ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເມືອງຜາອຸດົມ ເປີດປີທ່ອງທ່ຽວລາວ 2024 ຕິດພັນກັບບຸນປະເພນີຢູນກຣະ ເຜົ່າກຶມມຸຣອກ ບ້ານໂຮມສຸກ ໃນວັນທີ 25 ມີນາ 2024 ໂດຍມີ ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ມີການນຳຂອງແຂວງ, ເມືອງ, ພາກສ່ວນກ່ຽວຂ້ອງ, ອົງ ການປົກຄອງບ້ານ, ປະຊາຊົນບັນດາເຜົ່າເຂົ້າຮ່ວມ. ທັງນີ້, ກໍເພື່ອເປັນການອະນຸລັກ ຮັກສາວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງບັນດາເຜົ່າ, ທັງເປັນການຊຸກຍູ້ສົ່ງເສີມການທ່ຽວທ່ອງ.
![](https://medialaos.net/wp-content/uploads/2024/03/433128782_858041423016832_7690239638363852000_n.jpg)
ທ່ານ ຈັນທອນ ພົນທະລາ ເຈົ້າເມືອງຜາອຸດົມ ໄດ້ໃຫ້ຮູ້ວ່າ: ການເປີດປີທ່ອງທ່ຽວ 2024 ຕິດພັນກັບບຸນປະເພນີຢູນກຣະ ຢູ່ເມືອງຜາອຸດົມ ເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວ ລາວທ່ຽວລາວ ໃຫ້ເປັນຂະບວນຟົດຟື້ນ, ທັງເປັນການອະນຸລັກຮັກສາວັດທະນະທຳ ຮີດຄອງປະເພນີອັນດີງາມ ຂອງບັນດາເຜົ່າ ໄວ້ໃຫ້ສືບທອດກັນຕໍ່ໄປ. ໃນງານຄັ້ງນີ້, ໄດ້ມີການວາງສະແດງສິນຄ້າ ເປັນຕົ້ນ ແຜ່ນແພ, ເຄື່ອງຈັກສານ, ອຸປະກອນທຳການຜະລິດ, ເຄື່ອງຄົວເຮືອນ, ອາຫານທີ່ເປັນເອກະລັກຂອງບັນດາເຜົ່າ ແລະ ພູມປັນຍາຂອງທ້ອງຖິ່ນ, ພ້ອມທັງມີການສະແດງສີລະປະ-ວັນນະຄະດີຈາກບັນດາເຜົ່າ, ມີທັງບົດຟ້ອນ, ຂັບລຳ, ເຈີມ ທີ່ສ່ອງແສງເຖິງວິຖີຊີວິດ, ວັດທະນະທໍາ, ຂະນົບທໍານຽມ, ຮີດຄອງປະເພນີ ການນຸ່ງຖື-ການແຕ່ງກາຍ ທີ່ເປັນເອກະລັກ ຂອງບັນດາເຜົ່າ ຢ່າງມີບັນຍາກາດເບີກບານມ່ວນຊື່ນ.ນອກຈາກນີ້, ກໍໄດ້ມີການແຫ່ເກີ້ງ ກໍຄື ການແຫ່ຂະບວນບຸນປະເພນີຢູນກຣະ ໄປພາຍໃນບ້ານ ເພື່ອເປັນການບອກກ່າວ ໃຫ້ຜີບ້ານຜີເຮືອນ ແລະ ສິ່ງສັກສິດທັງປວງ ຊ່ວຍປົກປັກຮັກສາຄຸ້ມຄອງ ບ້ານ, ເມືອງ ໃຫ້ຢູ່ເຢັນເປັນສຸກ ການທຳມາຫາກິນ, ການຜະລິດພືດຜົນໄດ້ດຳເນີນໄປຢ່າງດີ ແລະ ໄດ້ຮັບຜົນດີຂື້ນເລື້ອຍງໆ.
![](https://medialaos.net/wp-content/uploads/2024/03/433204499_858041426350165_1611364010946146980_n.jpg)
ບຸນປະເພນີຢູນກຣະ ເຜົ່າກຶມມຸຣອກ ປະຊາຊົນບ້ານໂຮມສຸກ ໄດ້ຈັດຂຶ້ນໃນທຸກໆປີຕາມການເຊື່ອຖືແຕ່ປູ່ຍາຕາຍາຍ ເພື່ອລະນຶກເຖິງຄຸນງານຄວາມດີຂອງບັນພະບູລຸດ ທີ່ໄດ້ລວງລັບໄປ, ເປັນການສະເຫລີມສະຫລອງຜົນງານການເກັບກ່ຽວຜົນຜະລິດກະສິກຳ ແລະ ເຕົ້າໂຮມຄວາມສາມັກຄີພາຍໃນບ້ານ, ພົບປະສ້າງສັນ, ມ່ວນຊື່ນ ພາຍຫລັງສຳເລັດການເກັບກ່ຽວຜົນຜະລິດຕ່າງໆ. ໃນປີນີ້, ການຈັດບຸນປະເພ ນີຢູນກຣະ ເຜົ່າກຶມມຸຣອກ ແມ່ນຕິດພັນກັບການເປີດປີທ່ອງທ່ຽວລາວ 2024 ຢູ່ເມືອງຜາອຸດົມ ເຊິ່ງເມືອງຜາອຸດົມ ໄດ້ກໍານົດປະຕິທິນການທ່ອງທ່ຽວຂອງເມືອງໃນແຕ່ລະເດືອນ ປະກອບມີ 5 ກິດຈະກໍາໃນລະຫວ່າງຕົ້ນເດືອນທັນວາ ຫາເດືອນມັງກອນ ຫລື ເດືອນກຸມພາ ເປັນຕົ້ນ ບຸນກິນເຂົ້າໃໝ່ ຂອງເຜົ່າໄຕດໍາ, ບຸນກິນຈຽງ ຂອງເຜົ່າມົ້ງ, ບຸນເຕັດນຶມ ຂອງເຜົ່າກຶມມຸ, ບຸນຢູນກຣະ ຂອງເຜົ່າກຶມມຸຣອກ, ເດືອນມີນາ ຫາ ເດືອນເມສາ ແມ່ນ ບຸນຈູດບັ້ງໄຟ ຂອງເຜົ່າລື້.
ຂ່າວ: ສາຍສະໝອນ ແກ້ວວິສິດ