Wednesday, May 15, 2024
Homeຂ່າວພາຍໃນພົນຕີ ສາຍໃຈ ກົມມະສິດ ຕ້ອນຮັບການເຂົ້າຢ້ຽມຄຳນັບ ເອກອັກຄະລັດຖະທູດການາດາ ປະຈໍາອາຊຽນ

ພົນຕີ ສາຍໃຈ ກົມມະສິດ ຕ້ອນຮັບການເຂົ້າຢ້ຽມຄຳນັບ ເອກອັກຄະລັດຖະທູດການາດາ ປະຈໍາອາຊຽນ

ວັນທີ 26 ມີນາ 2024 ທີ່ຫ້ອງຮັບແຂກກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ ທ່ານ ພົນຕີ ສາຍໃຈ ກົມມະສິດ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ທ່ານ ນາງ ວີກກີ້ ຊິງມິນ ເອກອັກຄະລັດຖະທູດການາດາ ປະຈຳອາຊຽນ ພ້ອມຄະນະ ເນື່ອງໃນໂອກາດທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ. ໂອກາດນີ້ ທ່ານ ພົນຕີ ສາຍໃຈ ກົມມະສິດ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ທ່ານເອກອັກຄະລັດຖະ ທູດ ການາດາປະຈໍາອາຊຽນ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມ ຢາມ ສປປ ລາວ ໃນຄັ້ງນີ້ ເຊິ່ງສອງຝ່າຍໄດ້ປຶກສາຫາລືຕໍ່ການພົວພັນຮ່ວມມືກັນໃນດ້ານຕ່າງໆ ໃນຂົງເຂດກອງທັບ ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍການຮ່ວມມືລະຫວ່າງສອງກອງທັບລາວ-ການາດາ ໃຫ້ນັບມື້ນັບຂະຫຍາຍຕົວ ແຕກດອກອອກຜົນຍິ່ງໆຂຶ້ນ.


ພ້ອມນີ້ ທ່ານເອກອັກຄະລັດຖະທູດ ການາດາ ປະຈໍາອາຊຽນ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ພົນຕີ ສາຍໃຈ ກົມມະສິດ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຢືນຢັນວ່າຈະສືບຕໍ່ສະໜັບສະໜູນ ສຸມໃສ່ປະຕິບັດໜ້າທີ່ການທູດໃນຂົງເຂດອາຊຽນ ໃຫ້ກວ້າງຂວາງ ພ້ອມທັງ ຈະສຸມໃສ່ຊຸກຍູ້ ແລະ ປະກອບ ສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດການາດາ-ລາວ ໃຫ້ນັບມື້ໄດ້ຮັບປະສິດທິຜົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments