Saturday, July 27, 2024
Homeຂ່າວໜ້າໜຶ່ງພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ

ພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ

ພິທີຕ້ອນຮັບ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ທີ່ສຳເລັດການເຂົ້າຮ່ວມກອງປະຊຸມປະຈຳປີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ພາຍໃນ ກຳປູເຈຍ-ລາວ-ຫວຽດນາມ ໄດ້ຈັດຂຶ້ນຢ່າງສົມກຽດໃນຕອນຄໍ່າຂອງວັນທີ 30 ມີນາ 2024 ທີ່ສະໜາມບິນສາກົນວັດໄຕ. ໃຫ້ການຕ້ອນຮັບໂດຍ ທ່ານ ຟານ ມິງ ຈ້ຽນ ອຸປະທູດ ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ, ທ່ານ ພົນຕີ ສົມວັນ ສາຍລ້ອງພາ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ.

ໂອກາດນີ້, ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ໄດ້ຕາງໜ້າໃຫ້ຄະນະຜູ້ແທນ ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບໃນຄັ້ງນີ້, ພ້ອມທັງໃຫ້ຮູ້ໂດຍຫຍໍ້ຕໍ່ຜົນສຳເລັດຂອງການເຂົ້າກອງປະຊຸມໃນຄັ້ງນີ້ ເຊິ່ງກອງປະຊຸມປະຈຳປີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ພາຍໃນ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1 ໄດ້ຈັດຂຶ້ນຢູ່ນະຄອນດານັງ ສສ ຫວຽດນາມ ໃນວັນທີ 29 ມີນາ 2024; ເຊິ່ງດຳເນີນໄດ້ດ້ວຍບັນຍາກາດແຫ່ງຄວາມເຂົ້າອົກເຂົ້າໃຈ ເຫັນດີເປັນເອກະພາບຂອງທັງ 3 ກະຊວງ ໃນການສືບຕໍ່ຮ່ວມມືຕ້ານ-ສະກັດກັ້ນບັນຫາອາດຊະຍາກຳຂ້າມຊາດ ໃຫ້ຫຼຸດໜ້ອຍຖອຍລົງ.

ທ່ານ ຟານ ມິງ ຈ້ຽນ ອຸປະທູດ ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ ກໍໄດ້ຕາງໜ້າຄະນະທີ່ຕ້ອນຮັບໃນຄັ້ງນີ້ ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມ ພ້ອມທັງເຊື່ອໝັ້ນວ່າຜົນຂອງການຕົກລົງເຫັນດີເປັນເອກກະພາບຂອງທັງ 3 ກະຊວງ ຈະໄດ້ຮັບການຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດຍິ່ງຂຶ້ນ ເພື່ອແນໃສ່ຮັບປະກັນໃຫ້ບັນຫາອາດຊະຍາກຳຫຼຸດລົງ, ທັງ 3 ປະເທດສືບຕໍ່ມີຄວາມສະຫງົບປອດໄພ.

ພາບ-ຂ່າວ: ບຸນເຫຼືອ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments