Tuesday, May 14, 2024
Homeທຸລະກິດລັດຖະບານ ອະນຸຍາດນັກລົງທຶນຂຸດຄົ້ນ ແລະ ປຸງແຕ່ງຫີນອ່ອນ 4 ເຮັກຕາ ຢູ່ອັດຕະປື

ລັດຖະບານ ອະນຸຍາດນັກລົງທຶນຂຸດຄົ້ນ ແລະ ປຸງແຕ່ງຫີນອ່ອນ 4 ເຮັກຕາ ຢູ່ອັດຕະປື

ວັນທີ 27 ມີນາ 2024 ຢູ່ແຂວງອັດຕະປື ກໍໄດ້ມີພິທີເຊັນສັນຍາສຳປະທານໂຄງ ການຂຸດຄົ້ນ ແລະ ປຸງແຕ່ງ ຫີນອ່ອນປາໂກໄດ ເຊິ່ງເປັນໂຄງການສຳປະທານແຫ່ງທີ 2 ໂດຍການຮ່ວມລົງນາມ ຝ່າຍອົງການປົກຄອງແຂວງນຳໂດຍ ທ່ານ ສູນນະຄອນ ແກ້ວວຽງຄຳ ຫົວໜ້າພະແນກແຜນການແລະ ການລົງທຶນແຂວງອັດຕະປື ແລະ ທ່ານ ນາງ ແກບ ຖານານົນ ປະທານບໍລິສັດ ແສງອາລຸນຂຸດຄົ້ນ ແລະ ປຸງແຕ່ງຫີນປາໂກໄດ ອັດຕະປື ຈຳກັດ ໂດຍມີ ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ໂຄງການລົງທຶນສຳປະທານຂຸດຄົ້ນ ແລະ ປຸງແຕ່ງຫີນອ່ອນປາໂກໄດ ມີເນື້ນທີ່ສຳປະທານຂຸດຄົ້ນຕາມການສຳຫລວດຈາກວິຊາການ ແລະ ການເຫັນດີອະນຸມັດຕາມສັນຍາແມ່ນມີເນື້ອທີ່ 4 ເຮັກຕາ ຢູ່ເຂດບ້ານຄໍາວົງສາ ເມືອງພູວົງ ແລະ ສ້າງຕັ້ງໂຮງ ງານປຸງແຕ່ງ ເນື້ອທີ່ 7,5 ເຮັກຕາ ຢູ່ເຂດບ້ານ ທາດພະໄຊ ເມືອງໄຊເສດຖາ ແຂວງອັດຕະປື, ໄລຍະການສຳປະທານ 8 ປີ, ມີກຳລັງການຂຸດຄົ້ນສະເລ່ຍ 600 ໂຕນ/ປີ, ມີທຶນຈົດທະບຽນມູນຄ່າ 20 ຕື້ກີບ, ມູນຄ່າການລົງທຶນທັງໝົດ 50 ຕື້ກີບ, ເປັນການລົງທຶນຂອງເອກະຊົນພາຍໃນ 100% ໂດຍບໍລິສັດຍິນດີປະຕິບັດພັນທະທາງດ້ານການເງິນໃຫ້ແກ່ອົງ ການປົກຄອງແຂວງ 170.000 ໂດລາສະຫະລັດ.

ໃນນັ້ນ, ປະກອບທຶນຊ່ວຍເຫລືອລ້າ ໃຫ້ລັດ 50.000 ໂດລາສະຫະລັດ, ເສຍຄ່າຊັບ ພະຍາກອນລ່ວງໜ້າ 100.000 ໂດລາສະຫະລັດ ແລະ ກອງທຶນຕ່າງໆໃນການຕິດ ຕາມກວດກາໂຄງການ 20.000 ໂດລາສະຫະລັດ. ນອກນີ້, ບໍລິສັດຍັງຕ້ອງໄດ້ປະຕິ ບັດພັນທະອາກອນໃຫ້ແຂວ ງຕາມລະບຽບ ແລະ ກົດໝາຍຢ່າງຄົບຖ້ວນ, ປະກອບສ່ວນມອບທຶນປົກປັກຮັກສາ, ທຶນຄຸ້ມຄອງໂຄງການ ແລະ ທຶນສົ່ງເສີມອື່ນໆ ຕາມທີ່ໄດ້ກຳນົດໄວ້ຢ່າງເຂັ້ມງວດ. ພາຍຫລັງໝົດສັນຍາ ບໍລິສັດ ສາມາດຕໍ່ສັນຍາໄດ້ ໂດຍອີງຕາມບົດບັນທຶກສຶກສາຄວາມເປັນໄປໄດ້ກຳນົດໄວ້ ແລະ ຖືກຕ້ອງຕາມລະບຽບ ແລະ ກົດໝາຍການລົງທຶນຂອງ ສປປ ລາວ.

ຂ່າວ: ມັດສາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments