Saturday, July 27, 2024
Homeຂ່າວໜ້າໜຶ່ງ" ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຊອງບັນດາເອກອັກຄະລັດຖະທູດ "

” ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຊອງບັນດາເອກອັກຄະລັດຖະທູດ “

ໃນຕອນບ່າຍ ວັນທີ 25 ມີນາ 2024, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ອອງໂກ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສສ ມຽນມາ ປະຈຳ ສປປ ລາວ ໃນໂອກາດທີ່ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ຄົນໃໝ່, ໂອກາດນີ້ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ໄດ້ສະແດງຄວາມຕ້ອນຮັບຕໍ່ການເຂົ້າຢ້ຽມຂ່ຳນັບໃນຄັ້ງນີ້ ພ້ອມທັງເຊື່ອໝັ້ນວ່າການມາດຳລົງຕຳແໜ່ງຂອງ ທ່ານ ອອງໂກ ຈະເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນລະຫວ່າງສອງປະເທດອັນເປັນມູນເຊື້ອ ໃຫ້ແໜ້ນແຟ້ນຍິ່ງຂຶ້ນກວ່າເກົ່າ.

ພ້ອມດຽວກັນນີ້, ທ່ານເອກອັກຄະລັດຖະທູດ ສສ ມຽນມາ ປະຈຳ ສປປ ລາວ ຄົນໃໝ່ ກໍໄດ້ສະແດງຄວາມຂອບໃຈຕໍ່ ພົອ ວິໄລ ຫຼ້າຄຳຟອງ ໃນການຕ້ອນຮັບອັນອົບອຸ່ນພ້ອມທັງກ່າວວ່າ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືຂອງສອງປະເທດ ໂດຍສະເພາະແມ່ນສອງກະຊວງປ້ອງກັນຄວາມສະຫງົບ ເປັນຕົ້ນແມ່ນການຊຸກຍູ້ສົ່ງເສີມການປະຕິບັດວຽກງານສະກັດກັ້ນບັນຫາຢາເສບຕິດ, ການຄ້າມະນຸດ, ຮ່ວມມືປົກປັກຮັກສາຄວາມສະຫງົບຕາມບໍລິເວນຊາຍແດນເພື່ອໃຫ້ປະຊາຊົນສອງຊາດດຳລົງຊີວິດໄປ-ມາຫາສູ່ກັນຢ່າງສະຫງົບປອດໄພ.

ໃນມື້ດຽວກັນ, ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ກໍໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເມແກນ ໂຈນສ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງອົດສະຕຣາລີ ປະຈຳ ສປປລາວ ແລະ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສ ອາເມລິກາ ປະຈຳ ສ ປປລາວ ຄົນໃໝ່.ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ເອກອັກຄະລັດຖະທູດທັງສອງປະເທດທີ່ໄດ້ເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ພ້ອມທັງຕີລາຄາສູງຕໍ່ສາຍພົວພັນຮ່ວມມືກັນໃນໄລຍະຜ່ານມາ ແລະ ເຊື່ອໝັ້ນຕໍ່ການມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດຄົນໃໝ່ປະຈຳ ສປປລາວທັງສອງປະເທດຈະສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມືກັນໃນດ້ານຕ່າງໆໃຫ້ມີປະສິດທິຜົນສູງຂຶ້ນກ່ວາເກົ່າ.

ພ້ອມດຽວກັນນີ້, ເອກອັກຄະລັດຖະທູດ ອົດສະຕຣາລີ ແລະ ເອກອັກຄະລັດຖະທູດ ສ ອາເມລິກາ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ພ້ອມທີ່ຈະສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມື ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments