Monday, April 29, 2024
Homeຂ່າວພາຍໃນVietjet ມອບໂປໂມຊັ່ນ Friday Sale ມອບປີ້ຍົນລາຄາປະຢັດໄປຫວຽດນາມ ແລະ ອີກຫຼາຍປະເທດຕະຫຼອດປີ

Vietjet ມອບໂປໂມຊັ່ນ Friday Sale ມອບປີ້ຍົນລາຄາປະຢັດໄປຫວຽດນາມ ແລະ ອີກຫຼາຍປະເທດຕະຫຼອດປີ

(ນະຄອນຫຼວງວຽງຈັນ, ວັນທີ 28 ມີນາ 2024) – Vietjet ມີຄວາມຕື່ນເຕັ້ນ ທີ່ຈະໄດ້ມອບໂປຣໂມຊັ່ນ ປີ້ຍົນຕ່າງປະເທດໃນທຸກໆວັນສຸກ! ປີນີ້ເປັນໂອກາດທີ່ດີສໍາລັບນັກທ່ອງທ່ຽວຈາກທົ່ວໂລກ ໃນການເດີນທາງຕາມທີ່ຝັນ ດ້ວຍລາຄາສ່ວນຫຼຸດສຸດພິເສດ.

ທ່ານສາມາດຈອງປີ້ຍົນຕ່າງປະເທດ ດ້ວຍລາຄາເລີ່ມຕົ້ນພຽງ 0 ໂດລາເທົ່ານັ້ນ (ບໍ່ລວມພາສີ ແລະ ຄ່າທຳນຽມ) ຕັ້ງແຕ່ມື້ນີ້ຮອດວັນທີ 31 ທັນວາ 2024 ທີ່ www.vietjetair.com ຫຼື ຜ່ານແອັບມືຖື Vietjet Air. ໂປຣໂມຊັ່ນນີ້ໃຊ້ໄດ້ກັບທຸກຖ້ຽວບິນຕ່າງປະເທດ ລວມທັງຖ້ຽວບິນນະຄອນຫຼວງວຽງຈັນ-ໂຮ່ຈິມິນ ແລະ ຖ້ຽວບິນລະຫວ່າງຫວຽດນາມ ແລະ ອົດສະຕາລີ, ອິນເດຍ, ຍີ່ປຸ່ນ, ເກົາຫຼີໃຕ້, ຈີນ, ຮົງກົງ, ໄຕ້ຫວັນ ແລະ ອາຊີຕາເວັນອອກສຽງໃຕ້ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 31 ທັນວາ 2024 (ຍົກເວັ້ນວັນພັກ, ລະດູການທ່ອງທ່ຽວ).

Vietjet ນໍາທຸກໆຈຸດໝາຍປາຍທາງມາໃຫ້ໃກ້ນັກທ່ອງທ່ຽວ ໂດຍສະເພາະນັກທ່ອງທ່ຽວຈາກລາວປະເທດທີ່ບໍ່ມີຊາຍແດນຕິດກັບທະເລ. Vietjet ໃຫ້ບໍລິການຖ້ຽວບິນກົງເຊື່ອມຕໍ່ນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈີມິນ ດ້ວຍຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ໃຊ້ເວລາພຽງແຕ່ 1 ຊົ່ວໂມງ 45 ນາທີເທົ່ານັ້ນ. ມອບໂອກາດໃຫ້ນັກທ່ອງທ່ຽວຈາກປະເທດລາວ ສາມາດເພີດເພີນກັບແຫຼ່ງທ່ອງທ່ຽວທີ່ໜ້າຕື່ນຕາຕື່ນໃຈ ດ້ວຍຖ້ຽວບິນທີ່ສະດວກສະບາຍໃນລາຄາປະຢັດ. ດ້ວຍຖ້ຽວບິນທີ່ເຊື່ອມຕໍ່ນະຄອນໂຮ່ຈີມິນກັບຈຸດໝາຍປາຍທາງອື່ນໆ, ບໍ່ວ່າຈະເປັນຫາດຊາຍທີ່ສວຍງາມຢູ່ ຝູກວັກ, ດານັງ, ຍາຈາງ, ບາຫຼີ, ພູເກັດ ແລະ ອື່ນໆ. ອົດສະຕາລີ ໃນລະດູໃບໄມ້ຫຼົ່ນເຊັ່ນ:Sydney, Melbourne, Brisbane ຫຼື ເພີດເພີນໄປກັບການເດີນທາງໃນ Tokyo, Osaka, Seoul, Busan, Shanghai, Chengdu, Seam Reap ແລະ ອື່ນໆ ຫຼື ເພີດເພີນກັບງານເທດສະການຕ່າງໆໃນປະເທດອິນເດຍ ແລະ ອື່ນໆ Vietjet ກໍມອບໃຫ້ທ່ານໄດ້!

ເລີ່ມການເດີນທາງຂອງທ່ານ ແລະ ຮ່ວມສະເຫຼີມສະຫຼອງເທດສະການທົ່ວໂລກດ້ວຍໂປຣໂມຊັ່ນທີ່ໜ້າສົນໃຈຈາກພວກເຮົາ. ສຳຜັດປະສົບການ ການເດີນທາງໃນເຮືອບິນທີ່ທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ, ບໍລິການດ້ວຍພະນັກງານຫ້ອງໂດຍສານທີ່ເປັນມືອາຊີບ. ຊີມລົດຊາດອາຫານຫວຽດນາມແຊບໆບໍ່ວ່າຂະເປັນ ເຝີ ແລະ ເຂົ້າຈີ່ຫວຽດນາມ.

ເພື່ອຄວາມສະດວກສະບາຍໃນການເດີນທາງຂອງທ່ານ, Vietjet ມອບປະກັນໄພ SkyCare ໃຫ້ກັບຜູ້ໂດຍສານທັງໝົດ. ສະເພາະສະມາຊິກຂອງຂອງ Vietjet SkyJoy ຈະໄດ້ຮັບສິດທິປະໂຫຍດເພີ່ມເຕີມເຊັ່ນ: ອາຫານ, ເຄື່ອງດື່ມ ແລະ ອື່ນໆ.

ຢ່າພາດໂອກາດດີໆແບບນີ້! ທ່ອງທ່ຽວທົ່ວໂລກກັບ Vietjet ດ້ວຍໂປຣໂມຊັ່ນ “Real deal” ແລະ ເພີດເພີນກັບປະສົບການທີ່ໜ້າຈົດຈຳໄດ້ຕັ້ງແຕ່ມື້ນີ້.

ຂໍ້ມູນເພີ່່ມຕື່່ມ www.vietjetair.com

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments