Thursday, May 16, 2024
Homeຂ່າວພາຍໃນ" ແຂ່ງຂັນກິລາອ້ອມຂ້າງກະຊວງ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ "

” ແຂ່ງຂັນກິລາອ້ອມຂ້າງກະຊວງ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ “

ວັນທີ 27 ມີນາ 2024, ທີ່ເດີ່ນກິລາສູນຮັບຕ້ອນ ແລະ ຝຶກອົບຮົມວິຊາສະເພາະ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ເປີດຂະບວນການແຂ່ງຂັນກິລາອ້ອມຂ້າງ ກະຊວງປ້ອງກັນຄວາມສະຫງົບ ເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 63 ປີ ໃຫ້ມີຂະບວນການຟົດຟື້ນ, ເຂົ້າຮ່ວມເປັນປະທານໂດຍ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫົວໜ້າກົມໃຫຍ່ຕໍາຫຼວດ, ມີຄະນະພັກ-ຄະນະປະຈຳພັກກະຊວງ, ຄະນະພັກ-ຄະນະບັນຊາ, ກົມໃຫຍ່, ຫ້ອງວ່າການ, ກົມ, ກອງບັນຊາການ, ວິທະຍາຄານ, ຄະນະຮັບຜິດຊອບ, ກຳມະການຕັດສິນ ພ້ອມດ້ວຍນັກກິລາ, ນາຍ ແລະ ພົນຕຳຫຼວດ ອ້ອມຂ້າງກະຊວງ ເຂົ້າຮ່ວມ.

ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ກ່າວວ່າ: ການແຂ່ງຂັນກິລາອ້ອມຂ້າງ ກະຊວງປ້ອງກັນຄວາມສະຫງົບ ຄັ້ງນີ້ ເພື່ອເປັນການສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ ແລະ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ທີ່ຈະມາເຖິງນີ້ ໃຫ້ເປັນຂະບວນການຟົດຟື້ນ, ເປັນການເສີມສ້າງສຸຂະພາບ, ມິດຕະພາບ ແລະ ການຮັດແໜ້ນຄວາມສາມັກຄີ ທັງເປັນການຝຶກຝົນຮ່າງກາຍຈິດໃຈໃຫ້ເຂັ້ມແຂງ, ເບີກບານມ່ວນຊື່ນ ແລະ ເຮັດສຳເລັດໜ້າທີ່ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ສະນັ້ນ, ຮຽກຮ້ອງໃຫ້ບັນດາສະຫາຍຄະນະຮັບຜິດຊອບ, ຄູຝຶກ ແລະ ນັກກິລາແຕ່ລະປະເພດແຕ່ລະສະຫາຍ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນ, ຮັກສາໄດ້ຄວາມສາມັກຄີ, ຮູ້ໄດ້-ຮູ້ເສຍ-ຮູ້ໃຫ້ອະໄພເຊິ່ງກັນແລະກັນ ພ້ອມກັນເຄົາລົບ ແລະ ປະຕິບັດກະຕິກາການຕັດສິນ, ສຸມເຕັກນິກສະຕິປັນຍາເຂົ້າໃນການແຂ່ງຂັນກິລາຄັ້ງນີ້ ໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍ.

ພັອ ສອນພະຈັນ ທຳມະວົງ ຫົວໜ້າກົມໂຄສະນາອົບຮົມ ທັງເປັນ ຄະນະຮັບຜິດຊອບອະນຸກຳມະການຂະບວນການ ໃຫ້ຮູ້ຕື່ມວ່າ: ການແຂ່ງຂັນກິລາດັ່ງກ່າວ ໄດ້ເຕົ້າໂຮມກ້ອນກຳລັງນັກກິລາທີ່ມາຈາກ 16 ກົມກອງ ອ້ອມຂ້າງກະຊວງ ແລະ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໂດຍກຳນົດປະເພດກິລາ ຄື: ກິລາບານເຕະຂັ້ນການນຳ ແລະ ບານເຕະຂັ້ນຊາວໜຸ່ມທົ່ວໄປ, ກິລາບານສົ່ງ ມີ 2 ລາຍການ (ບານສົ່ງຊາຍ-ຍິງ), ກິລາກະຕໍ້ທີມດ່ຽວຊາຍທົ່ວໄປ, ກິລາເປຕັງ ມີ 3 ລາຍການ (ຄູ່ການນຳ, ຄູ່ຍິງ ແລະ ຄູ່ຊາຍ), ກິລາກ໋ອບ, ກິລາຍິງປືນ ແລະ ກິລາມວຍລາວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments