Saturday, July 27, 2024
Homeຂ່າວການເມືອງຄລຈ ຕ້ອນຮັບ ອົງການ CIDCA ເພື່ອປຶກສາຫາລື ຊຸກຍູ້ວຽກງານຮ່ວມກັນ

ຄລຈ ຕ້ອນຮັບ ອົງການ CIDCA ເພື່ອປຶກສາຫາລື ຊຸກຍູ້ວຽກງານຮ່ວມກັນ

ໃນວັນທີ 29 ມີນາ ຜ່ານມານີ້ ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ), ນະຄອນຫຼວງວຽງຈັນ; ຄະນະກຳມະການຮ່ວມມືລາວ-ຈີນ (ຄລຈ) ໄດ້ຕ້ອນຮັບການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງອົງການການພັດທະນາ ແລະ ຮ່ວມມືສາກົນ ສປ ຈີນ (CIDCA ຫຼື ຊິດກາ) ເພື່ອປຶກສາຫາລື ຊຸກຍູ້ວຽກງານຮ່ວມກັນ ຈັດຕັ້ງຜັນຂະຫຍາຍການຊີ້ນໍາການຮ່ວມມືຂອງສອງຝ່າຍ ກໍຄືການຮ່ວມມືລະຫວ່າງ ສອງພັກ, ສອງລັດຖະບານ ລາວ ແລະ ຈີນ ໃຫ້ເກີດດອກອອກຜົນຫຼາຍຂຶ້ນກວ່າເກົ່າ.

ກ່ອນການພົບປະ ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງ ຜທ ປະທານ ຄລຈ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຫົວໜ້າຄະນະ ອົງການການພັດທະນາ ແລະ ຮ່ວມມືສາກົນ ສປ ຈີນ ນຳໂດຍ ທ່ານ ຢາງ ເວີຍ ຊຸນ ຮອງຫົວໜ້າອົງການ ຊິດກາ ພ້ອມຄະນະ. ໃນໂອກາດນີ້, ທ່ານ ຄໍາເຈນ ວົງໂພສີ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ຢາງ ເວີຍ ຊຸນ ພ້ອມຄະນະ ຊຶ່ງນີ້ແມ່ນຄັ້ງທໍາອິດ ທີ່ ເດີນທາງມາ ສປປ ລາວ ແລະ ຖືໄດ້ວ່າເປັນການຜັນຂະຫຍາຍ ແຜນແມ່ບົດການສ້າງຄູ່ຮ່ວມຊາຕາກຳ ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນນິດຈີນ ທີ່ທັງສອງເລຂາທິການໃຫຍ່ຂອງສອງພັກເຮົາ ໄດ້ລົງນາມຮ່ວມກັນ, ນອກນັ້ນ, ກໍຍັງເປັນການຊຸກຍູ້ການຮ່ວມມືດ້ານເສດຖະກິດ-ເຕັກນິກ ລະຫວ່າງສອງລັດຖະບານລາວ ແລະ ຈີນ ໃຫ້ເກີດດອກອອກຜົນຫຼາຍຂຶ້ນກວ່າເກົ່າ ແລະ ເປັນຮູບປະທໍາ.

ພ້ອມນີ້, ທ່ານ ຄໍາເຈນ ວົງໂພສີ ກໍໄດ້ຊົມເຊີຍ ຕໍ່ບົດບາດອັນຕັ້ງໜ້າຂອງອົງການ ຊິດກາ ທີ່ໄດ້ເຂົ້າມາພັດທະນາສາຍພົວພັນລະຫວ່າງ ລາວ ແລະ ຈີນ ໃຫ້ນັບມື້ນັບເກີດດອກອອກຜົນ ເປັນຮູບປະທໍາ, ໝາກຜົນຂອງການຮ່ວມມື ສອງຝ່າຍ ໄດ້ປະກອບສ່ວນສຳຄັນ ໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ທັງນໍາພາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ ແລະ ຈີນ. ນອກນີ້, ກໍຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ການມາຂອງທ່ານ ຢາງ ເວີຍ ຊຸນ ພ້ອມຄະນະຄັ້ງນີ້ ຈະເປັນການປະກອບສ່ວນຮັດແໜ້ນສາຍພົວພັນອັນເປັນມູນເຊື້ອ ແລະ ມີພື້ນຖານອັນດີຂອງ ສອງປະເທດພວກເຮົາ.

ທ່ານ ຢາງ ເວີຍ ຊຸນ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມດຽວກັນ ກໍໄດ້ນໍາເອົາຄໍາຢ້ຽມຢາມຖາມຂ່າວ ຈາກ ທ່ານ ຫຼົວ ຈ້າວຮຸ່ຍ ຫົວໜ້າອົງການ ຊິດກາ ມາສູ່ທ່ານ ປະທານ ຄລຈ ໄດ້ຮັບຊາບ. ນອກນີ້, ກໍໄດ້ແຈ້ງຈຸດປະສົງການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້

ພາຍຫຼັງ ການເຂົ້າຢ້ຽມຂໍ່ານັບ ທ່ານ ປະທານ ຄລຈ ແລ້ວ ທ່ານ ຢາງ ເວີຍ ຊຸນ ພ້ອມດ້ວຍຄະນະ ແລະ ທ່ານ ໄຊຊະນະ ສິດທິພອນ ຮອງປະທານ ຄລຈ ກໍໄດ້ພົບປະສອງຝ່າຍ ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາເຫັນຢ່າງກົງໄປກົງມາ ຕໍ່ວຽກງານທີ່ສອງຝ່າຍໃຫ້ຄວາມສົນໃຈ ແລະ ຕ້ອງການຊຸກຍູ້ຮ່ວມກັນ ໂດຍສະເພາະແມ່ນບັນຫາທີ່ສຳຄັນ ທີ່ ປະທານ ຄລຈ ແລະ ຫົວໜ້າອົງການ ຊິດກາ ໄດ້ຕົກລົງຮ່ວມກັນໃນກອງປະຊຸມກົນໄກຮ່ວມມື ລະຫວ່າງ ຄລຈ ແລະ ອົງການ ຊິດກາ ເມື່ອທ້າຍປີ 2023 ໃນນີ້ກໍມີວຽກງານການຮ່ວມມືເພື່ອການພັດທະນາ ລະຫວ່າງ ລາວ ແລະ ຈີນ ຊຶ່ງສາມາດປະຕິບັດໃຫ້ເປັນຮູບປະທໍາ. ພ້ອມດຽວກັນນີ້, ກໍເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດກົນໄກຮ່ວມມືກັນ ທີ່ມີຢູ່ແລ້ວ ໃຫ້ສືບຕໍ່ເພີ່ມຄວາມເອົາໃຈໃສ່ ຕໍ່ການຮ່ວມມືເພື່ອການພັດທະນາຂອງສອງຝ່າຍ.

(ຂ່າວ-ພາບ: ສຸກສະຫວັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments