Saturday, July 27, 2024
Homeແຈ້ງການສໍາຄັນນິໃສ 10 ຂໍ້ທີ່ທຳລາຍສະໝອງ!!

ນິໃສ 10 ຂໍ້ທີ່ທຳລາຍສະໝອງ!!

1. ບໍ່ກິນອາຫານເຊົ້າ ຫຼາຍຄົນຄິດວ່າການບໍ່ກິນອາຫານເຊົ້າ ຍ້ອນວ່າຟ້າວໄປເຮັດວຽກ ຊື່ງເຮັດໃຫ້ລະດັບນໍ້າຕານໃນເລືອດຕໍ່າໄດ້ ແລະ ເປັນສາເຫດເຮັດໃຫ້ສານອາຫານໄປບໍາລຸງສະໝອງບໍ່ພຽງພໍ ສາມາດເຮັດໃຫ້ສະໝອງເຊື່ອມອີກ 10 Other Misconceptions With Food.
2. ກິນອາຫານຫຼາຍເກີນໄປກໍ່ບໍ່ດີ ຈະເຮັດໃຫ້ເສັ້ນເລືອດແດງໃນສະໝອງແຂງ ເປັນສາເຫດໃຫ້ຄວາມຈໍາສັ້ນ.
3. ສູບຢາແຕ່ຢາກເຕືອນຄົນສູບຢາໜັກໆ ຢາສູບເຮັດໃຫ້ເກີດມະເຮັງ, ເປັນໂລກສະໝອງຝໍ່ ແລະ ພະຍາດ Alzheimer.
4. ກິນຂອງຫວານຫຼາຍເກີນໄປ ຈະໄປຂັດຂວາງການດູດຊຶມຂອງທາດໂປຼຕີນ ແລະ ສານອາຫານທີ່ເປັນປະໂຫຍດ ເປັນສາເຮັດໃຫ້ເກີດການຂາດສານອາຫານ ແລະ ຂັດຂວາງການພັດທະນາສະໝອງ.
5. ມົນລະພິດ ສະໝອງໃຊ້ພະລັງງານຫຼາຍທີ່ສຸດໃນຮ່າງກາຍ ຖ້າຫາຍໃຈເອົາອາກາດທີ່ເປັນມົນລະພິດເຂົ້າໄປຈະເຮັດໃຫ້ອົກຊີເຈນທີ່ເຂົ້າໄປໃນສະໝອງໜ້ອຍລົງ ເຮັດໃຫ້ປະສິດທິພາບຂອງສະໝອງຫຼຸດລົງ.
6. ການອົດນອນ ຫຼື ນອນບໍ່ຫຼັບເປັນເວລາດົນສາມາດເຮັດໃຫ້ເຊລສະໝອງຕາຍໄດ້ ສ່ວນການນອນຫຼັບດີຈະເຮັດໃຫ້ສະໝອງໄດ້ພັກຜ່ອນ ຊື່ງຫຼາຍທ່ານກໍ່ຮູ້ເລື່ອງນີ້ດີ.
7. ນອນຫງາຍ ໃຜທີ່ເຮັດແບບນີ້ຄວນຄິດໃໝ່ ຍ້ອນການນອນຫງາຍຈະເພີ່ມຄາບອນໄດອອກໄຊ ແລະ ຫຼຸດອົກຊີ ສົ່ງຜົນກະທົບຕໍ່ການເຮັດວຽກຂອງສະໝອງ.
8. ໃຊ້ສະໝອງໃນເວລາທີ່ບໍ່ສະບາຍ ເຮັດວຽກ ຫຼື ຮຽນໃນເວລາທີ່ບໍ່ສະບາຍ ຈະເຮັດໃຫ້ການເຮັດວຽກຂອງສະໝອງຫຼຸດລົງ ຄ້າຍຄືກັບການທໍາລາຍສະໝອງໄປໃນໂຕ.

9. ຂາດການໃຊ້ຄວາມຄິດ ການຄິດເປັນສິ່ງທີ່ດີທີ່ສຸດໃນການຝຶກຝົນສະໝອງ ຖ້າຂາດການໃຊ້ຄວາມຄິດຈະເຮັດໃຫ້ສະໝອງເສື່ອມ.

10. ບໍ່ມັກປາກ ທັກສະການເວົ້າແມ່ນຕົວຊີ້ວັດຂອງປະສິດທິພາບຂອງສະໝອງ ພະຍາຍາມຮຽນຮູ້ວິທີເວົ້າໃຫ້ຫຼາຍໆ.

ທັງໝົດ 10 ຂໍ້ທີ່ກ່າວມາໃນມື້ນີ້ ອາດຈະເປັນຄວາມຄິດທີ່ຫຼາຍຄົນໄດ້ເຜີຍແຜ່ແລ້ວ ແນວໃດກໍ່ຕາມ ສຸຂະພາບກໍ່ຖືວ່າເປັນສິ່ງທີ່ຈຳເປັນບໍ່ຄວນເບິ່ງຂ້າມເພື່ອໃຫ້ຊີວິດມີຄວາມສຸກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments