Saturday, July 27, 2024
Homeຂ່າວພາຍໃນນັກລົງທຶນໃຫ້ຄວາມສົນໃຈເຂົ້າໄປລົງທຶນດ້ານບໍ່ແຮ່ຢູ່ແຂວງຫົວພັນ ເພີ່ມຂຶ້ນ

ນັກລົງທຶນໃຫ້ຄວາມສົນໃຈເຂົ້າໄປລົງທຶນດ້ານບໍ່ແຮ່ຢູ່ແຂວງຫົວພັນ ເພີ່ມຂຶ້ນ

ຄວາມສົນໃຈຂອງນັກລົງທຶນໃນການເຂົ້າໄປລົງທຶນດ້ານບໍ່ແຮ່ຢູ່ແຂວງຫົວພັນ ມີທ່າອ່ຽງເພີ່ມຂຶ້ນ. ແຕ່ຂະນະດຽວກັນ ການຄຸ້ມຄອງຍັງພົບບາງຂໍ້ຄວາມຫຍຸ້ງຍາກ ເພາະການອະນຸຍາດບາງໂຄງການທັບຊ້ອນກັນ.

ທ່ານ ຄໍາແພງ ໄຊສົມແພງ ເຈົ້າແຂວງຫົວພັນ ໃຫ້ສໍາພາດຕໍ່ສື່ມວນຊົນຈາກສູນກາງທີ່ໄປເຄື່ອນໄຫວເຮັດວຽກຢູ່ແຂວງຫົວພັນ ເມື່ອບໍ່ດົນມານີ້ວ່າ: ມາຮອດປັດ ຈຸບັນ ມີຫລາຍບໍລິສັດໃຫ້ຄວາມສົນໃຈເຂົ້າໄປລົງທຶນຂຸດຄົ້ນບໍ່ແຮ່ຢູ່ພາຍໃນແຂວງຫົວພັນ, ຊຶ່ງຂະແໜງການທີ່ກ່ຽວຂ້ອງຂອງແຂວງໄດ້ເອົາໃຈໃສ່ຄຸ້ມຄອງກວດກາ, ໃນນີ້ ໂຄງການບໍ່ເຫັນດີແມ່ນໃຫ້ຢຸດຊົ່ວຄາວ ຫລື ເຖີງຂັ້ນລົບລ້າງ ເພື່ອເຮັດໃຫ້ການລົງທຶນຖືກຕ້ອງຕາມລະບຽບການ. ນອກຈາກນີ້ ຈະເນັ້ນໃຫ້ຜູ້ປະກອບການມີການປຸງແຕ່ງແຮ່ທາດກ່ອນສົ່ງອອກ ເພື່ອເພີ່ມມູນຄ່າ, ທັງສ້າງວຽກເຮັດງານທໍາໃຫ້ປະ ຊາຊົນພາຍໃນແຂວງ.

ທ່ານຍັງໃຫ້ຮູ້ກ່ຽວກັບກໍລະນີທີ່ກະຊວງພະລັງງານ ແລະ ບໍ່ແຮ່ ສັ່ງໃຫ້ບໍລິສັດຜູ້ລົງທຶນຢຸດຕິໂຄງການຂຸດຄົ້ນ ແລະປຸງແຕ່ງແຮ່ຫາຍາກຢູ່ແຂວງຫົວພັນ ເມື່ອບໍ່ດົນມານີ້ວ່າ: ຄວາມຈິງແລ້ວບໍລິສັດຈາກຕ່າງປະເທດທີ່ມາລົງທຶນ ດໍາເນີນຂັ້ນຕອນຂໍອະນຸຍາດການລົງທຶນຖືກຕ້ອງຕາມຂັ້ນຕອນທຸກຢ່າງ, ແຕ່ກົງກັນຂ້າມໃນເວລາຂຸດ ຄົ້ນຕົວຈິງມີການຜິດພາດຍ້ອນໄດ້ປ່ອຍນໍ້າເປື້ອນອອກສູ່ທົ່ງໄຮ່ທົ່ງນາ ແລະ ສາຍນໍ້າເຮັດໃຫ້ມີຜົນກະທັບຕໍ່ສິ່ງແວດລ້ອມອ້ອມຂ້າງ. ຈາກນັ້ນ ເຈົ້າໜ້າທີ່ຂອງແຂວງໄດ້ສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງຂອງເມືອງໄປເກັບກໍາຂໍ້ມູນຕົວຈິງ ແລ້ວສະເໜີຕໍ່ລັດຖະບານຊ່ວຍແກ້ໄຂ ຊຶ່ງລັດຖະບານໄດ້ເຫັນດີໃຫ້ໂຈະໂຄງການຂຸດຄົ້ນແຮ່ຫາຍາກດັ່ງກ່າວຊົ່ວຄາວ.

ເຈົ້າແຂວງຫົວພັນ ກ່າວຕື່ມວ່າ: ສິ່ງທີ່ເກີດຂຶ້ນຖືເປັັນບົດຮຽນສໍາຄັນໃຫ້ແກ່ແຂວງຫົວພັນໃນການຄຸ້ມຄອງໂຄງການຂຸດຄົ້ນແຮ່ທາດພາຍໃນແຂວງໃຫ້ດີຂຶ້ນໃນຕໍ່ໜ້າ, ນັບແຕ່ຂອດປະສານງານລະຫວ່າງແຂວງກັບເມືອງ ຫລື ແຂວງກັບສູນກາງໃຫ້ດີຂຶ້ນກວ່າເກົ່າ. ນອກຈາກນີ້ ແມ່ນການເຄື່ອນໄຫວຕິດຕາມໂຄງການຂຸດຄົ້ນຕົວຈິງຢູ່ພາກສະໜາມ ເພາະໂຄງການຂຸດຄົ້ນບໍ່ແຮ່ທີ່ອະນຸ ຍາດໄປແລ້ວຕັ້ງຢູ່ເຂດທຸລະ ກັນດານ ແລະ ເປັນພູສູງຊັນ, ພ້ອມນີ້ ມີບາງໂຄງການອະ ນຸຍາດໂຄງການທັບຊ້ອນກັນເຮັດໃຫ້ຜູ້ລົງທຶນບໍ່ພໍໃຈ ແລະ ມີຂໍ້ຂັດແຍ່ງໃນການຂຸດຄົ້ນແຮ່ທາດເກີດຂຶ້ນ ເຮັດໃຫ້ຫຍຸ້ງ ຍາກບໍ່ໜ້ອຍໃນການຄຸ້ມຄອງ ແລະ ແກ້ໄຂ.

ສໍາລັບ ປີ 2023 ຜ່ານມາ, ແຂວງຫົວພັນ ສາມາດຂຸດຄົ້ນແຮ່ທາດອະໂລຫະສໍາລັບການກໍ່ສ້າງ (ຫີນກໍ່ສ້າງ) ໄດ້ 61.226ແມັດກ້ອນ, ລວມມູນຄ່າ 4,89ຕື້ກີບ; ຂຸດ ຄົ້ນ-ປຸງແຕ່ງ ແລະຈຳໜ່າຍແຮ່ເຫຼັກ ໄດ້117.092,08 ໂຕນ, ມູນຄ່າ 8,57 ລ້ານ ໂດ ລາສະຫະລັດ, ຜະລິດ ແລະ ຈໍາໜ່າຍແຮ່ຫາຍາກໄດ້ 6.310 ໂຕນ, ມູນຄ່າ 25,84 ລ້ານໂດລາສະຫະ ລັດ; ສ່ວນແຮ່ກົ່ວ, ແຮ່ຊືນ, ແຮ່ສັງກະສີ ແລະ ແຮ່ມັງການ ບໍ່ທັນໄດ້ສົ່ງອອກ.

#ຂ່າວ#ວສລ#ວິທະຍຸກະຈາຍສຽງແຫ່ງຊາດລາວ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments