Tuesday, May 14, 2024
Homeຂ່າວດ່ວນກັກຕົວ 4 ຊາຍໜຸ່ມມີພຶດຕິບໍ່ດີໃນງານບຸນຜີໂຂນ ທີ່ເມືອງປາກລາຍ

ກັກຕົວ 4 ຊາຍໜຸ່ມມີພຶດຕິບໍ່ດີໃນງານບຸນຜີໂຂນ ທີ່ເມືອງປາກລາຍ

ຈາກເຫດການ ວັນທີ 23 ມີນາ 2024 ໃນເທສະການບຸນພະເຫວດ ຫລື ບຸນຜີໂຂນ ເມືອງປາກລາຍ ແຂວງໄຊຍະບູລີ ມີກຸ່ມຊາຍໜຸ່ມຄົນ ປະມານ 4-5 ຄົນ ແຕ່ງ ຕົວເປັນຊຸດຜີໂຂນນ້ອຍຫາເລາະກອດ ແລະ ຈັບຈຸດສະຫງວນຂອງເພດຍິງຕາມຫົນທາງ ເຊີ່ງເປັນພຶດຕິກຳບໍ່ເໝາະສົມ ແລະ ກະທຳເກີນເລີຍຂອບເຂດຂອງປະເພນີ, ເຂົ້າຂ່າຍເປັນການລວນລາມທາງເພດ ເຮັດໃຫ້ສັງຄົມອອກມາປະນາມຕໍ່ການກະທຳດັ່ງກ່າວ ເພາະເຮັດ ໃຫ້ເສື່ອມເສຍຊື່ສຽງຮີດຄອງປະເພນີອັນດີງາມ ໂດຍສະເພາະບຸນຜີໂຂນທີ່ປະຕິບັດສືບທອດກັນມາແຕ່ດົນນານ.

ຫລ້າສຸດ ໃນວັນທີ 25 ມີນາ 2024 ນີ້ຫ້ອງການ ຖວທ ເມືອງປາກລາຍ ລາຍ ງານວ່າ: ວັນທີ 24 ມີນາ ເຈົ້າໜ້າທີ່ ປກສ ເມືອງປາກລາຍ ໄດ້ກັກຕົວກຸ່ມຄົນດັ່ງກ່າວໄດ້ 4 ຄົນ ເພື່ອນຳໂຕມາມາດຳເນີນການສືບສວນ-ສອບສວນ ແລະ ປະຕິບັດຕາມຂັ້ນຕອນຂອງລະບຽບກົດໝາຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments