Saturday, July 27, 2024
Homeຂ່າວຕ່າງປະເທດຈີນ ສຳເລັດການເກັບຊື້ທັນຍາຫານໃນລະດູໃບໄມ້ຫຼົ່ນ ປີ 2023 ຫຼາຍກວ່າ 80%

ຈີນ ສຳເລັດການເກັບຊື້ທັນຍາຫານໃນລະດູໃບໄມ້ຫຼົ່ນ ປີ 2023 ຫຼາຍກວ່າ 80%

ຂ່າວສານຊີອາໄອລາຍງານ ໃນວັນທີ 24 ມີນາ ຜ່ານມາ, ອົງການທັນຍາຫານ ແລະ ຄັງສຳຮອງແຫ່ງຊາດຈີນເປີດເຜີຍໃນວັນທີ 22 ມີນາ ຜ່ານມາ ໃຫ້ຮູ້ວ່າ: ນັບມາຮອດປັດຈຸບັນ, ວຽກງານເກັບຊື້ທັນຍາຫານໃນລະດູໃບໄມ້ຫຼົ່ນປີ 2023 ຂອງທົ່ວປະເທດໄດ້ສຳເລັດຫຼາຍກວ່າ 80% ແລ້ວ, ປະລິມານການເກັບຊື້ທັນຍາຫານມີຫຼາຍກວ່າ 170 ລ້ານໂຕນ.

ອີງຕາມການຈັດວາງວຽກງານຂອງອົງການທັນຍາຫານ ແລະ ຄັງສຳຮອງແຫ່ງຊາດຈີນສະແດງໃຫ້ເຫັນວ່າ, ປີ 2023 ຄັງສຳຮອງທັນຍາຫານຢູ່ 30 ແຂວງ ແລະ ເຂດແຄ້ວນຂອງຈີນໄດ້ຈຳໜ່າຍເກັບຊື້ຜ່ານເວທີຊື້-ຂາຍທັນຍາຫານແຫ່ງຊາດຫຼາຍກວ່າ 40 ລ້ານໂຕນ, ເພີ່ມຂຶ້ນເກືອບ 3 ລ້ານໂຕນ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ທຽບໃສ່ປີ 2021 ເພີ່ມຂຶ້ນ 84%, ລະດັບຕິດຕາມ ແລະ ຄຸ້ມຄອງການຈັດຊື້ ແລະ ຈຳໜ່າຍທັນຍາຫານຢູ່ຄັງສຳຮອງຂອງທ້ອງຖິ່ນໄດ້ເພີ່ມສູງຂຶ້ນຢ່າງບໍ່ຢຸດຢັ້ງ.

ປັດຈຸບັນ, ອົງການທັນຍາຫານ ແລະ ຄັງສຳຮອງແຫ່ງຊາດຈີນພວມຊີ້ນຳຊາວກະສິກອນຂາຍທັນຍາຫານໃຫ້ແກ່ລັດຖະບານຢ່າງເປັນລະບຽບຮຽບຮ້ອຍ. ຄາດວ່າວຽກງານເກັບຊື້ທັນຍາຫານໃນລະດູໃບໄມ້ຫຼຸົ່ນປີ 2023 ຈະສຳເລັດໃນທ້າຍເດືອນເມສາໜ້ານີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments