Thursday, May 16, 2024
Homeຂ່າວໜ້າໜຶ່ງກອງປະຊຸມວິຊາການອາຊຽນ ວ່າດ້ວຍບັນຫາອາຊະຍາກຳຂ້າມຊາດ

ກອງປະຊຸມວິຊາການອາຊຽນ ວ່າດ້ວຍບັນຫາອາຊະຍາກຳຂ້າມຊາດ

ກອງປະຊຸມໜ່ວຍງານວິຊາການອາຊຽນ ວ່າດ້ວຍບັນຫາອາຊະຍາກໍາຂ້າມຊາດແບບທົ່ວໄປ ຄັ້ງທີ 2 ໄດ້ຈັດຂຶ້ນໃນວັນທີ 26 ມີນາ 2024 ທີ່ ນະຄອນຫຼວງວຽງຈັນ ສປປ ລາວ ແບບເຊິ່ງໜ້າ ແລະ ແບບອອນລາຍ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພັນເອກ ກີ້ ຈັນທະວົງສາ ຫົວໜ້າກົມພົວພັນຕ່າງປະເທດ ຫ້ອງວ່າການກະຊວງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ໂດຍມີຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນ, ປະເທດຕີມໍ ເລສເຕ ໃນນາມປະເທດຜູ້ສັງເກດການ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ.

ເນື້ອໃນສໍາຄັນທີ່ຖືກຍົກຂຶ້ນສົນທະນາໃນກອງປະຊຸມຄັ້ງນີ້ ປະກອບມີ: ການລາຍງານຄວາມຄືບໜ້າໃນຂົງເຂດບູລິມະສິດພາຍໃຕ້ຂອບກອງປະຊຸມລັດຖະມົນຕີອາຊຽນວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ, ການຕົກລົງຍືດອາຍຸການຈັດຕັ້ງປະຕິບັດແຜນວຽກເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ (2022-2024) ເປັນ 2025 ເພື່ອໃຫ້ສອດຄ່ອງກັບການສະຫຼຸບແຜນປະຕິບັດງານອາຊຽນວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ.

ກອງປະຊຸມໄດ້ມີຄວາມເປັນເອກະພາບກັນວ່າ ກອງປະຊຸມວົງແຄບຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 24 ຈະປຶກສາຫາລືແລກປ່ຽນທັດສະນະ ກ່ຽວກັບການທົບທວນຄືນຂົງເຂດບູລິມະສິດ ທີ່ຈະຖືກບັນຈຸໃສ່ແຜນປະຕິບັດງານ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ 2026-2035.

ພ້ອມດຽວກັນນີ້, ກອງປະຊຸມ ກໍໄດ້ນໍາສະເໜີການສ້າງເອກະສານທີ່ເປັນບູລິມະສິດ ຈໍານວນ 7 ສະບັບ ຄື: ຮ່າງຖະແຫຼງການຜູ້ນໍາອາຊຽນ ວ່າດ້ວຍການຮັດແໜ້ນການຮ່ວມມື ເພື່ອແກ້ໄຂບັນຫາການລັກລອບຄ້າຂາຍຢາເສບຕິດ ແລະ ສານເຄມີຕົ້ນ, ຮ່າງຖະແຫຼງການວຽງຈັນ ວ່າດ້ວຍການຕ້ານການຫຼອກລວງການຈ້າງງານທາງອອນລາຍ ແລະ ການຄ້າມະນຸດ, ຮ່າງລະບຽບການວ່າດ້ວຍການປະສານງານໃຫ້ມີປະສິດທິພາບໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ, ຮ່າງລະບຽບການ ວ່າດ້ວຍຫຼັກການປະຕິບັດ ແລະ ພິທີການສໍາລັບກອງປະຊຸມລັດຖະມົນຕີອາຊຽນວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ແລະ ກົນໄກທີີ່ຂຶ້ນກັບ, ໂຄງຮ່າງການສະເໜີໂຄງການລິເລີ່ມພາຍໃຕ້ກອງປະຊຸມລັດຖະມົນຕີອາຊຽນວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ແລະ ກົນໄກທີ່ຂຶ້ນກັບ; ທົບທວນຄືນພາລະບົດບາດຂອງກອງປະຊຸມລັດຖະມົນຕີອາຊຽນວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ, ທົບທວນຄືນພາລະບົດບາດຂອງກອງປະຊຸມວິຊາການຮ່ວມອາຊຽນ-ຣັດເຊຍ ວ່າດ້ວຍການຕ້ານການກໍ່ການຮ້າຍ ແລະ ອາຊະຍາກໍາຂ້າມຊາດ.

ກອງປະຊຸມໜ່ວຍງານວິຊາການອາຊຽນ ວ່າດ້ວຍບັນຫາອາຊະຍາກໍາຂ້າມຊາດແບບທົ່ວໄປ ຄັ້ງທີ 2 ນີ້ແມ່ນກອງປະຊຸມກະກຽມເນື້ອໃນ ສໍາລັບກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 24 ທີ່ຈະຈັດຂຶ້ນໃນ ລະຫວ່າງ 24-28 ມິຖຸນາ 2024 ແລະ ກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 18 ທີ່ຈະຈັດຂຶ້ນໃນລະຫວ່າງ 26-30 ສິງຫາ 2024 ທີ່ ນະຄອນຫຼວງວຽງຈັນ ສປປ ລາວ.

ພາບ: ຄຳໂຖ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments