Home ຂ່າວໜ້າໜຶ່ງ ນາຍົກກຳປູເຈຍ ຢ້ຽມຢາມໂຄງການພັດທະນາທ່າບົກ ທ່ານາແລ້ງ ແລະ ເຂດໂລຊິສຕິກ

ນາຍົກກຳປູເຈຍ ຢ້ຽມຢາມໂຄງການພັດທະນາທ່າບົກ ທ່ານາແລ້ງ ແລະ ເຂດໂລຊິສຕິກ

0

ວັນທີ 26 ມີນານີ້, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ໄປຢ້ຽມຢາມໂຄງການພັດທະນາທ່າບົກ ທ່ານາແລ້ງ ແລະ ເຂດໂລຊິສຕິກ ພາກ ຈໍາກັດ ທີ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ໃນໂອກາດເດີນທາງເຄື່ອນໄຫວມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນວັນທີ 25-26 ມີນາ 2024 ໂດຍມີ ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ວຽງຈັນໂລຊິສຕິກ ພາກ ຈໍາກັດ ທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ ພ້ອມດວ້ຍພະນັກງານ ໃຫ້ການຕ້ອນຮັບ.

ທ່ານ ຈັນທອນ ສິດທິໄຊ ໄດ້ລາຍງານວ່າ: ໂຄງການພັດທະນາທ່າ ບົກທ່ານາແລ້ງ ແລະ ເຂດໂລຊິສຕິກ ພາກຈໍາກັດ ສ້າງຂຶ້ນເພື່ອຜັນຂະຫຍາຍນະໂຍບາຍຂອງລັດຖະບານໃນການຫັນປ່ຽນ ສປປ ລາວ ໃຫ້ເປັນສູນກາງແຫ່ງການເຊື່ອມຈອດ ແລະ ເຊື່ອມໂຍງອະນຸພາກພື້ນ ແລະ ສາກົນ, ຈຸດທີ່ຕັ້ງຍຸດທະສາດຈະເຮັດໜ້າທີ່ເປັນສູນກາງຂອງການຂະຫຍາຍການຄ້າລະຫວ່າງ ອາຊຽນ – ສປ ຈີນ, ເອີຣົບ ໂດຍນຳໃຊ້ໂຄງການເສັ້ນທາງລົດໄຟລາວ-ຈີນ ຊຶ່ງຈະຊ່ວຍປະຢັດເວລາ ແລະ ຫຼຸດຜ່ອນຕົ້ນທຶນໂດຍການຂົນສົ່ງສິນຄ້ານຳເຂົ້າ-ສົ່ງອອກຜ່ານດ່ານຂົວມິດຕະພາບແຫ່ງທີໜຶ່ງ ໃນເມື່ອໂຄງການນີ້ສ້າງສໍາເລັດຈະເຮັດໃຫ້ ສປປ ລາວ ບໍ່ພຽງແຕ່ທາງຜ່ານເທົ່ານັ້ນ, ແຕ່ເປັນສູນກາງເຊື່ອມໂຍງການຄ້າລະຫວ່າງປະເທດ ໃຫ້ໄດ້ຮັບການຍອມຮັບຈາກເຄືອຂ່າຍຂົນສົ່ງລະຫວ່າງປະເທດ ໄປສູ່ຈຸດໝາຍປາຍທາງ ແລະ ເປັນພື້ນຖານຈຸດຜ່ານທີ່ສຳຄັນຕອບສະໜອງຍຸດທະສາດການເຊື່ອມໂຍງ.

ໂຄງການທ່າບົກ-ທ່ານາແລ້ງ ເຂດໂລຊິສຕິກ ພາກ ຈໍາກັດ ໄດ້ເລີ່ມລົງມືກໍ່ສ້າງໃນເດືອນ ພະຈິກ ປີ 2020 ເເລະ ກໍ່ສ້າງສໍາເລັດພ້ອມທັງເປີດນໍາໃຊ້ໃນວັນທີ 4 ທັນວາ 2021 ໂດຍແບ່ງອອກເປັນ 2 ເຂດຄື: ເຂດໂລຊິດສະຕິກ ມີເນື້ອທີ່ 327 ເຮັກຕາ ເເລະ ເຂດທ່າບົກມີເນື້ອທີ່ 90 ເຮັກຕາ.

ໃນໂອກາດດັ່ງກ່າວ, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາເນັດ ໄດ້ສະແດງຄວາມຊົມເຊີຍຕໍ່ໂຄງການ ໂດຍສະເພາະແມ່ນຜູ້ບໍລິຫານ. ໂຄງການດັ່ງກ່າວ, ຈະເປັນເປັນສູນກາງແຫ່ງການເຊື່ອມຈອດ ແລະ ເຊື່ອມໂຍງອະນຸພາກພື້ນ ແລະ ສາກົນ, ຈຸດທີ່ຕັ້ງຍຸດທະສາດຈະເຮັດໜ້າທີ່ເປັນສູນກາງຂອງການຂະຫຍາຍການຄ້າລະຫວ່າງ ອາຊຽນ – ສປ ຈີນ, ເອີຣົບ ໂດຍນຳໃຊ້ໂຄງການເສັ້ນທາງລົດໄຟລາວ-ຈີນ. ພ້ອມດຽວກັນ, ກໍໄດ້ກ່າວໃຫ້ຮູ້ວ່າ: ການພົບປະກັບນາຍົກລັດຖະມົນຕີຂອງ ສປປ ລາວ ແລະ ການເຂົ້າຢ້ຽມຂໍ່ານັບ ປະທານປະເທດ ແຫ່ງ ສປປ ລາວ, ກໍໄດ້ມີຄວາມສົນໃຈ ແລະ ແລກປ່ຽນກັບປະເດັນນີ້ ຊຶ່ງໃນອະນາຄົດພາຍໜ້າ ອາດຈະຕ້ອງມີການເຊື່ອມຈອດລະຫວ່າງ ສອງປະເທດ ບໍ່ວ່າຈະເປັນທາງດ່ວນ ແລະ ທາງລົດໄຟ.

(ຂ່າວ-ພາບ: ສຸກສະຫວັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version