Monday, April 29, 2024
Homeຂ່າວພາຍໃນປກສ ນະຄອນໄກສອນ ພົມວິຫານ ກັກຕົວເປົ້າໝາຍຄ້າ-ຂາຍຢາເສບຕິດ ໄດ້ 3 ຄົນ ພ້ອມຂອງກາງຫຼາຍລາຍການ.

ປກສ ນະຄອນໄກສອນ ພົມວິຫານ ກັກຕົວເປົ້າໝາຍຄ້າ-ຂາຍຢາເສບຕິດ ໄດ້ 3 ຄົນ ພ້ອມຂອງກາງຫຼາຍລາຍການ.

ໃນວັນທີ 13 ມີນາ 2024ນີ້, ເຈົ້າໜ້າທີ່ໜ່ວຍງານຕ້ານຢາເສບຕິດ ກອງບັນຊາການ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ, ໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ມີຄົນບໍ່ດີຈໍານວນໜຶ່ງເຄື່ອນໄຫວຄ້າ-ຂາຍຢາເສບຕິດ ຢູ່ຂອບເຂດ ບ້ານ ດົງໝາກຢາງ, ນະຄອນໄກສອນພົມວິຫານ, ຈາກນັ້ນ ເຈົ້າໜ້າທີ່ວິຊາສະເພາະຈິ່ງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ລົງກວດກາສະຖານທີ່ດັ່ງກ່າວ ແລະ ເຫັນວ່າມີມູນຄວາມຈິງແທ້, ແລະຕົກມາຮອດເວລາ18ໂມງຂອງວັນດຽວກັນ ຈິ່ງສາມາດກັກຕົວເປົ້າໝາຍໄດ້ 02 ຄົນ, ຍິງ 01ຄົນ, ຄື: ຊື່ ນາງ ອັນຈູ ຫຼື ຈູລີ້ ອາຍຸ 23 ປີ ອາຊີບ ກຳມະກອນ ບ້ານ ດົງໝາກຢາງ ພ້ອມຂອງກາງຢາເສບຕິດ (ຢາເຄ) ຈຳນວນ 08 ຖົງນ້ອຍ,ເງິນບາດໄທ 1.000 ບາດ, ໂທລະສັບຍີຫໍ້ໄອໂພນ ສີຂາວ 01 ໜ່ວຍ, ລົດຈັກ ຍີຫໍ້ ຮອນດ້າ ສີແດງດຳ ບໍ່ມີປ້າຍທະບຽນ 01ຄັນ ແລະ ທ້າວ ຈັນທະຄາດ ຫຼື ຕິ່ງ ອາຍຸ 31 ປີ ອາຊີບ ກຳມະກອນ, ບ້ານ ສະໜາມໄຊ, ພ້ອມຂອງກາງ (ຢາເຄ) ຈຳນວນ 60 ຖົງນ້ອຍ, ກາເຟ( coffee house) ປະສົມສານເສບຕິດກາມ້າ ຈຳນວນ 04 ຖົງ, ຢາອີ 01 ເມັດ, ເງິນກີບ 7.000.000 ກີບ, ສາຍຄໍສີເຫຼືອງ 01ເສັ້ນ, ແຫວນ ສີເຫຼືອງ 01 ວົງ, ໂທລະສັບ ຍີຫໍ້ ໄອໂພນ ສີທອງ 01 ໜ່ວຍ, ລົດຈັກຍີຫໍ້ ຊີພີເອັກ ສີຟ້າ ບໍ່ຕິດປ້ານທະບຽນ, ຈຳນວນ 01ຄັນ, ທັງສອງແມ່ນຢູ່ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ.

ແລະຕໍ່ມາ ໃນຄັ້ງວັນທີ 23 ມີນາ 2024ນີ້, ເຈົ້່າໜ້າທີ່ໜ່ວຍງານຕ້ານຢາເສບຕິດກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ຍັງສືບຮູ້ອີກວ່າ: ມີກຸ່ມຄົນບໍ່ດີຈຳນວນໜຶ່ງເຄື່ອນໄຫວຄ້າ-ຂາຍໃບກະທ້ອມຢູ່ຂອບເຂດ ບ້ານ ໂພນສະຫວັນ ນະຄອນໄກສອນພົມວິຫານ, ສະນັ້ນໃນເວລາ14ໂມງ30ນາທີ ຂອງວັນດຽວກັນ ເຈົ້າໜ້າທີ່ ສາມາດ ກັກຕົວເປົ້າໝາຍຄ້າ-ຂາຍ ໃບກະທ້ອມ ແລະ ອາວຸດເສິກໄວ້ໃນຄອບຄອງ ໄດ້ 01 ຄົນ, ຄື: ທ້າວ ສົມສັກ ຫຼື ຕ້ອຍ ອາຍຸ 42 ປີ ອາຊີບ ກຳມະກອນ ເຊື້ອຊາດໄທ ສັນຊາດໄທ ບ້ານ ໜອງຕຳລຶງ ເມືອງ ພານທອງ ແຂວງ ຊົນບູລີ ( ປະເທດໄທ)ເຊິ່ງມາ ພັກເຊົາຢູ່ ບ້ານ ໂພນສະຫວັນ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ, ພ້ອມຂອງກາງໃບກະທ້ອມແຫ້ງບົດແລ້ວຈຳນວນ 59 ຖົງນ້ອຍ ກັບ 02 ກະປຸກ, ນ້ຳຢາດີໄອ ຍີຫໍ້ດາທິດຊິນ ຈຳນວນ 11 ກວດ, ປືນສັ້ັນຊະນິດ ຊິກຊາວເອີ ຈຳນວນ 02 ກະບອກ ພ້ອມລູກກະສຸນ ຈຳນວນ 76 ລູກ, ເງິນບາດໄທ 2.270 ບາດ, ເງິນກີບ 300.000ກີບ, ໂທລະສັບ ຍີຫໍ້ ວີໂວ້ ສີດຳ 01 ໜ່ວຍ, ລົດໃຫຍ່ ຍີ່ຫໍ້ ອີຊຸຊຸດີແມັກ ລຸ້ນແຄັບ ສິປອນເງິນ ໝາຍເລກທະບຽນ ຜສ 8585 ຊົນບູລີ ຈຳນວນ 01 ຄັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments