Saturday, July 27, 2024
Homeຂ່າວພາຍໃນກວດພົບ 54 ກໍລະນີ ສົງໃສ່ພະຍາດໄຂ້ເລືອດດຳ ຢູ່ 2 ເມືອງ ຂອງແຂວງຈໍາປາສັກ

ກວດພົບ 54 ກໍລະນີ ສົງໃສ່ພະຍາດໄຂ້ເລືອດດຳ ຢູ່ 2 ເມືອງ ຂອງແຂວງຈໍາປາສັກ

ທ່ານ ນັນທະສານ ວໍລະວົງ ຮອງຫົວໜ້າພະແນກສາ ທາລະນະສຸກແຂວງຈໍາປາສັກ ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ອີງໃສ່ການສອບສວນຕົວຈິງ, ຢູ່ເມືອງຈຳປາສັກ ແລະ ເມືອງສຸຂຸມາ ແຂວງຈໍາປາສັກ ພົບກໍລະນີສົງໄສພະຍາດໄຂ້ເລືອດດຳ ໃນຄົນເຈັບທັງເກົ່າ ແລະ ໃໝ່ ມີທັງໝົດ 54 ກໍລະນີ ແລະ ບໍ່ມີກໍລະນີເສຍຊີວິດ. ໃນນັ້ນ, ເມືອງຈໍາປາສັກ ມີ 52 ກໍລະນີ ໃນຈໍານວນ 8 ບ້ານ ແລະ ເມືອງ ສຸຂຸມາ 2 ກໍລະນີ 2 ບ້ານ, ອາການສ່ວນໃຫຍ່ແມ່ນສະແດງອອກທາງຜິວໜັງ ມີຕຸ່ມແປ້ວດຳ.

ສຳລັບມາດຕະການປ້ອງກັນ ແມ່ນໃຫ້ໜ່ວຍງານສຸຂະສຶກສາເມືອງ ໃຫ້ຄວາມຮູ້ກ່ຽວກັບພະຍາດໄຂ້ເລືອດດຳ ແກ່ປະຊາຊົນໃນບ້ານທີ່ເກີດການລະບາດ ແລະ ບ້ານທີ່ມີຄົນກິນງົວຕາຍທີ່ບໍ່ຮູສາຍເຫດ, ເພື່ອບໍ່ໃຫ້ປະຊາຊົນເອົາງົວທີ່ຕາຍກັບມາກິນອີກ ແລະ ນໍາເອົາຜູ້ທີ່ກິນຊີ້ນງົວຕາຍ ມາກວດຢູ່ໂຮງໝໍເມືອງ ແລະ ກິນຢາ. ພ້ອມນັ້ນ, ໄດ້ໃຫ້ຂະແໜງກະສິກຳ (ສະຕາວະແພດ) ເກັບຕົວຢ່າງສັດໄປກວດ, ຖ້າມີສັດປ່ວຍ ແລະ ຄົນທີ່ມີອາການຄ້າຍຄືໃຫ້ເກັບຕົວຢ່າງຕາມຕຸ່ມທີ່ຢູ່ຜິວໜັງ ແລະ ຖ້າມີສັດຕາຍ ຫ້າມໃຫ້ປະຊາຊົນເອົາມາກິນ, ພ້ອມທັງແຈ້ງໃຫ້ຂະແໜງກະສິກຳຮັບຮູ້ ເພື່ອມາກວດສອບ ແລະ ທຳລາຍຊາກສັດ.

ທ່ານ ນັນທະສານ ວໍລະວົງ ໃຫ້ຮູ້ຕື່ມວ່າ: ພະຍາດໄຂ້ເລືອດດໍາ ເກີດຈາກການຕິດເຊື້ອຈຸລິນຊີ ທີ່ມີຊື່ວ່າ: ບາຊີລັສ ແອນແທຣກຊີສ (Bacillus anthracis), ໄລຍະການບົ່ມຕົວປົກກະຕິ 1-7 ວັນ (ບາງຄັ້ງດົນເຖິງ 60 ວັນ) ໂດຍຄົນເຈັບຈະມີໄຂ້, ມີອາການທາງເຍື່ອຫຸ້ມສະໝອງອັກເສບ, ອາດເສຍສະຕິ, ປວດຮາກ, ຮາກ, ບໍ່ຢາກກິນອາຫານ, ມີເຍື່ອເມືອກ/ເລືອດໃນອາຈົມ, ມີບາດແຜຕາມນິ້ວມື, ແຂນ ແລະ ຂາ ໄລຍະເລີ່ມຕົ້ນເປັນບາດແຜຂະ ໜາດນ້ອຍ ແລ້ວກາຍເປັນຕຸ່ມຖົງນໍ້າໃສໃນໄລຍະ 1-6 ມື້ຈຶ່ງກາຍມາເປັນແປ້ວບາດແຜສີດໍາ, ມີອາການໄຄບວມບໍລິເວນບາດແຜ ອາດມີອາການບໍ່ຮຸນແຮງ ຫຼື ຮຸນແຮງໄດ້ ຊຶ່ງເສັ້ນທາງຕິດຕໍ່ເກີດຈາກການສໍາຜັດໂດຍກົງກັບສັດທີ່ຕິດເຊື້ອ, ກິນຊີ້ນສັດທີ່ຕິດເຊື້ອ, ຫາຍໃຈເອົາສະປໍ ຂອງເຊື້ອພະຍາດ ແລະ ພາຫະນໍາເຊື້ອ ແມ່ນສັດກິນພືດ ລວມທັງສັດປ່າ ແລະ ສັດລ້ຽງ.

(ຂ່າວ: ສູນຂ່າວຊາວພາກໃຕ້)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments