Saturday, July 27, 2024
Homeຂ່າວຕ່າງປະເທດ2 ເດືອນຕົ້ນປີ ກຳປູເຈຍຕ້ອນຮັບນັກທ່ອງທ່ຽວເກືອບ 1 ລ້ານຄົນ

2 ເດືອນຕົ້ນປີ ກຳປູເຈຍຕ້ອນຮັບນັກທ່ອງທ່ຽວເກືອບ 1 ລ້ານຄົນ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ກະຊວງການທ່ອງທ່ຽວກຳປູເຈຍໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ສະຖິຕິການມາຢ້ຽມຢາມຂອງນັກທ່ອງທ່ຽວຕ່າງປະເທດໃນໄລຍະ 2 ເດືອນທຳອິດຂອງປີນີ້ ຫຼື ໃນລະຫວ່າງເດືອນມັງກອນ-ກຸມພາ ທີ່ຜ່ານມາ ມີຈຳນວນນັກທ່ອງທ່ຽວເດີນທາງເຂົ້າປະເທດ ທັງໝົດມີ 988.574 ຄົນ ເພີ່ມຂຶ້ນ 18% ຈາກສະຖິຕິ 837.446 ຄົນ ເມື່ອທຽບກັບສະຖິິຕິໃນໄລຍະເວລາດຽວກັນຂອງປີຜ່ານມາ. ທັງນີ້, ກຳປູເຈຍຕ້ອນຮັບນັກທ່ອງທ່ຽວຈາກໄທຫຼາຍທີ່ສຸດໃນຕະຫຼອດໄລຍະເວລາດັ່ງກ່າວຄື 247.530 ຄົນ ຫຼຸດລົງ 10% ຮອງລົງມາແມ່ນຫວຽດນາມ ຈຳນວນ 185.385 ຄົນ ແລະ ຈີນ 109.990 ຄົນ ເພີ່ມຂຶ້ນ 41% ແລະ 38,5% ຕາມລຳດັບ. ທ່ານ ຮຸນມາເນັດ ນາຍົກລັດຖະມົນຕີກຳປູເຈຍກ່າວວ່າ: ກຳປູເຈຍມີລາຍໄດ້ຈາກການທ່ອງທ່ຽວ 3.080 ລ້ານໂດລາ ແລະ ຈາກການຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 5,45 ລ້ານຄົນ ໃນປີຜ່ານມາ ແຕ່ຍັງນ້ອຍກວ່າສະຖິຕິກ່ອນເກີດການແຜ່ລະບາດຂອງພະບາດໂຄວິດ-19 ຊຶ່ງເຄີຍມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມປະເທດສູງເຖິງ 6,6 ລ້ານຄົນ ແລະ ສາມາດສ້າງລາຍໄດ້ເຂົ້າປະເທດປະມານ 4.920 ລ້ານໂດລາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments