Thursday, May 16, 2024
Homeທຸລະກິດເຂດການຮ່ວມມືເສດຖະກິດຈີນ-ລາວ ບໍ່ຫານ-ບໍ່ເຕນ ສຸມໃສ່ພັດທະນາຫລາຍໂຄງການທີ່ສຳຄັນ ເພື່ອສົ່ງເສີມເສດຖະກິດລາວ-ຈີນ

ເຂດການຮ່ວມມືເສດຖະກິດຈີນ-ລາວ ບໍ່ຫານ-ບໍ່ເຕນ ສຸມໃສ່ພັດທະນາຫລາຍໂຄງການທີ່ສຳຄັນ ເພື່ອສົ່ງເສີມເສດຖະກິດລາວ-ຈີນ

ຫວ່າງມໍ່ໆ ມານີ້, ດ່ານສາກົນບໍ່ເຕ່ນ-ບໍ່ຫານ ໄດ້ເຫັນດີຈະຊຸກຍູ້ການຮ່ວມມືຂອງຂົງ ເຂດພື້ນຖານໂຄງລ່າງພາຍໃນເຂດຮ່ວມມື, ຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງທີ່ກ່ຽວຂ້ອງກັບຜົນປະໂຫຍດລວມຂອງສັງຄົມ ແລະ ຄວາມປອດໄພຢູ່ບໍລິເວນດ່ານ ແລະ ການຮ່ວມມືອຸດສາຫະກໍາການຜະລິດສອງຝ່າຍ, ຊຸກຍູ້ວຽກງານຂອງໂຄງການຕ່າງໆ ໃຫ້ເກີດຜົນເປັນຈິງຢ່າງມີປະສິດທິພາບ, ຍົກສູງລະດັບການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງ ສອງປະເທດ, ເລັ່ງລັດການພັດທະນາຢູ່ໃນພາກພື້ນຊາຍແດນຂອງສອງປະເທດ ລາວ ແລະ ຈີນ.

ວັນທີ 14 ມີນານີ້, ເຂດການຮ່ວມມືເສດຖະກິດຈີນ-ລາວ ບໍ່ຫານ-ບໍ່ເຕ່ນ ໄດ້ຈັດພິທີເລີ່ມການກໍ່ສ້າງສູນກາງໂຄງການທີ່ສຳຄັນ ປະຈຳເດືອນ ມີນາ 2024. ໂດຍສຸມໃສ່ເລີ່ມຕົ້ນດຳເນີນການ 15 ໂຄງການທີ່ສຳຄັນ, ລວມມູນຄ່າເງິນລົງທຶນ ແມ່ນ 3.395 ຕື້ຢວນ, ແຜນການລົງທຶນປະຈຳປີ 800 ລ້ານຢວນ, ຕົ້ນຕໍແມ່ນກ່ຽວກັບຂົງ ເຂດວຽກງານຄົມມະນາຄົມ, ພື້ນຖານໂຄງລ່າງຂອງເທດສະບານ, ການດຳລົງຊີວິດຂອງປະຊາຊົນໃນສັງຄົມ, ການບໍລິການທຸລະກິດ ແລະ ຂົງເຂດອື່ນໆ. ພາຍຫຼັງສຳເລັດການກໍ່ສ້າງໂຄງການ ຈະສາມາດສ້າງຜົນປະໂຫຍດທີ່ດີໃຫ້ແກ່ປະຊາຊົນບັນດາເຜົ່າໃນເຂດປົກຄອງຕົນເອງ ຂຶ້ນສູ່ອີກກ້າວໜຶ່ງ, ຍົກສູງພາບພົດຂອງຕົວເມືອງຂຶ້ນຕື່ມອີກຂັ້ນໜຶ່ງ ແລະ ຈະເປັນການປູພື້ນຖານອັນໜັກແໜ້ນໃຫ້ແກ່ການສ້າງສາຕົວເມືອງທ່າບົກສາກົນບໍ່ຫານ.

ວັນທີ 14 ມີນານີ້, ພິທີເປີດນຳໃຊ້ຕົວແທນບໍລິການຂອງ Key card ທີ່ ເປັນການຮ່ວມມືພາຍໃຕ້ ຫົວຂໍ້ “ໜຶ່ງ key card ໃຊ້ຜ່ານທັງດ່ານພາສີ ແລະ ທະນາຄານ” ໂດຍສູນວິເຄາະຂໍ້ມູນຕົວເລກຂອງດ່ານພາສີນະຄອນສີຄຸນຫມິງ ແລະ ສາຂາທະນາ ຄານກໍ່ສ້າງ ສປ ຈີນ ແຂວງຢູນໜານ ໄດ້ເປີດຂຶ້ນຢູ່ທ່າບົກບໍ່ຫານ. ການສະໜອງການນຳໃຊ້ຮ່ວມກັນຂອງ “ໜຶ່ງ key card ໃຊ້ຜ່ານທັງດ່ານພາສີ ແລະ ທະນາຄານ” ໄດ້ເຮັດໃຫ້ການນຳໃຊ້ວິທີການບໍລິການຜ່ານທາງເອເລັກໂຕຣນິກຂອງທ່າບົກ ແລະ ການອອກໃບຢັ້ງຢືນຂອງທະນາຄານການກໍ່ສ້າງ ແລະ ທະນາຄານທາງອີນເຕີເນັດ ສອງ ສະບັບເກີດຜົນເປັນຈິງ. ວິສາຫະກິດການຄ້າຕ່າງ ປະເທດ ຖ້ານຳໃຊ້ລະບົບ “ການສະໜອງຂໍ້ມູນ ກຸ້ງຊຽງຕູນ”, ຈະສາມາດເຂົ້າໄປສູ່ “ຕາໜ່າງການຄ້າສາກົນ ສປ ຈີນ”,“ອິນເຕີເນັດ + ດ່ານພາສີ”ແລະ ຊ່ອງທາງອື່ນໆ ເພື່ອດຳເນີນທຸລະກຳທາງດ້ານພາສີ, ນອກຈາກນີ້ ຍັງສາມາດເຂົ້າສູ່ລະບົບທະນາຄານອອນລາຍ ຂອງທະນາ ຄານກໍ່ສ້າງ ຂອງ ສປ ຈີນ ແລະ ການບໍລິການທາງດ້ານການເງິນທຸລະກິດສາກົນ ອີກດ້ວຍ. ໃນຊຸມປີມໍ່ໆ ມານີ້, ຢູ່ຕົວແທນການບໍລິການຂອງ ລະບົບ “ການສະໜອງຂໍ້ ມູນ ກຸ້ງຊຽງຕູນ” ໄດ້ຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດຂອງເຂດຊາຍແດນທ່າບົກແຂວງຢຸນນານ, ເຮັດໃຫ້ການບໍລິການແບບອີເລັກໂຕຼນິກຂອງວິສາຫະກິດການຄ້າຊາຍແດນຢູ່ເຂດທ່າບົກ ສາມາດບັນລຸໄດ້“ດຳເນີນວຽກງານທຸລະກຳຢູ່ຈຸດທີ່ໃກ້ສຸດ, ມີຈຸດບໍລິການຫລາຍຈຸດ, ຈຸດບໍລິການດຽວສາມາດສຳເລັດໝົດທຸກທຸລະກຳ”.

ວັນທີ 14 ມີນານີ້, ນັກລົງທຶນກາເມຣູນ ຄື: ທ່ານ Ruda ແລະ ຄູ່ຮ່ວມງານຂອງລາວ ທ່ານ Su Changwei ໄດ້ມາຫ້ອງການບໍລິການສັງລວມເຂດການທົດລອງການຄ້າເສລີນະຄອນຄຸນໝິງ ສປ ຈີນ (ແຂວງຢຸນນານ) ແລະ ໄດ້ຮັບໃບອະນຸຍາດດຳເນີນທຸລະກິດ ທີ່ ຫາກໍ່ໄດ້ຈັດພິມອອກໃໝ່ຢູ່ຕໍ່ໜ້າປ່ອງບໍລິການລູກຄ້າ. ໃບອະນຸຍາດດຳ ເນີນທຸລະກິດສະບັບນີ້ ເປັນການອອກໃບອະນຸຍາດຄັ້ງທຳອິດຂອງ ແຂວງຢູນນານທີ່ໄດ້ອອກໃຫ້ບໍລິສັດການສະແດງສິລະປະຂອງນາຍທຶນຕ່າງປະເທດ. ອີງຕາມນະໂຍ ບາຍ ແລະ ລະບຽບການທີ່ກ່ຽວຂ້ອງ, ນັກລົງທຶນຕ່າງປະເທດສາມາດສ້າງບໍລິສັດດຳ ເນີນທຸລະກິດແບບຮ່ວມທຶນຈີນ ແລະ ຕ່າງປະເທດ ຫຼື ອົງ ການນາຍໜ້າກ່ຽວກັບການສະແດງ ໂດຍການຮ່ວມມືຈີນ ແລະ ຕ່າງປະເທດກັບນັກລົງທຶນຈີນທີ່ສອດຄ່ອງຕາມກົດໝາຍ, ແຕ່ນັກລົງທຶນຕ່າງປະເທດບໍ່ສາມາດເຂົ້າຮ່ວມການລົງທຶນໂດຍກົງໃນການດຳເນີນທຸລະກິດການສະແດງ. ການສຳເລັດການສ້າງຕັ້ງ ບໍລິສັດ ສື່ມວນຊົນ ຢາຮຸ້ຍ ຈຳກັດ ໃນຄັ້ງນີ້ ໃນເຂດທົດລອງການຄ້າເສລີນະຄອນຄຸນຫມິງ ເປັນການສ້າງຕັ້ງຂຶ້ນໂດຍ ບໍລິສັດ ສື່ມວນຊົນ ເຊິ່ງອີ້ ຢູນໜານຈຳກັດ ແລະ ນັກລົງທຶນກາເມຣູນ ທ່ານ Ruda.

ອີງຕາມສະຖິຕິຈາກ ກຸ່ມບໍລິສັດ ທາງລົດໄຟຄຸນໝິງ ຈຳກັດ ສປ ຈີນ ໄດ້ສະແດງໃຫ້ເຫັນວ່າ, ນັບແຕ່ ວັນທີ 03 ທັນວາ 2021 ທີ່ໄດ້ເປີດບໍລິການ ມາເຖິງ ວັນທີ 19 ມີນາ ປີນີ້, ລົດໄຟຂົນສົ່ງສາກົນຂອງທາງລົດໄຟຈີນ-ລາວ ໄດ້ເປີດແລ່ນລົດໄຟໄປແລ້ວ 9.000 ກວ່າຄັນ, ລວມຍອດການຂົນສົ່ງສິນຄ້າຂ້າມຊາຍແດນທັງໝົດ 7,95 ລ້ານໂຕນ. ໃນນັ້ນ, ສິນຄ້ານໍາເຂົ້າ 6,3 ລ້ານໂຕນ ແລະ ສິນຄ້າສົ່ງອອກ 1,65 ລ້ານໂຕນ. ປັດຈຸບັນ, ການບໍລິການຂົນສົ່ງສິນຄ້າຂອງທາງລົດໄຟຈີນ-ລາວ ໄດ້ກວມເອົາປະເທດລາວ, ໄທ, ຫວຽດນາມ, ມຽນມາ ແລະ 12 ປະເທດອື່ນໆ ທີ່ຢູ່ພາຍໃຕ້ການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ຍັງກວມເອົາຕົວເມືອງສໍາຄັນຂອງ 31 ແຂວງ (ເຂດ, ເມືອງ) ພາຍໃນປະເທດ ສປ ຈີນ, ຊຶ່ງເປັນການນຳພາການພັດທະ ນາເຂດອຸດສາຫະກຳເສດຖະກິດ ໃນເຂດພັດທະນາເສດຖະກິດຮອບດ້ານໄຊເສດຖາ ນະຄອນຫລວງວຽງຈັນ ແລະ ເຂດເສດຖະກິດພິເສດບໍ່ເຕ່ນ ແລະ ເຂດອື່ນໆ ຢ່າງມີປະສິດທິຜົນ, ພ້ອມດຽວກັນນັ້ນ, ກໍ່ເຫັນໄດ້ວ່າຜົນຜະລິດຂອງແປ້ງມັນຕົ້ນ, ຢາງພາລາ ແລະ ອື່ນໆຂ ອງ ສປປ ລາວ ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ ຊຶ່ງເປັນການຊຸກຍູ້ການຂະຫຍາຍຕົວ ແລະ ຍົກລະດັບຂະແໜງການອຸດສາຫະກໍາການຜະລິດຕ່າງໆ ຕາມເສັ້ນທາງລົດໄຟ ແລະ ເປັນການເພີ່ມທະວີທາງດ້ານການຄ້າສາກົນ.

ປັດຈຸບັນ, ເຂດພັດທະນາເສດຖະກິດນະຄອນຄຸນຫມິງ 2023 (ເຂດທົດລອງການຄ້າເສລີນະຄອນຄຸນມິງ) ໄດ້ນໍາເຂົ້າໂຄງການທ່າເຮືອການຄ້ານໍາເຂົ້າ ແລະ ສົ່ງອອກສາກົນ Wanwei ຄຸນຫມິງ ໃນເຂດພັດທະນາເສດຖະກິດເຕັກໂນໂລຊີ, ເຊິ່ງເປັນໜຶ່ງໃນສອງໂຄງ ການອຸດສາຫະກຳທີ່ມີມູນຄ່າເກີນ 1 ຕື້ຢວນ. ທ່າເຮືອການຄ້າດັ່ງກ່າວກວມເອົາເນື້ອທີ່ 100.000 ຕາແມັດ, ມີພື້ນທີ່ສາງແຫ້ງ (ອຸນຫະພູມປົກກ ະຕິ)ໃຫ້ເຊົ່າ 61,879 ຕາແມັດ ແລະ ມີພື້ນທີ່ສາງເຢັນ 37,712 ຕາແມັດ, ອຸນຫະ ພູມຂອງພື້ນທີ່ເກັບຮັກສາຂອງສາງເຢັນ (0℃ – 5℃), ເຂດ freezer (-18℃), ເຂດອຸນຫະພູມຄົງທີ່ (10℃-18℃) ແລະ ເຂດລະດັບອຸນ ຫະພູມອື່ນໆ, ເຊິ່ງສາມາດຕອບສະໜອງຄວາມຕ້ອງການ ການເກັບຮັກສາຂອງຫຼາຍປະເພດສິນຄ້າ. ເຂດສວນດັ່ງກ່າວ ມີອຸປະກອນສາງທີ່ທັນສະໄໝ ແລະ ແບບດີຈິຕອນ, ປະກອບມີອຸປະກອນໂຫລດຖ່າຍສິນຄ້າທີ່ມາດຕະຖານສູງ, ລະບົບການຈັດຄຸມຄອງສາງທີ່ທັນສະໃໝ, ລະບົບການຄຸ້ມຄອງຂໍ້ມູນ, ແລະ ລະບົບໜ່ວຍງານຂົນສົ່ງ ແລະ ລະບົບການຄຸ້ມຄອງຍານພາ ຫະນະ ແບບມືອາຊີບ ເພື່ອຮັບປະກັນການຂົນສົ່ງທີ່ທັນເວລາ ແລະ ຊັດເຈນ ສາ ມາດສະໜອງວິທີການໃນການແກ້ໄຂບັນຫາຂອງຂະບວນການຂົນສົ່ງຂອງວິສາຫະ ກິດທຸກປະເພດ.

ເພື່ອແນໃສ່ເນັ້ນໜັກວຽກງານສົ່ງເສີມການລົງທຶນຂຶ້ນຕື່ມອີກບາດກ້າວໜຶ່ງ, ໂດຍການອອກນະໂຍບາຍບຸລິມະສິດໃນການສົ່ງເສີມການລົງທຶນຢູ່ພາກພື້ນຝ່າຍລາວຂອງຂົງເຂດຮ່ວມມືເສດຖະກິດບໍ່ເຕ່ນ-ບໍ່ຫານ ລາວ-ຈີນ. ເຂດເສດຖະກີດພິເສດມີສິດທິພິເສດໃນການນຳໃຊ້ນະໂຍບາຍຍົກເວັ້ນພາສີຊົ່ວຄາວ “ໃນເຂດພາຍນອກດ່ານພາສີ ແລະ ຢູ່ໃນເຂດພາຍໃນຊາຍແດນ” ເພື່ອລໍຖ້າການສົ່ງອອກ, ມີສິດນຳໃຊ້ນະໂຍບາຍຍົກເວັ້ນພາສີ, ຍົກເວັ້ນພາສີຊົ່ວຄາວ,ການເກັບພາສີຕ່ຳໃນເຂດການຄ້າເສລີ ແລະ ນະໂຍບາຍບຸລິມະສິດຕ່າງໆ ຂອງເຂດເສດຖະກິດພິເສດລາວ. ຜະລິດຕະພັນທີ່ຜະລິດ, ປະກອບ, ແລະ ຕິດຍີ່ຫໍ້ສິນຄ້າຢູ່ໃນເຂດເສດຖະກິດພິເສດ ສາມາດຂໍອະນມັດ ໃບຢັ້ງຢືນແຫລ່ງກໍາເນີດຂອງ ສປປ ລາວ ແລະ ສົ່ງອອກໃນນາມຂອງສິນຄ້າທີ່ຜະລິດຢູ່ ສປປ ລາວ ພາຍໃຕ້ເຄື່ອງໝາຍ “MADE IN LAOS”, ແລະ ມີສິດນຳໃຊ້ນະໂຍບາຍບຸລິມະສິດທົ່ວໄປຂອງສະຫະພາບເອີຣົບ, ການາດາ, ອົດສະຕາ ລີ, ນູແວນເຊລັງ, ຍີ່ປຸ່ນ ແລະ ສ.ເກົາຫລີ ແລະ ປະເທດອື່ນ ລວມທັງໝົດ 41 ປະ ເທດ ກໍ່ຄື ນະໂຍບາຍ: ສິນຄ້າສ່ວນໃຫຍ່ບໍ່ເກັບພາສີ ແລະ ບໍ່ມີການຈຳກັດໂຄຕ້າການສົ່ງອອກ, ສປ ຈີນ ກໍ່ໃຫ້ບູລິມະສິດຍົກເວັນພາສີກັບສິນຄ້າທີ່ຜະລິດ ແລະ ໄດ້ເສຍພາສີ 97% ຢູ່ໃນ ສປປ ລາວ. ເຂດເສດຖະກິດພິເສດ ບໍ່ເຕ່ນ ບໍ່ເຄັ່ງຄັດກັບນະໂຍ ບາຍການຄຸ້ມຄອງເງິນຕາຕ່າງປະເທດ, ຊຶ່ງເປັນການອຳນວຍຄວາມສະດວກໃຫ້ແກ່ການຊຳລະເງິນຜ່ານແດນ ແລະ ການໂອນຈ່າຍເງິນຕາຕ່າງປະເທດຂອງບັນດາວິສາຫະກິດ, ເງິນກີບ, ເງິນໂດລາສະຫະລັດ, ເງິນຢວນ ແລະ ເງິນບາດສາມາດນຳໃຊ້ໄດ້ຢ່າງເສລີ. ນອກນັ້ນ, ບໍ່ມີຂໍ້ຈໍາກັດດ້ານປະເພດອຸດສາຫະກໍາການລົງທຶນຂອງຕ່າງປະເທດໃນເຂດເສດຖະກິດພິເສດ ແລະ ນິຕິບຸກຄົນຄົນຕ່າງປະເທດ ສາມາດຖືຫຸ້ນ 100% ໂດຍບໍ່ມີການຢັ້ງຢືນທຶນ. ສໍາລັບນະໂຍບາຍພິເສດເພີ່ມເຕີມ, ສາມາດຕິດ ຕາມໃນຊ່ອງທາງບັນຊີ WeChat ຂອງ “ເຂດພັດທະນາເສດຖະກິດຄຸນໝິງ”.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments