Saturday, July 27, 2024
Homeຂ່າວໜ້າໜຶ່ງສຳເລັດກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ຄັ້ງທີ 31

ສຳເລັດກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ຄັ້ງທີ 31

ກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ຄັ້ງທີ 31 ແລະ ກອງປະຊຸມອື່ນໆປິ່ນອ້ອມ ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 21-26 ມີນາ 2024 ທີ່ແຂວງຫຼວງພະບາງ ໄດ້ປິດລົງດ້ວຍຜົນສຳເລັດ ໃນວັນທີ 24 ມີນາ ນີ້ ໂດຍການເປັນປະທານຂອງ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ມີທ່ານ ກາວກິມຮຸນ ເລຂາທິການໃຫຍ່ອາຊຽນ, ບັນດາລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ, ລັດຖະມົນຕີກະຊວງກະຊວງສາມັກຄີ ແລະ ການມີສ່ວນຮ່ວມທາງສັງຄົມ ແຫ່ງ ຕີມໍເລັດສະເຕ ແລະ ຄະນະຜູ້ແທນ ຈາກປະເທດ ສະມາຊິກ ອາຊຽນ ເຂົ້າຮ່ວມ.

ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ຖະແຫຼງຜົນສຳເລັດຂອງກອງປະຊຸມ ດັ່ງກ່າວວ່າ: ກອງປະຊຸມໄດ້ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ພາຍໃຕ້ອົງປະກອບ “ການເພີ່ມທະວີການເຊື່ອມຈອດອາຊຽນ” ໂດຍໄດ້ກໍານົດ 4 ຂົງເຂດບຸລິມະສິດ ຄື: ການເຊື່ອມໂຍງ ແລະ ການເຊື່ອມຈອດທາງດ້ານເສດຖະກິດ; ການສ້າງອະນາຄົດແບບມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ; ການຫັນປ່ຽນເພື່ອກ້າວໄປສູ່ດີຈີຕອນໃນອະນາຄົດ ແລະ ວັດທະນະທຳ-ສິລະປະ, ສົ່ງເສີມບົດບາດຂອງວັດທະນະທຳ-ສິລະປະອາຊຽນ ເພື່ອຄວາມກວມລວມ ແລະ ຍືນຍົງ. ສຳລັບອົງປະກອບ “ເພີ່ມທະວີຄວາມເຂັ້ມແຂງອາຊຽນ” ໄດ້ກໍານົດ 5 ຂົງເຂດບຸລິມະສິດ ຄື: ການສ້າງແຜນຍຸດທະສາດເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045; ເພີ່ມທະວີຄວາມເປັນແກນກາງ ຂອງອາຊຽນ; ສົ່ງເສີມການຮ່ວມມືທາງດ້ານສິ່ງແວດລ້ອມ ກໍຄືສ້າງຄວາມເຂັ້ມແຂງຕໍ່ການປ່ຽນແປງດິນຟ້າອາກາດ; ແມ່ຍິງ ແລະ ເດັກນ້ອຍ “ສົ່ງເສີມບົດບາດຂອງແມ່ຍິງ ແລະ ເດັກນ້ອຍ ເພື່ອກ້າວໄປສູ່ການຫັນປ່ຽນການປະພຶດຢ່າງເປັນລະບົບໃນອາຊຽນ” ແລະ ສາທາລະນະສຸກ “ສ້າງຄວາມເຂັ້ມແຂງທາງດ້ານສາທາລະນະສຸກຂອງອາຊຽນໃນສະພາບການໃໝ່”. ນອກຈາກນີ້, ຍັງມີແຜນສະເໜີ ອອກຖະແຫຼງງການຈຳນວນໜຶ່ງຕື່ມອີກ ເປັນຕົ້ນໃນວຽກງານສົ່ງເສີມ ແລະ ປົກປ້ອງແຮງງານເຄື່ອນຍ້າຍ ແລະ ອື່ນໆ. ສຳລັບການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມວັດທະນະທຳ-ສັງຄົມອາຊຽນ 2025 ມາຮອດປັດຈຸບັນແຜນແມ່ບົດດັ່ງກ່າວ, ປະຕິບັດໄດ້ 97% ຊຶ່ງກອງປະຊຸມໄດ້ຮຽກຮ້ອງໃຫ້ພາກສ່ວນຕ່າງໆຂອງເສົາຄ້ຳວັດທະນະທຳ-ສັງຄົມອາຊຽນ ຂຸ້ນຂ້ຽວໃນການຈັດຕັ້ງປະຕິບັດແຜນວຽກພາຍໃຕ້ຄວາມຮັບຜິດຊອບຂອງຕົນ.

ພ້ອມນີ້, ກອງປະຊຸມຍັງໄດ້ຊົມເຊີຍຕໍ່ຜົນສໍາເລັດຂອງການເປີດນຳໃຊ້ລະບົບການຕິດຕາມ ແລະ ປະເມີນຜົນຖານຂໍ້ມູນຂອງເສົາຄໍ້າປະຊາຄົມວັດທະນະທຳ-ສັງຄົມອາຊຽນ (ADME System) ຊຶ່ງເປັນແຫຼ່ງສະໜອງຂໍ້ມູນທີ່ສຳຄັນ ແລະ ເປັນບ່ອນອີງສຳລັບການຄົ້ນຄວ້າວາງນະໂຍບາຍ, ແຜນການ ແລະ ການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມ ຂອງເສົາຄ້ຳວັດທະນະທຳ-ສັງຄົມອາຊຽນ. ສ່ວນຮ່າງແຜນຍຸດທະສາດຫຼັງປີ 2025 ກອງປະຊຸມໄດ້ຮັບຊາບຄວາມຄືບໜ້າ ໃນການຮ່າງແຜນຍຸດທະສາດດັ່ງກ່າວ, ທີ່ກວມເອົາຂົງເຂດວັດທະນະທຳ ແລະ ສິລະປະ, ລັດຖະກອນ, ຖະແຫຼງຂ່າວ, ການສຶກສາ, ການສົ່ງເສີມ ແລະ ປົກປ້ອງສິດທິແມ່ຍິງ ແລະ ເດັກນ້ອຍ, ຊາວໜຸ່ມ, ສະຫວັດດີການສັງຄົມ ແລະ ການພັດທະນາ, ກິລາ, ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ສິ່ງແວດລ້ອມ, ການຄຸ້ມຄອງໄພພິບັດ, ແຮງງານ ແລະ ສາທາລະນະສຸກ.

ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍຕໍ່ການປະກອບສ່ວນອັນສຳຄັນຂອງບັນດາຂະແໜງການທີ່ໄດ້ເຂົ້າຮ່ວມກອງປະຊຸມຊ້ອງໜ້າ ລະຫວ່າງ ລັດຖະມົນຕີປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ແລະ ປະທານລັດຖະມົນຕີ ຂະແໜງການໃນເສົາຄ້ຳວັດທະນະທໍາ-ສັງຄົມອາຊຽນ ທີ່ ສປປ ລາວ ເປັນປະທານ ເພື່ອແລກປ່ຽນທັດສະນະກ່ຽວກັບວິໄສທັດປະຊາຄົມອາຊຽນ 2045 ແລະ ໄດ້ຍົກໃຫ້ເຫັນເຖິງຄວາມຈໍາເປັນຂອງການປະສານງານລະຫວ່າງຂະແໜງການ ແລະ ເສົາຄໍ້າ.

ກອງປະຊຸມໄດ້ຮັບຊາບທັດສະນະ ແລະ ຂໍ້ສະເໜີຂອງບັນດາລັດຖະມົນຕີ ແລະ ຜູ້ຕາງໜ້າ ຂອງຂະແໜງການໃນເສົາຄ້ຳວັດທະນະທໍາ-ສັງຄົມອາຊຽນ ທີ່ ສປປ ລາວ ເປັນປະທານ ກ່ຽວກັບການພັດທະນາແຜນຍຸດທະສາດປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຫຼັງປີ 2025. ພ້ອມທັງໄດ້ຮຽກຮ້ອງໃຫ້ຂະແໜງການຕ່າງໆ ມີສ່ວນຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເພື່ອຮ່າງແຜນຍຸດທະສາດປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຫຼັງປີ 2025 ໃຫ້ສໍາເລັດຕາມຄາດໝາຍ.

ພ້ອມນີ້, ຍັງໄດ້ເປັນເອກະພາບຮັບຮອງ ຖະແຫຼງການວັງວຽງ ວ່າດ້ວຍການສົ່ງເສີມຜະລິດຕະພັນວັດທະນະທຳຂະໜາດນ້ອຍ ແລະ ກາງ ຄຽງຄູ່ກັບການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ (ທີ່ສະເໜີໂດຍ ສປປ ລາວ) ເພື່ອສະເໜີຜູ້ນຳອາຊຽນ ຮັບຮອງໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ຊຶ່ງເປັນການເນັ້ນຢໍ້າໃຫ້ເຫັນຄວາມສໍາຄັນໃນການສົ່ງເສີມບົດບາດວັດທະນະທຳ ແລະ ສິລະປະໃນອາຊຽນແບບກວມລວມ, ຍືນຍົງ ແລະ ວິສາຫະກິດວັດທະນະທຳຂະໜາດນ້ອຍ-ກາງ ອັນເປັນພື້ນຖານທີ່ສຳຄັນ ເພື່ອເສີມຂະຫຍາຍຫົວຄິດປະດິດສ້າງ, ແນວຄິດສ້າງສັນ ໃນການຊຸກຍູ້ສົ່ງເສີມວັດທະນະທຳຂອງທ້ອງຖິ່ນ ແລະ ຜະລິດຕະພັນຂອງເຂົາເຈົ້າ ແລະ ໄດ້ເຫັນດີຮັບຮອງຂອບວຽກ ວ່າດ້ວຍລະບົບການປະສານງານພາຍໃຕ້ພາວະສຸກເສີນສາທາລະນະສຸກອາຊຽນ ຊຶ່ງຂອບວຽກດັ່ງກ່າວ, ເນັ້ນຢໍ້າຄືນຄວາມ ໝາຍໝັ້ນຂອງອາຊຽນໃນການສ້າງຕັ້ງກົນໄກການປະສານງານທີ່ມີປະສິດທິພາບ ສຳລັບພາວະສຸກເສີນດ້ານສາທາລະນະສຸກ.

ກອງປະຊຸມ ຮັບຮູ້ບົດບາດອັນສຳຄັນຂອງສື່ມວນຊົນໃນການເພີ່ມທະວີການປູກຈິດສຳນຶກ, ສົ່ງເສີມເອກະລັກອາຊຽນ ແລະ ຮັບປະກັນການເຜີຍແຜ່ຂໍ້ມູນຂ່າວສານທີ່ເປັນຄວາມຈິງ ແລະ ເຊື່ອຖືໄດ້ ແລະ ໄດ້ຊົມເຊີຍບັນດາຄວາມພະຍາຍາມຂອງບັນດາຂະແໜງການຂອງປະຊາຄົມວັດທະນະທຳ-ສັງຄົມອາຊຽນ ໃນການເພີ່ມທະວີການຄຸ້ມຄອງວຽກງານຖະແຫຼງຂ່າວ ແລະ ສື່ມວນຊົນຂອງລັດໃນອາຊຽນ, ພ້ອມທັງມີແຜນສະເໜີຜູ້ນຳອາຊຽນ ຮັບຊາບຄູ່ມືແນະນຳ ວ່າດ້ວຍ ການບໍລິຫານຄຸ້ມຄອງຂໍ້ມູນຂ່າວສານຂອງລັດຖະບານ ໃນການຕ້ານຂ່າວທີ່ບໍ່ມີມູນຄວາມຈິງ ແລະ ຂໍ້ມູນບິດເບືອນ ໃນວຽກງານສື່ມວນຊົນ.

ກອງປະຊຸມ ໄດ້ຮັບຮູ້ເຖິງຄວາມສໍາຄັນໃນການຍົກລະດັບລະບົບການຄຸ້ມຄອງບໍລິຫານຄວາມສ່ຽງທາງດ້ານໄພພິບັດ ໂດຍສະເພາະການຄາດຄະເນ, ການກະກຽມລ່ວງໜ້າ ແລະ ໄດ້ຮັບຮອງເອົາບົດລາຍງານການປະເມີນຄວາມສ່ຽງໄພພິບັດຂ້າມຊາຍແດນ, ການວາງແຜນການຮັບມືກັບພາຍຸໄຊໂຄລນເຂດຮ້ອນ ແລະ ໄພແຫ້ງແລ້ງໃນພາກພື້ນອາຊຽນ ຊຶ່ງມີບັນດາຂໍ້ສະເໜີຕໍ່ປະເທດສະມາຊິກອາຊຽນ ໃນການເພີ່ມທະວີຄຸ້ມຄອງຄວາມສ່ຽງທາງດ້ານໄພພິບັດ ແລະ ການເຊື່ອມສານວຽກງານຄຸ້ມຄອງໄພພິບັດ, ພາວະສຸກເສີນດ້ານສາທາລະນະສຸກອາຊຽນ ໂດຍເນັ້ນໃຫ້ເຫັນເຖິງວິທີການຮັບມືກັບໄພອັນຕະລາຍຫຼາຍດ້ານ ແລະ ຍົກໃຫ້ເຫັນເຖິງຄວາມສຳຄັນໃນການໝູນໃຊ້ທຸກຄວາມສາມາດ ໃນວຽກງານການຄຸ້ມຄອງຄວາມສ່ຽງໄພທາງດ້ານໄພພິບັດ ເພື່ອແກ້ໄຂເຫດການພາວະສຸກເສີນ ດ້ານສາທາລະນະສຸກຢ່າງມີປະສິດທິພາບ ຊຶ່ງເອກະສານດັ່ງກ່າວ, ແມ່ນຈະນຳສະເໜີຜູ້ນຳອາຊຽນຮັບຊາບ.

ພ້ອມກັນນີ້, ກອງປະຊຸມມີແຜນສະເໜີຜູ້ນຳອາຊຽນຮັບຊາບ ບົດສຶກສາຄົ້ນຄວ້າ ອາຊຽນ-ອີເຣຍ ກ່ຽວກັບ ການສົ່ງເສີມ ແລະ ປົກປັກຮັກສາກິລາພື້ນເມືອງໃນອາຊຽນ ກໍຄື ສິ່ງທ້າທ້າຍ, ກາລະໂອກາດ ແລະ ຍຸດທະສາດ ທີ່ເນັ້ນຢໍ້າເຖິງຄວາມສຳຄັນບົດບາດຂອງກິລາພື້ນເມືອງ ໃນການຊຸກຍູ້ຄວາມຫຼາກຫຼາຍທາງດ້ານວັດທະນະທຳ ແລະ ສະແດງໃຫ້ເຫັນເຖິງຄວາມສຳຄັນຂອງຄວາມພະຍາຍາມຮ່ວມກັນ ເພື່ອປົກປັກຮັກສາມໍລະດົກວັດທະນະທຳ ຮີດຄອງປະເພນີຂອງອາຊຽນ.

ກອງປະຊຸມ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ການກະກຽມຂອງ ຕີມໍເລັດສະເຕ ໃນການເຂົ້າເປັນສະມາຊິກສົມບູນຂອງອາຊຽນ ແລະ ຍ້ອງຍໍຊົມເຊີຍຄວາມເອົາໃຈໃສ່ໃນການປະຕິບັດໂຄງການແລກປ່ຽນຍົກລະດັບຊັບພະຍາກອນມະນຸດອາຊຽນໃຫ້ແກ່ ຕີມໍເລັດສະເຕ ຊຶ່ງກວມເອົາ 3 ເສົ້າຄໍ້າປະຊາຄົມອາຊຽນ. ພ້ອມທັງ ສະແດງຄວາມຊົມເຊີຍ ຕໍ່ການປະກອບສ່ວນຂອງເສົາຄ້ຳວັດທະນະທຳ-ສັງຄົມອາຊຽນ ຕໍ່ກັບໂຄງການດັ່ງກ່າວ ໄດ້ດຳເນີນມາແຕ່ເດືອນມັງກອນ ເຖິງ ເດືອນມີນາ 2024, ມັນໄດ້ເສີມສ້າງຂີດຄວາມສາມາດໃຫ້ແກ່ ຕີມໍເລັດສະເຕ ໃນການປະຕິບັດວຽກງານຂອງປະຊາຄົມວັດທະນະທຳ-ສັງຄົມອາຊຽນ ແລະ ບັນດາບຸລິມະສິດຂະແໜງການ, ຄວາມຮັບຜິດຊອບອື່ນໆ, ລວມທັງການກະກຽມສຳລັບການເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມອາຊຽນ.

ຂ່າວ-ພາບ: ຍຸພິນທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments