Saturday, July 27, 2024
Homeຂ່າວຕ່າງປະເທດຜູ້ນຳຣັດເຊຍ ປະກາດ ວັນທີ 24 ມີນາ ເປັນວັນໄວ້ທຸກທົ່ວປະເທດ

ຜູ້ນຳຣັດເຊຍ ປະກາດ ວັນທີ 24 ມີນາ ເປັນວັນໄວ້ທຸກທົ່ວປະເທດ

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ທ່ານ ວາລະດີເມຍ ປູຕິນ (Vladimir Putin) ປະທານາທິບໍດີຣັດເຊຍ ປະກາດວ່າ: ວັນທີ 24 ມີນາ ເປັນວັນໄວ້ທຸກທົ່ວປະເທດ ເພື່ອໄວ້ອາໄລຫາບັນດາຜູ້ປະສົບເຄາະຮ້າຍໃນເຫດກໍ່ການຮ້າຍທີ່ນອງເລືອດ ຄັ້ງນີ້ພາຍຫລັງເຫດບຸກໂຈມຕີຢູ່ໂຮງລະຄອນ Crocus City Hall ທີ່ນະຄອນຫລວງມົດສະກູ ເຮັດໃຫ້ມີຜູ້ເສຍຊີວິດ ເພີ່ມຂຶ້ນເຖິງ 133 ຄົນ. ທ່ານນາງ ມາລາຍ ຊາກາໂຣວາ (Maria Zakharova) ໂຄສົກຂອງກະຊວງການຕ່າງປະເທດ ຣັດເຊຍ ໃຫ້ຮູ້ວ່າ: ບັນດາອົງການພິເສດ ແລະ ປະຕິບັດກົດໝາຍຂອງຣັດເຊຍ ພວມສືບສວນເຫດບຸກໂຈມຕີ ແລະ ບັນດາ ກໍ່ໃຫ້ເກີດໂທດກຳນີ້ຈະຕ້ອງຖືກປັບໄໝລົງໂທດຕາມກົດໝາຍ. ຂະນະທີ່ຣັດເຊຍ ສະໜັບສະໜູນທຸກຄວາມມານະ ພະຍາຍາມເພື່ອຕ້ານຄືນລັດທິກໍ່ການຮ້າຍສາກົນ ແລະ ກ່າວປະນາມການກະທຳນີ້ ພາຍໃຕ້ທຸກຮູບການ ແລະ ການສະແດງ ກໍ່ຄື ບໍ່ວ່າສະຖານທີ່ໃດໆ ທີ່ມີການກໍ່ການຮ້າຍ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments