Saturday, July 27, 2024
Homeຂ່າວຕ່າງປະເທດເສດຖະກິດດີຈີຕອນອາຊຽນ ແມ່ນຂຶ້ນກັບການປັບປຸງຄຸນນະພາບຊັບພະຍາກອນມະນຸດ

ເສດຖະກິດດີຈີຕອນອາຊຽນ ແມ່ນຂຶ້ນກັບການປັບປຸງຄຸນນະພາບຊັບພະຍາກອນມະນຸດ

ຂ່າວສານຫວຽດນາມລາຍງານວ່າ: ທ່ານ ຣິກ ເລເຊີ ປະທານບໍລິສັດ Boston Consulting Group (ບໍລິສັດທີ່ປຶກສາດ້ານການຈັດການລະດັບໂລກ ຂອງ ອາເມຣິກາ – BCG) ກ່າວວ່າ: ບັນດາປະເທດອາຊຽນພວມປະເຊີນໜ້າກັບໂອກາດພັດທະນາເສດຖະກິດດີຈີຕອນ, ແຕ່ຂະບວນການນີ້ຍັງຂຶ້ນກັບການຍົກລະດັບຄວາມເຂັ້ມແຂງຂອງກຳລັງແຮງງານ.

BCG ຄາດຄະເນວ່າ: ມູນຄ່າອຸດສາຫະກຳດິີຈີຕອນ ຂອງອາຊຽນ ເຊັ່ນ: ອີຄອມເມີຊ ຈະເພີ່ມຂຶ້ນຈາກ 300 ຕື້ໂດລາໃນປັດຈຸບັນເປັນ 1.000 ຕື້ໂດລາ ໃນປີ 2030. ແນວໃດກໍຕາມ, ຖ້າຫາກວ່າອາຊຽນ ມີພື້ນຖານທີ່ແຂງແຮງ, ຈໍານວນນີ້ອາດຈະເພີ່ມຂຶ້ນເປັນສອງເທົ່າ.

ທ່ານ ຣິກ ເລເຊີ ເຊື່ອໝັ້ນວ່າ: ການຫັນເປັນດີຈີຕອນ ຈະປ່ຽນແປງໃໝ່ທຸກຂະແໜງການທັງໝົດ, ນັັັັັັບຕັ້ງແຕ່ຂົງເຂດເຕັກໂນໂລຊີ ເຊັ່ນ: ຊັອບແວ, ໂທລະຄົມ ແລະ ປັນຍາປະດິດ ໄປຮອດຂົງເຂດຕ່າງໆເຊັ່ນ: ການເບິ່ງແຍງສຸຂະພາບ, ການສຶກສາ ແລະ ກະສິກຳ. ຂະບວນການນີ້ຈະສ້າງການປ່ຽນແປງອັນໃຫຍ່ຫຼວງໃຫ້ແກ່ວິສາຫະກິດ, ທັງຊຸກຍູ້ສະພາບການແຮງງານ ແລະ ກຳລັງເຕີບໂຕໃໝ່.

BCG ເນັ້ນໜັກວ່າ: ອາຊຽນ ຕ້ອງລົງທຶນຫຼາຍຂຶ້ນກວ່າເກົ່າໃນການສ້າງທຶນມະນຸດ ເພື່ອໃຊ້ປະໂຫຍດຈາກທ່າແຮງໃນການຂະຫຍາຍຕົວທາງດ້ານດີຈີຕອນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments