Home ຂ່າວພາຍໃນ ທ່ານ ຄຳພັນ ພົມມະທັດ ຕ້ອນຮັບທູດ ອາເມຣິກາເຂົ້າຢ້ຽມຂໍ່ານັບ

ທ່ານ ຄຳພັນ ພົມມະທັດ ຕ້ອນຮັບທູດ ອາເມຣິກາເຂົ້າຢ້ຽມຂໍ່ານັບ

0

ທ່ານ ຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ຕ້ອນຮັບ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງສະຫະລັດອາເມຣິກາ ຄົນໃໝ່ ປະຈຳ ສປປ ລາວເຂົ້າຢ້ຽມຂ່ຳນັບເມື່ອວັນທີ 26 ມີນາ ນີ້ ທີ່ຫ້ອງຮັບແຂກຄະນະກວດກາສູນກາງພັກ, ເນື່ອງໃນໂອກາດທ່ານທູດມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ສະຫະລັດອາເມຣິກາຄົນໃໝ່ ປະຈຳລາວ.

ໃນໂອກາດດັ່ງກ່າວ, ທ່ານ ຄຳພັນ ພົມມະທັດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ ທ່ານ ນາງ ແຮັດເຕີ ວາເຣຍອາວາ ທີ່ຖືກແຕ່ງຕັ້ງມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາຄົນໃໝ່ ປະຈຳລາວ ຊຶ່ງເປັນການປະກອບສ່ວນຮັດແໜ້ນສາຍພົວພັນຮ່ວມມື ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລະຫວ່າງ ລາວ – ອາເມຣິກາ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ, ທ່ານຄຳພັນ ພົມມະທັດ ຍັງໄດ້ອວຍພອນໃຫ່ທ່ານທູດຈົ່ງປະສົບຜົນສຳເລັດໃນການມາປະຕິບັດໜ້າທີ່ການທູດປະຈຳລາວ ໃນຄັ້ງນີ້ ແລະ ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ຈົ່ງໄດ້ຮັບການເສີມຂະຫຍາຍ ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

ທ່ານທູດ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ຄຳພັນ ພົມທະທັດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ກ່າວຢືນຢັນວ່າຈະຕັ້ງໜ້າປະຕິບັດໜ້າທີ່ ເພື່ອເປັນຂົວຕໍ່ໃຫ້ແກ່ການພົວພັນ ຮ່ວມມື ລະຫວ່າງສອງປະເທດ ໃຫ້ເກີດດອກອອກຜົນຢ່າງແທ້ຈິງ.

ສປປ ລາວ ແລະ ສ ອາເມຣິກາ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 10 ສິງຫາ 1955 ໃນນັ້ນການພົວພັນລະຫວ່າງ ສປປ ລາວ ແລະ ສ ອາເມຣິກາ ມີຫຼາຍດ້ານຄື: ດ້ານການເມືອງ, ການຮ່ວມມືດ້ານວຽກງານຊອກຄົ້ນຫາກະດູກ ແລະ ສິ່ງເສດເຫຼືອຂອງທະຫານ ອາເມຣິກາ ທີ່ ຫາຍສາບສູນໃນປາງສົງຄາມຢູ່ລາວ (MIA), ການຮ່ວມມືດ້ານການປາບປາມຢາເສບຕິດ (Narcotic), ການຮ່ວມມືດ້ານວຽກງານເກັບກູ້ລະເປີດບໍ່ທັນແຕກ (UXO), ການຮ່ວມມືດ້ານການຄ້າ ແລະ ການລົງທຶນ, ການໃຫ້ການສະໜັບສະໜູນ ຊຶ່ງກັນ ແລະ ກັນ, ການຮ່ວມມືດ້ານສາທາລະນະສຸກ, ການຮ່ວມມືຕ້ານລັດທິກໍ່ການຮ້າຍ, ອາຊະຍະກຳຂ້າມຊາດ ແລະ ການບັງຄັບໃຊ້ກົດໝາຍ, ດ້ານການຮ່ວມມືບັນດາປະເທດລຸ່ມແມ່ນໍ້ຂອງ, ການຮ່ວມມືໃນຂອບຄະນະກຳມະການແມ່ນໍ້ຂອງສາກົນ (MRC) ແລະ ດ້ານອື່ນໆ.

ໃນໄລຍະຜ່ານມາ ສ ອາເມຣິກາ ໄດ້ຊ່ວຍເຫຼືອດ້ານການແພດເພື່ອມະນຸດສະທໍາທີ່ປິ່ນອ້ອມ, ໄດ້ຊ່ວຍເຫຼືອດ້ານການແພດແກ່ບັນດາແຂວງ, ປຸກສ້າງໂຮງຮຽນ, ໂຮງໝໍ ແລະ ອື່ນໆ ຊຶ່ງມາເຖິງປັດຈຸບັນກໍມີມູນຄ່າຫຼາຍສິບລ້ານໂດລາ.

(ຂ່າວ-ພາບ: ສຳນານ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version