Home ຂ່າວພາຍໃນ ພິຈາລະນາຮັບຮອງເນື້ອໃນໂຄງການຄົ້ນຄວ້າ “ການຫັນເປັນອຸດສາຫະກໍາ ແລະ ທັນສະໄໝຢູ່ ສປປ ລາວ”

ພິຈາລະນາຮັບຮອງເນື້ອໃນໂຄງການຄົ້ນຄວ້າ “ການຫັນເປັນອຸດສາຫະກໍາ ແລະ ທັນສະໄໝຢູ່ ສປປ ລາວ”

0
17

ສະພາທິດສະດີສູນກາງພັກ (ສທພ) ໄດ້ຈັດກອງປະຊຸມພິຈາລະນາຮັບຮອງ ເນື້ອໃນໂຄງການຄົ້ນ ຄວ້າລະດັບຊາດ ພາຍໃຕ້ຫົວຂໍ້ “ການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ຢູ່ ສປປ ລາວ” ຂຶ້ນໃນວັນທີ 27 ມີນາ ຜ່ານມາ ທີ່ຫ້ອງປະຊຸມຂອງ ສທພ ໂດຍການເປັນປະທານ ຂອງ ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ; ມີບັນດາຄະນະປະຈໍາ ສທພ, ຄະນະຮັບຜິດຊອບພິຈາລະນາຮັບຮອງໂຄງການ ແລະ ຄະນະຮັບຜິດຊອບໂຄງການເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້, ແມ່ນເພື່ອປະກອບຄໍາເຫັນໃສ່ເນື້ອໃນໂຄງການດັ່ງກ່າວ ຈາກຄະນະຮັບຜິດຊອບພິຈາລະນາ ຮັບຮອງເນື້ອໃນໂຄງການ ແລະ ລົງຄະແນນສຽງຮັບຮອງເອົາ ເນື້ອໃນຜົນຂອງການຄົ້ນຄວ້າໂຄງການຢ່າງເປັນທາງການ.

ໃນກອງປະຊຸມ, ພາຍຫຼັງ ທ່ານ ຄໍາພັນ ເຜີຍຍະວົງ ກ່າວເປີດກອງປະຊຸມ, ທ່ານ ບຸນທະວີ ສີສຸພັນທອງ ຫົວໜ້າໂຄງການ ກໍໄດ້ລາຍງານວ່າ: ພາຍຫຼັງການນໍາສະເໜີບົດຄົ້ນຄວ້າ ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຢູ່ ສປປ ລາວ ຜ່ານໃນກອງປະຊຸມສຳມະນາວິທະຍາສາດ ຮ່ວມກັບຄະນະປະຈໍາ ສທພ ຄັ້ງວັນທີ 10 ພະຈິກ 2022 ແລະ ຄໍາເຫັນຂອງຄະນະກຳມະການຮັບເຊີນ, ຄະນະຮັບຜິດຊອບໂຄງການຄົ້ນຄວ້າ ກໍໄດ້ມີການປັບປຸງຮຽບຮຽງທາງດ້ານເນື້ອໃນ ຕາມເນື້ອໃນຈິດໃຈໃຫຍ່ ຊຶ່ງໂຄງປະກອບຂອງບົດແມ່ນຍັງຮັກສາໄວ້ ແຕ່ປັບປຸງບາງເນື້ອໃນຂອງແຕ່ລະພາກໃຫ້ສອດຄ່ອງກັບໂຄງບົດຫຼາຍຂຶ້ນ. ບົດຄົ້ນຄວ້ານີ້ແມ່ນໄດ້ເລີ່ມແຕ່ປີ 2013 ຊຶ່ງບາງເນື້ອໃນທີ່ຕິດພັນກັບຫົວຂໍ້ຄົ້ນຄວ້າຍ່ອຍ ອາດບໍ່ສ່ອງແສງໄດ້ໝົດເຖິງສະພາບ ແລະ ເງື່ອນໄຂໃນປັດຈຸບັນ ແລະ ທ່າອ່ຽງໃນຕໍ່ໜ້າ. ສະນັ້ນ, ຈຶ່ງເຫັນວ່າມີຄວາມຈໍາເປັນຕ້ອງມີການຕໍ່ຍອດການຄົ້ນຄວ້າຫົວຂໍ້ນີ້ ເພື່ອໃຫ້ແທດເໝາະກັບສະພາບ ແລະ ເງື່ອນໄຂໃນຍຸກແຫ່ງການປ່ຽນແປງໃໝ່ ເພື່ອເປັນບ່ອນອີງໃຫ້ແກ່ການສ້າງຍຸດທະສາດຫັນເປັນອຸດສາຫະກຳ ແລະ ທັນສະໄໝ ໃນຍຸກອຸດສາຫະກຳ 4.0. ຈາກນັ້ນ, ບັນດາທ່ານທີ່ເຂົ້າຮ່ວມ ກໍໄດ້ປະກອບຄໍາເຫັນ ຕໍ່ກັບເນື້ອໃນໂຄງການຄົ້ນຄວ້າລະດັບຊາດ ພາຍໃຕ້ຫົວຂໍ້ດັ່ງກ່າວ.

ທ່ານ ຄໍາພັນ ເຜີຍຍະວົງ ໄດ້ກ່າວມີຄໍາເຫັນສະແດງຄວາມຊົມເຊີຍ ທີ່ຄະນະຮັບຜິດຊອບໄດ້ມີຄວາມພະຍາຍາມໃນການຄົ້ນຄວ້າ, ສາມາດເຮັດປຶ້ມອອກມາໃນເບື້ອງຕົ້ນໄດ້ ແລະ ກໍໄດ້ສະແດງຄວາມເຫັນດີເປັນພື້ນຖານ ຕໍ່ກັບບັນດາຄໍາເຫັນທີ່ໄດ້ປະກອບໃສ່ ເພື່ອໃຫ້ປັບປຸງບົດຄົ້ນຄວ້າດັ່ງກ່າວ ໃຫ້ມີລັກສະນະວິທະຍາສາດ, ມີລັກສະນະທັນສະໄໝ ເພື່ອເປັນພື້ນຖານຂໍ້ມູນຄົ້ນຄວ້າວິທະນາສາດໃນຕໍ່ໄປ. ພ້ອມນີ້, ກໍຮຽກຮ້ອງຄະນະຮັບຜິດຊອບໂຄງການຄົ້ນຄວ້າຫົວຂໍ້ໃຫ້ມີຄວາມຮັດກຸມກວ່າເກົ່າ ເປັນຕົ້ນຄື ກ່ຽວກັບວິໄສທັດ ຊຶ່ງໃນການຄົ້ນຄວ້ານີ້ ແມ່ນໄດ້ຍົກວິໄສທັດຮອດປີ 2030, ແຕ່ປັດຈຸບັນຍັງອີກພຽງບໍ່ເທົ່າໃດປີກໍຮອດແລ້ວ; ສະນັ້ນ, ຄວນເບິ່ງຕົວຈິງຄືນວ່າຈະເອົາວິໄສທັດຢູ່ໃນລະດັບໃດຈຶ່ງຈະເໝາະສົມ. ພ້ອມນີ້, ກໍເບິ່ງຕື່ມກ່ຽວກັບບັນຫາທີ່ຍົກຂຶ້ນ ກ່ຽວກັບຄາດໝາຍຮອດປີ 2030 ອັດຕາສ່ວນຜູ້ທຸກຍາກສາມາດລຶບລ້າງໂດຍພື້ນຖານ ແມ່ນຈະສາມາດເປັນໄປໄດ້ ຫຼື ບໍ່. ນອກຈາກນັ້ນ, ກໍໃຫ້ຍົກແຈ້ງຕື່ມອີກວ່າ ແນວຄິດຂອງປະທານ ໄກສອນ ພົມວິຫານ ກ່ຽວກັບການຫັນເປັນອຸດສາຫະກຳ ແລະ ທັນສະໄໝ.

ກອງປະຊຸມຄັ້ງນີ້, ໄດ້ຮັບຮອງໂດຍພື້ນຖານ ກ່ຽວກັບເນື້ອໃນໂຄງການຄົ້ນຄວ້າລະດັບຊາດ ພາຍໃຕ້ຫົວຂໍ້ “ການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ຢູ່ ສປປ ລາວ” ຊຶ່ງຍັງຕ້ອງໄດ້ປັບປຸງ, ລົງເລິກໃຫ້ເຫັນໄດ້ເຖິງກົນໄກວິທີການ ແລະ ມາດຕະການໃນການຈັດຕັ້ງຜັນຂະຫຍາຍຕົວຈິງ ເພື່ອນໍາເອົາຜົນການຄົ້ນຄວ້າ ໄປຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ.

(ຂ່າວ-ພາບ: ສຸກສະຫວັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here