Monday, April 29, 2024
Homeສາລະໜ້າຮູ້ອາຫານທີ່ບໍ່ຄວນກິນກ່ອນນອນ

ອາຫານທີ່ບໍ່ຄວນກິນກ່ອນນອນ

ການນອນແມ່ນມີຄວາມສໍາຄັນຕໍ່ສຸຂະພາບ ແລະ ຈິດໃຈ ຫຼາຍທ່ານຄົງຈະຮູ້ວ່າການນອນບໍ່ພຽງພໍມີຜົນກະທົບແນວໃດຕໍ່ຮ່າງກາຍ! ແຕ່ທ່ານຮູ້ບໍວ່າ ອາຫານທີ່ພວກເຮົາກິນກ່ອນນອນ ຍັງມີຜົນກະທົບຕໍ່ການນອນຫຼັບໄດ້ເຊັ່ນກັນ ບົດຄວາມນີ້ຈະຊ່ວຍແນະນໍາອາຫານທີ່ບໍ່ຄວນກິນກ່ອນນອນ ເພື່ອຊ່ວຍໃຫ້ທ່ານນອນຫຼັບສະບາຍຍີ່ງຂຶ້ນ.

1. ອາຫານທີ່ມີຄາເຟອີນ

ຊາ, ກາເຟ, ຊັອກໂກແລັດ

ຄາເຟອີນເປັນສານກະຕຸ້ນລະບົບປະສາດ ເຮັດໃຫ້ຮ່າງກາຍຕື່ນໂຕ ແລະ ນອນຫຼັບຍາກ

2. ອາຫານທີ່ມີໄຂມັນສູງ

ອາຫານຂົ້ວ, ອາຫານມັນ, ຊີ້ນທີ່ມີໄຂມັນ

ອາຫານທີ່ມີໄຂມັນສູງຈະໃຊ້ເວລາດົນໃນການຍ່ອຍອາຫານ ກະເພາະອາຫານເຮັດວຽກຫນັກ ເຮັດໃຫ້ນອນຫຼັບບໍ່ສະບາຍ

3. ອາຫານເຜັດ

ອາຫານເຜັດ, ອາຫານເຄັມ, ອາຫານສົ້ມ

ອາຫານເຜັດກະຕຸ້ນກະເພາະອາຫານໃຫ້ປ່ອຍກົດອອກມາຫຼາຍ ຈະເຮັດໃຫ້ເຈັບກະເພາະ, ກົດໄຫລຍ້ອນ ແລະ ການລົບກວນການນອນ

4. ອາຫານທີ່ມີນໍ້າຕານສູງ

ເຂົ້າໜົມຫວານ, ນ້ຳກ້ອນ, ນ້ຳໝາກໄມ້

ນໍ້າຕານສູງເຮັດໃຫ້ຮ່າງກາຍບໍ່ສາມາດເຜົາຜານພະລັງງານທັງໝົດໄດ້ ຈະຮູ້ສຶກຮ້ອນໃນ ແລະ ນອນບໍ່ຫຼັບ

5. ເນີຍ

ເນີຍບາງຊະນິດມີອາຊິດ amino tyramine ກະຕຸ້ນສະໝອງໃຫ້ຕື່ນໂຕ ເຮັດໃຫ້ນອນຫຼັບຍາກ

6. ຜັກທຽມ ແລະ ຜັກບົ່ວ

ເຮັດໃຫ້ລະບົບຍ່ອຍອາຫານເຮັດວຽກໜັກ ສົ່ງຜົນກະທົບໃຫ້ນອນບໍ່ຫຼັບ

7. ເຫຼົ້າ

ເຫຼົ້າຊ່ວຍໃຫ້ທ່ານນອນຫຼັບງ່າຍ ແຕ່ຈະເຮັດໃຫ້ທ່ານນອນບໍ່ຫຼັບດີ ມັກຕື່ນນອນໃນກາງຄືນ ແລະ ຮູ້ສຶກເມື່ອຍ

8. ນ້ຳອັດລົມ

ນໍ້າອັດລົມ ມີແກັສ ເຮັດໃຫ້ເກີດອາການທ້ອງອືດ, ແໜ້ນທ້ອງ ແລະ ລົບກວນການນອນ

9. ອາຫານປຸງແຕ່ງບໍ່ສຸກ (ອາຫານດິບ)

ອາຫານບໍ່ສຸກ ສ່ຽງຕໍ່ການເປັນພິດ, ຖອກທ້ອງ ແລະ ສົ່ງຜົນກະທົບຕໍ່ການນອນ

ຄໍາແນະນໍາ

  • ຕ້ອງກິນເຂົ້າແລງກ່ອນຈະນອນຢ່າງໜ້ອຍ 2-3 ຊົ່ວໂມງ.
  • ເລືອກກິນອາຫານຄໍ່າທີ່ຍ່ອຍງ່າຍໆ ເຊັ່ນ: ເຂົ້າປຽກເຂົ້າ, ແກງ ແລະ ລວກຜັກ.
  • ດື່ມນົມອຸ່ນໆ ແລະ ດື່ມຊາສະຫມຸນໄພກ່ອນນອນ ຊ່ວຍໃຫ້ທ່ານນອນຫຼັບສະບາຍ.
RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments