Saturday, July 27, 2024
Homeຂ່າວຕ່າງປະເທດຂີ້ເຫຍື້ອ ເອເລັກໂຕຣນິກທົ່ວໂລກເພີ່ມຂຶ້ນ 82%

ຂີ້ເຫຍື້ອ ເອເລັກໂຕຣນິກທົ່ວໂລກເພີ່ມຂຶ້ນ 82%

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ອົງການສະຫະປະຊາຊາດ (UN) ໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ປະລິມານການສ້າງຂີ້ເຫຍື້ອເອເລັກໂຕຣນິກ ຫຼື E-waste ຂອງໂລກຂະຫຍາຍຕົວໄວກວ່າການນຳມາໃຊ້ຄືນ (Recycle) ຂີ້ເຫຍື້ອເອເລັກໂຕຣນິກເຖິງ 5 ເທົ່າ ສົ່ງຜົນໃຫ້ໄພອັນຕະລາຍດ້ານສິ່ງແວດລ້ອມ ແລະ ສຸຂະພາບທົ່ວໂລກຮຸນແຮງຍິ່ງກວ່າເດີມ.

ສະຫະພາບໂທລະຄົມມະນາຄົມສາກົນ (ITU) ແລະ ສະຖາບັນເພື່ອການຝຶກອົບຮົມ ແລະ ການວິໄຈແຫ່ງສະຫະປະຊາຊາດ ຫຼື UNITAR ລະບຸວ່າ: ປະລິມານການສ້າງຂີ້ເຫຍື້ອເອເລັກໂຕຣນິກສູງເປັນປະຫວັດສາດ ໃນປີ 2022 ຊຶ່ງມີ 62 ລ້ານໂຕນ ເພີ່ມຂຶ້ນ 82% ຕັ້ງແຕ່ປີ 2010 ການເພີ່ມຂຶ້ນຢ່າງວ່ອງໄວນີ້ສວນທາງກັບໂຕເລກຂີ້ເຫຍື້ອທີ່ຖືກຮວບຮວມ ແລະ Recycle ໃນປີ 2022 ທີ່ບໍ່ເຖິງ 1 ໃນ 4. ນອກຈາກນັ້ນ, ບົດລາຍງານຄາດຄະເນວ່າການຜະລິດຂີ້ເຫຍື້ອເອເລັກໂຕຣນິກຈະເພີ່ມຂຶ້ນອີກປະມານ 33% ໃນປີ 2030 ກາຍເປັນ 82 ລ້ານໂຕນຕໍ່ປີ ທ່າອ່ຽງອັນໜ້າຕົກໃຈນີ້ເນັ້ນຢໍ້າຄວາມຈຳເປັນອັນຮີບດ່ວນໃນການດຳເນີນການແກ້ໄຂ. ທ່ານ ນິຄິນ ເຊດ ກຳມະການບໍລິຫານຂອງ UNITAR ກ່າວວ່າ: ເຖິງແມ່ນວ່າແຜງໂຊລາເຊວ ແລະ ອຸປະກອນເອເລັກໂຕຣນິກຕ່າງໆຈະກາຍເປັນຄວາມຫວັງໃນການຕໍ່ສູ້ກັບວິກິດສະພາບພູມອາກາດ ແລະ ຂັບເຄື່ອນຄວາມກ້າວໜ້າທາງດີຈີຕອນ ແຕ່ຈຳນວນຂີ້ເຫຍື້ອເອເລັກໂຕຣນິກທີ່ເພີ່ມຂຶ້ນຢ່າງວ່ອງໄວຈຳເປັນຕ້ອງໄດ້ຮັບຄວາມສົນໃຈຮີບດ່ວນເຊັ່ນດຽວກັນ. ອີກຢ່າງໜຶ່ງ, ຂີ້ເຫຍື້ອເອເລັກໂຕຣນິກໝາຍເຖິງຜະລິດຕະພັນທີ່ຖືກຖິ້ມແບບໃດກໍຕາມ ທີ່ມີປັກສຽບ ຫຼື ແບັດເຕີຣີ ຊຶ່ງສົ່ງຜົນໃຫ້ເກີດຄວາມສ່ຽງຕໍ່ສຸຂະພາບ ແລະ ສິ່ງແວດລ້ອມ ເນື່ອງຈາກມີສ່ວນປະກອບກໍ່ໃຫ້ເກີດອັນຕະລາຍ.

ທ່ານ ວາເນສຊາ ເກ ຫົວໜ້າພະແນກສິ່ງແວດລ້ອມ ແລະ ໂທລະຄົມມະນາຄົມສຸກເສີນຂອງ ITU ກ່າວວ່າ: ພວກເຮົາຕ້ອງເຂົ້າໃຈເຖິງຜົນປະໂຫຍດທາງເສດຖະກິດ ແລະ ສິ່ງແວດລ້ອມຈາກການຈັດການຂີ້ເຫຍື້ອເອເລັກໂຕຣນິກຢ່າງເໝາະສົມ ຖ້າບໍ່ດັ່ງນັ້ນ, ຄວາມກ້າວໜ້າທາງດີຈີຕອນຂອງຄົນຮຸ່ນຕໍ່ໄປຈະພົບກັບຄວາມສ່ຽງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments