Saturday, July 27, 2024
Homeຂ່າວພາຍໃນສະຫຼຸບຖອດຖອນບົດຮຽນ ການຈັດກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ວົງແຄບ

ສະຫຼຸບຖອດຖອນບົດຮຽນ ການຈັດກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ວົງແຄບ

ໃນວັນທີ 25 ມີນາ 2024, ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ວົງແຄບ, ໂດຍການເປັນປະທານຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນແຫ່ງ ສປປ ລາວ, ມີບັນດາຜູ້ຕາງໜ້າຄະນະກົມໃຫຍ່, ຄະນະກຳມະການ, ອະນຸກຳມະການ ແລະ ກອງເລຂາອາຊຽນກະຊວງປ້ອງກັນປະເທດ ຕະຫຼອດຮອດວິຊາການທີ່ກ່ຽວຂອງເຂົ້າຮ່ວມ.

ສະຫາຍ ພັນເອກ ເຟືອງໄຊ ມີລາກົງ ຮອງຫົວໜ້າກົມພົວພັນຕ່າງປະເທດ, ຫົວໜ້າໜ່ວຍງານວິຊາການເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນແຫ່ງ ສປປ ລາວ, ຫົວໜ້າກອງເລຂາອາຊຽນຂອງກະຊວງປ້ອງກັນປະເທດ ໄດ້ລາຍງານໃຫ້ຮູ້ວ່າ: ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນວົງແຄບ ໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ສ້າງສັນ ແລະ ຈົບລົງດ້ວຍຜົນສໍາເລັດຕາມລະດັບຄາດໝາຍ, ເຊິ່ງສະແດງອອກໃນການມີສ່ວນຮ່ວມ, ການສະໜັບສະໜູນ ແລະ ການປະກອບສ່ວນຂອງບັນດາປະເທດສະມາຊິກອາຊຽນ ເຂົ້າໃນການແລກປ່ຽນທັດສະນະກ່ຽວກັບ ເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ຢ່າງກົງໄປກົງມາ, ໂດຍສະເພາະການເຫັນດີເປັນເອກະພາບຂອງບັນດາ ລັດຖະມົນຕີປ້ອງກັນປະເທດອາຊຽນ ຕໍ່ກັບ ຖະແຫຼງການຮ່ວມຂອງກອງປະຊຸມ ທີ່ສະແດງໃຫ້ເຫັນເຖິງຜົນງານ ແລະ ການປະກອບສ່ວນຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ໃນການຈັດຕັ້ງປະຕິບັດແຜນແມ່ບົດເສົາຄໍ້າປະຊາຄົມອາຊຽນ 2025 ໂດຍສະເພາະ ແມ່ນເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ນັບຕັ້ງແຕ່ປີ 2015 ເປັນຕົ້ນມາ. ໂດຍລວມບັນດາຄະນະຜູ້ແທນທີ່ເຂົ້າຮ່ວມ ມີຄວາມປະທັບໃຈຕໍ່ກັບການຕ້ອນຮັບອັນອົບອຸ່ນ ກໍຄື ການເປັນເຈົ້າພາບທີ່ດີຂອງກະຊວງປ້ອງກັນປະເທດ ກໍຄື ກອງທັບປະຊາຊົນລາວ ແລະ ສາມາດເຮັດໃຫ້ການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ວົງແຄບໃນຄັ້ງນີ້ ປະສົບຜົນສໍາເລັດຕາມຈຸດປະສົງເປົ້າໝາຍ.

ໂດຍ: ໂຈ່ລີ້ ວົງໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments