Monday, April 29, 2024
Homeແຈ້ງການສໍາຄັນສະພາບອາກາດ ວັນທີ 27 ມີນາ 2024

ສະພາບອາກາດ ວັນທີ 27 ມີນາ 2024

ສະພາບອາກາດ ເຊົ້າວັນທີ 27 ມີນາ 2024 ຄວາມກົດດັນສູງຂອງອາກາດ ເຢັນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງໃຕ້ພັດປົກຄຸມ. ຊຶ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນໃນຕອນເຊົ້າ ພ້ອມມີໝອກ ບາງປົກຫຸ້ມຢູ່ທົ່ວໄປຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູ ພຽງບໍລະເວນ, ສ່ວນແຂວງພາກກາງ ແລະ ພາກໃຕ້ ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຢູ່ບາງທ້ອງຖິ່ນ.

ສໍາລັບນະຄອນຫລວງວຽງຈັນ: ອາກາດເຢັນໃນຕອນເຊົ້າ ແລະ ຈະມີ ຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຢູ່ບາງບໍລິເວນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມ ໃນລະຫວ່າງ 25-37 ອົງສາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments