Saturday, July 27, 2024
Homeຂ່າວໜ້າໜຶ່ງສໍາເລັດການຮ່ວມມືກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກຢູ່ເມືອງກາສີ

ສໍາເລັດການຮ່ວມມືກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກຢູ່ເມືອງກາສີ

ພິທີປິດການເກັບກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທໍາ ຮ່ວມກັບກະຊວງປ້ອງກັນ ແຫ່ງຣັດເຊຍ ແລະ ກະຊວງປ້ອງກັນປະເທດລາວ ເຊິ່ງໄດ້ຈັດຂຶ້ນໃນວັນທີ 24 ມີນາ 2024 ທີ່ຫ້ອງປະຊຸມ ປົກຄອງເມືອງກາສີ ແຂວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີປະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີທ່ານ ເຈົ້າແຂວງວຽງຈັນ, ຜູ້ຕາງໜ້າສະຖານເອກອັກຄະລັດຖະທູດ ແຫ່ງສະຫະພັນຣັດເຊຍ ປະຈໍາສປປ ລາວ ແລະ ການນໍາ ເມືອງກາສີ ພ້ອມຄະນະນໍາກະຊວງປ້ອງກັນປະເທດລາວ ແລະ ຄະນະນໍາ, ວິຊາການທະຫານຝ່າຍຣັດເຊຍ-ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີດັ່ງກ່າວຄະນະຮັບຜິດຊອບໄດ້ລາຍງານຜົນການເຄື່ອນ ໄຫວທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານເກັບກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທໍາ ໃນລະຫວ່າງວັນທີ 14/11/2023 – 20/03/2024 ກໍາລັງກອງກວດກູ້ລະເບີດເພື່ອມະນຸດສະທຳກອງທັບຮ່ວມກັບກຳລັງກອງກວດກູ້ມິ່ນສາກົນ ກອງທັບແຫ່ງ ສ.ຣັດເຊຍ ປະຕິບັດການກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກທີ່ຕົກຄ້າງອອກຈາກພື້ນທີ່ທຳການຜະລິດຂອງປະຊາຊົນ ເມືອງກາສີ ລວມມີ 05 ສະໜາມ ດັ່ງນີ້:

+ສະໜາມທີ 1 ເຂດສວນຢາງພາລາ ບ້ານໂພນທ່ຽງ ເນື້ອທີ່ 93,816 ຕາແມັດ.

+ສະໜາມທີ 2 ເຂດບ້ານນາຊູ ເນື້ອທີ່ 110,434 ຕາແມັດ.

+ສະໜາມທີ 3 ເຂດພັດທະນາ ຜັງເມືອງໃໝ່ ບ້ານນາມົນ ເນື້ອທີ່ 18,758 ຕາແມັດ.

+ສະໜາມທີ 4 ຂອບເຂດມບ້ານວຽງແກ້ວ 01 (ກບຊ ທະຫານເມືອງ) ເນື້ອທີ 5,638 ຕາແມັດ.

+ສະໜາມທີ 5 ວຽງແກ້ວ 02 (ຫ້ອງການເງິນ) ເນື້ອທີ່ 5,600 ຕາແມັດ.

ສັງລວມ, ສອງກຳລັງຮ່ວມກັນກວດກູ້ສຳເລັດທັງໝົດທີ່ກວດກູ້ໄດ້ 234,246 ຮຕ; ພົບ ລບຕ: 1,231 ລູກ; ພົບເສດສະເກັດ ຈໍານວນ 265,754 ສີ້ນສ່ວນ, ເສດໂລຫະຕ່າງໆ ຈໍານວນ 234,919 ສີ້ນສ່ວນ.

ໃນໂອກາດພີທີດັ່ງກ່າວ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງປະເທດແຫ່ງ ສປປລາວ ໄດ້ມີຄໍາເຫັນບາງຕອນວ່າ: ການຈັດຕັ້ງປະຕິບັດການກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ ທີ່ຕົກຄ້າງເພື່ອມະນຸດສະທໍາ ແມ່ນປະຕິບັດຕາມແຜນການຮ່ວມມືລະຫວ່າງສອງ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ກັບ ກະຊວງປອ້ງກັນປະເທດແຫ່ງ ສ. ຣັດເຊຍ ຊຶ່ງ ແມ່ນຜົນສຳເລັດໜຶ່ງຂອງການພົວພັນຮວ່ມມື ທີ່ນໍາເອົາຜົນປະໂຫຍດອັນໃຫຍ່ຫຼວງມາໃຫ້ປະຊາຊົນລາວ.

ການຮ່ວມມືແກ້ໄຂບັນຫາ ລະເບີດບໍ່ທັນແຕກທີ່ຕົກຄ້າງ ເພື່ອມະນຸດສະທຳ ລະຫວ່າງ ກະຊວງ ປອ້ງກັນປະເທດແຫ່ງ ສປປ ລາວ ກັບ ກະຊວງປອງກັນປະເທດແຫ່ງ ສ.ຣັດເຊຍ ຢູ່ ສປປ ລາວ ແມ່ນສະແດງອອກເຖິງຄວາມເປັນຫວ່ງເປັນໃຍຕໍ່ຊິວິດ, ຊັບສິນຂອງປະຊາຊົນລາວ ຊຶ່ງຍາມໃດ ກໍາລັງປະ ກອບອາວຸດຂອງສອງປະເທດ ລາວ-ຮັດເຊຍ ກໍ່ມີຄວາມມຸ້ງຫວັງ ຢາກໃຫ້ປະຊາຊົນລາວຫລຸດພົ້ນຄວາມສ່ຽງອັນຕະລາຍຈາກ ບັນຫາລະເບີດບໍ່ທັນແຕກ ທີ່ຈັກກະພັດຖິ້ມໃສ່ໃນດິນແດນລາວ. ແຕ່ເນື່ອງຈາກການແກ້ໄຂບັນຫາລະເບີດດັ່ງກ່າວ ມີຄວາມຫຍຸ້ງຍາກຫຼາຍ ແລະ ມີຄວາມສ່ຽງອັນຕະຫລາຍສູງ ຊຶ່ງບໍ່ ສາມາດແກ້ໄຂໃນໄລຍະເວລາສັ້ນໆໄດ້. ສະນັ້ນ, ພວກເຮົາທັງໝົດ ຈົ່ງຮວ່ມມືກັນແກ້ໄຂໃຫ້ບັນຫາລະ ເບີດບໍ່ທັນແຕກໃຫ້ນັບມື້ນັບໝົດໄປຈາກພື້ນແຜ່ນດິນລາວ.

ພາບ-ຂ່າວ: ປະເທດລາວ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments