້ານການວາງແຜນຜັງ ແລະ ຄຸ້ມຄອງຕົວເມືອງແລະແລກປ່ຽນບົດຮຽນການກະ ກຽມໃຫ້ແກ່ການຈັດງານແຂ່ງຂັນກີລາທີ່ສໍາຄັນ ເພື່ອປະ ກອບສ່ວນເຂົ້າໃນການພັດທະນາຢ່າງເລິກເຊິ່ງ ຂອງການ ສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ໃນອະນາຄົດ. ໃນວັນທີ 29 ມີນາ 2024 ຄະນະຜູ່ແທນນະຄອນຫລວງວຽງຈັນ ສືບຕໍ່ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຊິງຮ່າຍ ສປ ຈີນ.

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments