Wednesday, May 15, 2024
Homeຂ່າວພາຍໃນແຂ່ງຂັນຍິງປືນ ຊີງຂັນນາຍົກລັດຖະມົນຕີ ສະຫຼອງວັນສ້າງຕັ້ງກຳລັງ ປ້ອງກັນຄວາມສະຫງົບ

ແຂ່ງຂັນຍິງປືນ ຊີງຂັນນາຍົກລັດຖະມົນຕີ ສະຫຼອງວັນສ້າງຕັ້ງກຳລັງ ປ້ອງກັນຄວາມສະຫງົບ

ເພື່ອເປັນການຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ (5 ເມສາ 1961 ຫາ 5 ເມສາ 2024), ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີແຂ່ງຂັນກິລາຍິງປືນຊີງຂັນທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຂຶ້ນໃນວັນທີ 23 ມີນາ ຜ່ານມາທີ່ສະໜາມກິລາຍິງປືນ 5 ເມສາ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມພິທີຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ບັນດາການນໍາຂັ້ນສູງອ້ອມຂ້າງສູນກາງ, ຄະນະນຳກະຊວງປ້ອງກັນຄວາມສະຫງົບ, ພະນັກງານອາວຸໂສບຳນານ, ນາຍ ແລະ ພົນຕຳຫຼວດ, ແຂກຮັບເຊີນ ແລະ ຄະນະຮັບຜິດຊອບຈັດການແຂ່ງຂັນກິລາ ເຂົ້າຮ່ວມ.

ທ່ານ ພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ຮູ້ວ່າ: ການແຂ່ງຂັນກິລາຍິງປືນຊີງຂັນທ່ານ ນາຍົກລັດຖະມົນຕີ ຄັ້ງນີ້ ເປັນການສ້າງຂະບວນການ ເພື່ອຂ່ຳນັບຮັບຕ້ອນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 63 ປີ ແລະ ວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ໃຫ້ມີຄວາມໝາຍສຳຄັນ, ເລິກເຊິ່ງ ແລະ ໃຫ້ເປັນຂະບວນການຟົດຟື້ນ ໂດຍສະເພາະ ເປັນການຝຶກດ້ານເຕັກນິກ ແລະ ທັກສະຕ່າງໆ ກ່ຽວກັບການນຳໃຊ້ປືນ ໃຫ້ມີຄວາມສໍານິຊຳນານ. ພ້ອມນັ້ນ, ກໍເປັນການຮັດແໜ້ນຄວາມສາມັກຄີພາຍໃນ ກຳລັງປ້ອງກັນຄວາມສະຫງົບ, ລວມທັງ ກຳລັງປ້ອງກັນຄວາມສະຫງົບ ກັບບັນດາອົງການຈັດຕັ້ງຂອງພັກ ແລະ ລັດ ອ້ອມຂ້າງສູນກາງ ຕະຫຼອດຮອດພາກທຸລະກິດທີ່ກ່ຽວຂ້ອງ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ.

ການແຂ່ງຂັນກິລາຍິງປືນຄັ້ງນີ້, ປະກອບມີ 6 ສາຍ ຄື: ສາຍການນຳຂັ້ນສູງພັກ-ລັດອ້ອມຂ້າງສູນກາງ, ສາຍການນຳກະຊວງປ້ອງກັນຄວາມສະຫງົບ, ສາຍກົມກອງອ້ອມຂ້າງກະຊວງປ້ອງກັນຄວາມສະຫງົບ, ສາຍອະດີດການນຳປະຕິວັດ, ສາຍຊາຍທົ່ວໄປ ແລະ ສາຍຍິງທົ່ວໄປ.

ສຳລັບຜົນຂອງການແຂ່ງຂັນ: ສາຍການນຳຂັ້ນສູງພັກ-ລັດ ອ້ອມຂ້າງສູນກາງ ລາງວັນທີ 1 ແມ່ນ ທ່ານ ໄກ່ສັກສີ ບົວໃບອ່ອນ ທີ່ປຶກສາບໍລິສັດ IHC, ລາງວັນທີ 2 ແມ່ນທ່ານ ພອນສອນ ວິໄລເມັ້ງ ຮອງປະທານຄະນະບໍລິຫານສູນກາງກຳມະບານລາວ, ລາງວັນທີ 3 ແມ່ນທ່ານ ລາວປ່າວຊົງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ສາຍການນຳກະຊວງປ້ອງກັນຄວາມສະຫງົບ ລາງວັນທີ 1 ແມ່ນທ່ານ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ, ລາງວັນທີ 2 ແມ່ນທ່ານ ພົຈວ ພອນໄຊ ຍົດສົມບັດ ຮອງຫົວໜ້າຫ້ອງວ່າການກະຊວງ, ລາງວັນທີ 3 ແມ່ນທ່ານ ພົຈວ ກອງສະຫວັດ ບຸນລ້ຽງ ຮອງຫົວໜ້າກົມໃຫຍ່ 502; ສາຍກົມກອງອ້ອມຂ້າງກະຊວງ ປກສ, ລາງວັນທີ 1 ແມ່ນທ່ານ ພັອ ອັດສະຈັນ ວົງສາລາດ ຈາກກົມ 509, ລາງວັນທີ 2 ແມ່ນທ່ານ ພັອ ພູພອນ ວົງພະໄຕ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ລາງວັນທີ 3 ແມ່ນທ່ານ ພັອ ລິນທອງ ແກ້ວປະພັນ ຮອງຜູ້ອຳນວຍການວິທະຍາຄານສັນຕິບານປະຊາຊົນ (ວສປ); ສາຍອະດີດການນຳປະຕິວັດ ລາງວັນທີ 1 ແມ່ນທ່ານ ພົຕ ສົມຫວັງ ທໍາມະສິດ ອະດີດຮອງລັດຖະມົນຕີກະຊວງ ປກສ, ລາງວັນທີ 2 ແມ່ນທ່ານ ພັອ ລໍາພຽງ ພົມມະກອງ ອະດີດຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ, ລາງວັນທີ 3 ແມ່ນທ່ານ ພັອ ບຸນພາ ນັນທະວົງ ອະດີດຫົວໜ້າຄຸ້ມຄອງທຸລະກິດ, ກົມໃຫຍ່ຕໍາຫຼວດ; ສາຍຊາຍທົ່ວໄປ ລາງວັນທີ 1 ແມ່ນທ່ານ ພັຕ ສົມໄຊ ສົມພູວັນ ຈາກກົມ 504, ລາງວັນທີ 2 ແມ່ນທ່ານ ຮອ ໂຍວາທີ ສີສົມບັດ ຈາກ ວສປ, ລາງວັນທີ 3 ແມ່ນທ່ານ ອາພາຍະກອນ ແກ້ວໄຊຍະຈັກ ແລະ ສາຍຍິງທົ່ວໄປ ລາງວັນທີ 1 ແມ່ນ ພັຕ ນາງ ສຸກສາຄອນ ລາດຊະວົງ ຈາກກົມ 504, ທີ 2 ແມ່ນທ່ານ ວທ ນາງ ສາຍຝົນ ຈາກ ວສປ, ທີ 3 ແມ່ນທ່ານ ຮທ ນາງ ວຽງສະຫວັນ ພົມມະກອງ ຈາກກົມ 501.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments