Wednesday, May 15, 2024
Homeຂ່າວໜ້າໜຶ່ງລັດຖະບານລາວ ມອບໃບຢັ້ງຢືນພົນລະເມືອງກິດຕິມະສັກ ໃຫ້ອະດີດກົງສຸນ ກິດຕິມະສັກ ສປປ ລາວ ປະຈໍາ ສະວິດ

ລັດຖະບານລາວ ມອບໃບຢັ້ງຢືນພົນລະເມືອງກິດຕິມະສັກ ໃຫ້ອະດີດກົງສຸນ ກິດຕິມະສັກ ສປປ ລາວ ປະຈໍາ ສະວິດ

ໃນວັນທີ 22 ມີນາ 2024 ຜ່ານມາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ມາເຣຍ ກາແປນລີ (Maria Kappeli-Mazenauer), ພັນລະຍາ ຂອງ ທ່ານ ດຣ. ກິໂດ ກາແປນລີ (Dr. Guido Josef Kappeli), ອະດີດກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈໍາ ເຂດກັງຕົງ, ເມືອງ Schwyz, ສະມາພັນທະລັດ ສະວິດ (ທ່ານເສຍຊີວິດ ໃນເດືອນພຶດສະພາ 2023) ພ້ອມດ້ວຍປະທານ ແລະ ຮອງປະທານຂອງ ມູນນິທິກົງສຸນ ລາວ-ສະວິດ (Foundation Consulaire Lao-Suisse), ພ້ອມທັງໄດ້ຕາງໜ້າ ລັດຖະບານ ແຫ່ງ ສປປ ລາວ ມອບໃບຢັ້ງຢືນພົນລະເມືອງກິດຕິມະສັກ ໃຫ້ແກ່ ທ່ານ ດຣ. ກິໂດ ກາແປນລີ ໂດຍແມ່ນ ທ່ານ ນາງ ມາເຣຍ ກາແປນລີ ຕາງໜ້າຮັບ.

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງຈິງໃຈ ຕໍ່ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງ ຂອງ ທ່ານ ດຣ. ກິໂດ ກາແປນລີ ເຊິ່ງທ່ານໄດ້ຮັບການແຕ່ງຕັ້ງເປັນກົງສຸນກິດຕິມະສັກ ນັບແຕ່ປີ 2009 ເປັນຕົ້ນມາ, ທ່ານໄດ້ປະກອບສ່ວນອັນໃຫຍ່ຫລວງ ເຂົ້າໃນການຮັດແໜ້ນການພົວພັນຮ່ວມມືສອງຝ່າຍ, ທັງຍັງເຄື່ອນໄຫວຢ່າງຕັ້ງໜ້າໃນການຂົນຂວາຍຍາດແຍ່ງການຊ່ວຍເຫລືອປະກອບສ່ວນອັນສໍາຄັນເຂົ້າໃນການສ້າງສາພັດທະນາ ແລະ ສ້າງບຸກຄະລາກອນໃຫ້ແກ່ ສປປ ລາວ, ລວມເຖິງການປະກອບສ່ວນໃນການໂຄສະນາເຜີຍແຜ່ວັດທະນະທໍາ, ການທ່ອງທ່ຽວ, ການຄ້າ ແລະ ການລົງທຶນ ຂອງ ສປປ ລາວ. ທ່ານ ດຣ. ກິໂດ ກາແປນລີ ໄດ້ປະກອບສ່ວນໃນຫລາຍໆດ້ານ ໂດຍສະເພາະດ້ານວຽກງານການສຶກສາ, ກິລາ ແລະ ສາທາລະນະສຸກ ຢູ່ເຂດຫ່າງໄກສອກຫລີກໃນບັນດາແຂວງຕ່າງໆຂອງ ສປປ ລາວ ເຊັ່ນ: ໄດ້ປຸກສ້າງໂຮງຮຽນ ຈໍານວນ 27 ຫລັງ ໃນ 8 ແຂວງ ພ້ອມທັງໃຫ້ການຊ່ວຍເຫລືອດ້ານອຸປະກອນການຮຽນ-ການສອນ ແລະ ນໍ້າດື່ມສະອາດ ຈໍານວນ 35 ໂຄງການ ລວມມູນຄ່າຫລາຍກວ່າ 2.010.000 ໂດລາສະຫະລັດ ແລະ ອື່ນໆ.

ໃນໂອກາດດຽວກັນນີ້, ທ່ານ ນາງ ມາເຣຍ ກາແປນລີ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ ທ່ານ ດຣ. ກິໂດ ກາແປນລີ ຮັບເອົາໃບຢັ້ງຢືນພົນລະເມືອງກິດຕິມະສັກ ອັນມີຄຸນຄ່າ ແລະ ມີຄວາມໝາຍສໍາຄັນໃນຄັ້ງນີ້, ພ້ອມທັງໃຫ້ຮູ້ວ່າ ທ່ານ ດຣ. ກິໂດ ກາແປນລີ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ທັງໝົດ 80 ຄັ້ງ. ໃນນັ້ນ, ຕົນເອງກໍໄດ້ມີໂອກາດຕິດຕາມມານໍາ ປະມານ 30 ຄັ້ງ ເຊິ່ງແມ່ນປະສົບການທີ່ສວຍງາມ ແລະ ໜ້າປະທັບໃຈ. ພ້ອມກັນນີ້, ທ່ານ ນາງ ມາເຣຍ ກາແປນລີ ຍັງໄດ້ຕາງໜ້າໃຫ້ ປະທານ ແລະ ຮອງປະທານຂອງ ມູນນິທິກົງສຸນ ລາວ-ສະວິດ ສະແດງຄວາມໝາຍໝັ້ນໃນການສືບຕໍ່ເປັນຂົວຕໍ່ ແລະ ປະກອບສ່ວນໃນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງປະເທດ ສະວິດ-ລາວ ໃນຕໍ່ໜ້າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments