Saturday, July 27, 2024
Homeຂ່າວຕ່າງປະເທດເຢຍລະມັນ ພົບອັດຕາການເກີດຫຼຸດລົງຕ່ຳທີ່ສຸດໃນຮອບ 14 ປີ

ເຢຍລະມັນ ພົບອັດຕາການເກີດຫຼຸດລົງຕ່ຳທີ່ສຸດໃນຮອບ 14 ປີ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ສະຖາບັນວິໄຈປະຊາກອນແຫ່ງເຢຍລະມັນ ໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ອັດຕາການເກີດໃໝ່ຂອງປະເທດຫຼຸດລົງໃນໄລຍະ 2 ປີທີ່ຜ່ານມາ ໂດຍສ້າງສະຖິຕິຕ່ຳທີ່ສຸດນັບແຕ່ປີ 2009 ແລະ ເຢຍລະມັນຖືວ່າເປັນໜຶ່ງໃນປະເທດທີ່ມີອັດຕາການເກີດ ໃໝ່ຕ່ຳທີ່ສຸດຂອງເອີຣົບມາດົນນານຫຼາຍທົດສະວັດ.

ຜົນການສຶກສາທີ່ເຜີຍແຜ່ໂດຍສະຖາບັນວິໄຈປະຊາກອນແຫ່ງເຢຍລະມັນ ແລະ ມະຫາວິທະຍາໄລສະຕັອກໂຮມ ຜ່ານວາລະສານປະຊາກອນແຫ່ງເອີຣົບພົບວ່າ: ອັດຕາການເກີດໃໝ່ຂອງເຢຍລະມັນຫຼຸດລົງຈາກເດັກນ້ອຍ 1,57 ຄົນຕໍ່ແມ່ຍິງຄົນໜຶ່ງ ໃນປີ 2021 ມີ 1,36 ຄົນໃນປີ 2023 ສະຖາບັນວິໄຈປະຊາກອນແຫ່ງເຢຍລະມັນລະບຸວ່າ: ພາວະຈະເລີນພັນທີ່ຫຼຸດລົງຢ່າງຫຼວງຫຼາຍພາຍໃນ 2 ປີນັ້ນຜິດປົກກະຕິ ໂດຍການຫຼຸດລົງຢ່າງວ່ອງໄວໄລຍະທຳອິດໃນເດືອນມັງກອນ 2022 ເປັນຜົນມາຈາກການເລີ່ມຕົ້ນປຸກລະດົມສັກວັກຊິນປ້ອງກັນພະຍາດໂຄວິດ-19 ເນື່ອງຈາກຕອນນັ້ນວັກຊິນດັ່ງກ່າວຍັງບໍ່ໄດ້ຮັບອະນຸມັດໃຫ້ສັກແມ່ຍິງຖືພາ. ທ່ານ ມາຕິນ ບູຈາ ນັກວິທະຍາສາດປະຈຳສະຖາບັນວິໄຈປະຊາກອນແຫ່ງເຢຍລະມັນ ແລະ ຜູ້ຮ່ວມໃນການຂຽນບົດການສຶກສາເປີດເຜີຍວ່າ: ນອກຈາກພະຍາດໂຄວິດ-19 ຍັງມີວິກິດການສະຖານະການໂລກໃນປັດຈຸບັນ, ອັດຕາເງິນເຟີ້ທີ່ເພີ່ມຂຶ້ນ ແລະ ການປ່ຽນແປງສະພາບພູມອາກາດເປັນປັດໄຈເຮັດໃຫ້ຄົນຮູ້ສຶກບໍ່ໝັ້ນຄົງ. ທາງດ້ານກະຊວງກິດຈະການຄອບຄົວ, ຜູ້ສູງອາຍຸ, ແມ່ຍິງ ແລະ ເຍົາວະຊົນຂອງເຢຍລະມັນຊີ້ໃຫ້ເຫັນວ່າ ຜູ້ຄົນເລື່ອນການສ້າງຄອບຄົວໃນຍາມທີ່ເກີດຄວາມບໍ່ແນ່ນອນ ແລະ ຄວາມເຄັ່ງຕຶງທາງດ້ານເສດຖະກິດ. ຂະນະນີ້, ຈຶ່ງຕ້ອງມີນະໂຍບາຍຄອບຄົວເພື່ອເຮັດໃຫ້ພໍ່ແມ່ໃນອະນາຄົດຮູ້ສຶກໝັ້ນຄົງທີ່ຈະສ້າງຄອບຄົວ ໂດຍມາດຕະການສຳຄັນຄືການສະໜັບສະໜູນທາງການເງິນ ແລະ ການເບິ່ງແຍງເດັກນ້ອຍທີ່ຄວບຄຸມ ແລະ ມີຄຸນນະພາບສູງ.

ອີກຢ່າງໜຶ່ງ, ໂດຍອີງຕາມຂໍ້ມູນຈາກສຳນັກງານສະຖິຕິຂອງເຢຍລະມັນລະບຸວ່າ: ເຖິງແມ່ນວ່າອັດຕາການເກີດໃໝ່ຫຼຸດລົງ ແຕ່ຈຳນວນປະຊາກອນຂອງເຢຍລະມັນເພີ່ມຂຶ້ນຢູ່ທີ່ປະມານ 84,7 ລ້ານຄົນ ເມື່ອນັບເຖິງທ້າຍປີ 2023 ໂດຍການເພີ່ມຂຶ້ນເປັນຜົນມາຈາກການອົບພະຍົບເຂົ້າມາອາໄສຢູ່ປະເທດໃນລະດັບສູງ. ເມື່ອບໍ່ດົນມານີ້, ລັດຖະບານເຢຍລະມັນປະຕິຮູບກົດໝາຍຄົນເຂົ້າເມືອງຂອງປະເທດ ເພື່ອເຮັດໃຫ້ຜູ້ຊ່ຽວຊານໃນສາຂາອາຊີບຕ່າງໆຍ້າຍເຂົ້າມາ ແລະ ອາໄສຢູ່ໃນປະເທດ ເພື່ອຮັບມືກັບພາວະຂາດແຄນແຮງງານທີ່ມີທັກສະ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments