Sunday, April 28, 2024
Homeຂ່າວການເມືອງບັ້ນຮົບປ້ອງກັນຕົວເມືອງທ່າແຂກ ປະຊາຊົນລາວຍັງຈົດຈໍາໄດ້ບໍ່ມີມື້ຫລົງລືມ

ບັ້ນຮົບປ້ອງກັນຕົວເມືອງທ່າແຂກ ປະຊາຊົນລາວຍັງຈົດຈໍາໄດ້ບໍ່ມີມື້ຫລົງລືມ

ວັນທີ 21 ມີນາ ເປັນວັນນັກຮົບເສຍອົງຄະ ແລະ ສະຫຼະຊີວິດ ເພື່ອປະເທດຊາດ ຊຶ່ງໃນປີນີ້ໄດ້ໝູນວຽນມາບັນຄົບຮອບ 78 ປີ (21 ມີນາ 1946-21 ມີນາ 2024). ໃນປະຫວັດສາດ, ຊາດລາວເຮົາເປັນຊາດໜຶ່ງທີ່ມີປະຫວັດການກຳເນີດ, ຄົງຕົວ ແລະ ຂະຫຍາຍຕົວຢູ່ໃນຜືນແຜ່ນດິນຕອນນີ້ ຊຶ່ງຖືກຈາລຶກໄວ້ໄດ້ຫລາຍພັນປີມາແລ້ວ; ບັນພະບຸລຸດ ແລະ ປະຊາຊົນລາວຜູ້ຮັກຊາດ ໄດ້ສືບຕໍ່ປົກປັກຮັກສາ ແລະ ສ້າງສາ ສືບທອດກັນມາຫລາຍເຊັ່ນຄົນ. ໃນປະຫວັດສາດອັນຍາວນານນັ້ນ, ຊາດລາວເຮົາບໍ່ເຄີຍຮຸກຮານປະເທດອື່ນ, ມີແຕ່ປະເທດອື່ນເຂົ້າມາລົບກວນຮຸກ ຮານ ຍ້ອນແນວນັ້ນຊາດລາວເຮົາຈຶ່ງໄດ້ລຸກຂຶ້ນຕ້ານຜູ້ຮຸກຮານ ແລະ ການຢຶດຄອງຂອງຕ່າງດ້າວເລື້ອຍໆມາ ເພື່ອປົກປັກຮັກສາປິຕຸພູມອັນແສນຮັກເອົາໄວ້.

ເມື່ອຫວນຄືນປະຫວັດສາດກ່ອນນີ້ 78 ປີ, ຊາດລາວເຮົາ ໄດ້ເກີດເຫດການສຳຄັນທີ່ຄົນລາວບໍ່ອາດລືມລົງໄດ້ ນັ້ນແມ່ນເຫດ ການທີ່ນັກຮົບປ້ອງກັນຕົວເມືອງທ່າແຂກ ຜູ້ພິລະອາດຫານ ໄດ້ອຸທິດຕົນຕໍ່ສູ້ເອົາເປັນເອົາຕາຍຕ້ານພວກຈັກກະພັດຕ່າງດ້າວທີ່ເຂົ້າມາບຸກລຸກຮຸກຮານ ແລະ ຢຶດຄອງລາວ ກັບບັນດາປະເທດໃນອິນດູຈີນ ເຫດ ການຄັ້ງນັ້ນຈົບລົງດ້ວຍການປາບປາມອັນໂຫດ ຮ້າຍປ່າເຖື່ອນທີ່ສຸດຂອງພວກລ່າເມືອງຂຶ້ນແບບເກົ່າ ຊຶ່ງມີຜູ້ບາດ ເຈັບ ແລະ ເສຍຊີວິດເປັນຈຳນວນຫລວງຫລາຍ.

ຫລັງຈາກເຫດການນັ້ນ ຂະບວນການຕໍ່ສູ້ຂອງປະຊາຊົນລາວເຮົາ ໂດຍພາຍໃຕ້ການນຳພາຂອງພັກແຄວ້ນລາວ ກໍ່ໄດ້ຫັນກຳລັງອອກສູ່ຊົນນະບົດ, ກໍ່ສ້າງທີ່ໝັ້ນປະຕິວັດ, ປັບປຸງກໍ່ສ້າງ ແລະ ຂະຫຍາຍກຳລັງ, ດຳເນີນການຕໍ່ສູ້ຍືດເຍື້ອຍາວນານ ຍາດເອົາໄຊຊະ ນະເປັນແຕ່ລະບາດກ້າວ, ສ້າງເງື່ອນໄຂເພື່ອກ້າວຂຶ້ນປົດປ່ອຍຊາດຢ່າງ ສົມບູນໃນເວລາຕໍ່ມາ. ພາຍຫລັງພັກປະຊາຊົນລາວ (ຕໍ່ມາປ່ຽນເປັນພັກປະຊາຊົນ ປະຕິວັດລາວ)ໄດ້ຮັບການສ້າງຕັ້ງ ຂຶ້ນ ໃນວັນທີ 22 ມີນາ 1955 ກໍ່ໄດ້ສືບຕໍ່ນຳພາຂະບວນການຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າຢ່າງພິລະອາດຫານ, ລະອິດລະອ້ຽວ ທໍລະຫົດອົດທົນ, ເຕັມໄປດ້ວຍຄວາມເສຍສະ ຫລະຕະຫລອດ ຈົນສາມາດຍາດເອົາໄຊຊະນະຢ່າງສົມບູນ, ປົດ ປ່ອຍປະເທດຊາດອອກຈາກແອກປົກຄອງຂອງພວກລ່າເມືອງ ຂຶ້ນແບບໃໝ່, ລົບລ້າງລະບອບສັກດີນາຫລ້າຫລັງ ແລ້ວສ້າງລະ ບອບໃໝ່-ລະບອບປະຊາທິປະໄຕປະຊາຊົນ ແລະ ສະຖາປະນາເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງເອກອ້າງທະນົງໃຈ ແລະ ສະຫງ່າລາສີ ໃນວັນທີ 2 ທັນວາ ປີ 1975 .

ຂະບວນການຕໍ່ສູ້ຂອງປະຊາຊົນລາວພວກເຮົາ ໄດ້ມີມາແຕ່ສະຕະວັດທີ 14, ແຕ່ ລະໄລຍະກໍມີການສູ້ຮົບ, ມີການບາດເຈັບ, ເສຍອົງຄະ ແລະ ເສຍຊີວິດ, ໄລຍະທີ່ດຸ ເດືອດ ຂ້ຽວຂາດ ເປັນຕາຍກວ່າຫມູ່ແມ່ນໄລຍະສົງຄາມຕ້ານຈັກກະພັດອາເມລິກາແຕ່ປີ 1955-1973. ຕະຫລອດໄລຍະແຫ່ງການນຳພາຕໍ່ສູ້ອັນລະອິດ ລະອ້ຽວ ແຕ່ມີກຽດສະຫງ່າງາມຂອງພັກປະຊາຊົນ ລາວ ກໍຄືລັດຖະບານລາວອິດສະລະໃນເມື່ອກ່ອນ ຊຶ່ງປັດຈຸບັນເປັນພັກປະຊາຊົນ ປະຕິວັດລາວ ແລະ ລັດຖະບານປະຕິວັດຂອງພວກເຮົາ ກໍໄດ້ຖືສຳຄັນການເອົາໃຈໃສ່ເບິ່ງແຍງບັນດານັກຮົບປະຕິວັດທີ່ໄດ້ຮັບບາດເຈັບເສຍອົງຄະ, ຍ້ອນແນວນັ້ນ ລັດຖະບານ ຈຶ່ງໄດ້ອອກດຳລັດຮັບຮອງເອົາວັນທີ 21 ມີ ນາ 1946 ເປັນວັນ ນັກ ຮົບເສຍອົງຄະ ແລະ ສະລະຊີວິດເພື່ອປະເທດຊາດ.

ຂະບວນການຕໍ່ສູ້ຂອງປະຊາຊົນລາວເຮົາ ກັບສັກດີນາ ແລະ ພວກລ່າເມືອງຂຶ້ນຕ່າງດ້າວ ທີ່ເຂົ້າມາຮຸກຮານ ແລະ ຢຶດຄອງລາວ ເຕັມໄປດ້ວຍຄວາມເສຍສະລະເລືອດເນື້ອ ແລະ ຊີວິດ ເພື່ອອຸ ທິດໃຫ້ແກ່ຜືນແຜ່ນດິນອັນແສນຮັກ ເດັດຂາດບໍ່ຍອມເປັນຂ້ອຍຂ້າມ້າໃຊ້ໃຫ້ແກ່ຜູ້ຮຸກຮານ.

ໃນໂອກາດອັນສຳຄັນນີ້ ພວກເຮົາຈົ່ງພ້ອມກັນເຊີດຊູ ແລະ ສືບທອດ ນ້ຳໃຈເສຍສະລະ ຂອງບັນພະບຸລຸດ, ນັກປະຕິວັດລຸ້ນກ່ອນ ທີ່ໄດ້ເສຍສະລະເລືອດເນື້ອ-ຊີວິດ ເພື່ອໃຫ້ປະເທດຊາດຂອງພວກເຮົາດຳລົງຢູ່ມາເທົ່າທຸກວັນນີ້ ດ້ວຍການຍົກສູງນ້ຳໃຈຮັກຊາດ ຮັກບ້ານເກີດເມືອງນອນ, ປົກປັກຮັກສາຜືນແຜ່ນ ດິນອັນຄົບຖ້ວນຂອງຊາດເຮົາ; ພ້ອມກັນອຸທິດຕົນເຂົ້າໃນພາລະ ກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ຢ່າງຕັ້ງໜ້າ ເພື່ອນຳເອົາປະເທດລາວເຮົາ ກ້າວສູ່ຄວາມສີວິໄລຕາມຈຸດໝາຍກ້າວສູ່ສັງຄົມນິຍົມໃຫ້ສຳເລັດຜົນເປັນກ້າວໆ.

#ພາບແຕ້ມປະກອບ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments