Monday, April 29, 2024
Homeບຸນປະເພນີຊຽງຮ່ອນ ຈັດບຸນນະມັດສະການພະທາດຊຽງລົມ ຕິດພັນກັບເປີດປີທ່ອງທ່ຽວລາວ 2024

ຊຽງຮ່ອນ ຈັດບຸນນະມັດສະການພະທາດຊຽງລົມ ຕິດພັນກັບເປີດປີທ່ອງທ່ຽວລາວ 2024

ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ບຸນນະມັດສະການພະທາດຊຽງລົມ ຕິດພັນກັບການເປີດປີທ່ອງທ່ຽວລາວ ປະຈໍາປີ 2024 ຂອງເມືອງຊຽງຮ່ອນ ຈັດຂຶ້ນຢ່າງເປັນທາງການໃນວັນທີ 24 ມີນາ 2024 ຜ່ານມາ ໂດຍມີ, ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງໄຊຍະບູລີ, ມີທ່ານ ແສງອາທິດ ລາວເບຼຍຢາທໍ່ ວ່າການເຈົ້າ ເມືອງຊຽງຮ່ອນ, ມີການນໍາຂອງແຂວງ, ເມືອງ, ພ້ອມດ້ວຍປະຊາຊົນບັນດາເຜົ່າ ແລະ ພຸດທະສາສະນິກະຊົນພາຍໃນເມືອງ ເຂົ້າຮ່ວມຢ່າງຄຶກຄື້ນ ເຊິ່ງພິທີໄດ້ມີການເຕົ້າໂຮມກ້ອນກໍາລັງພາຍໃນເມືອງ, ກ້ອນກໍາລັງຊາວໜຸ່ມ-ເຍົາວະຊົນ ແລະ ຊົມການສະ ແດງສິລະປະວັນນະຄະດີ

ທ່ານ ແສງອາທິດ ລາວເບຼຍຢາທໍ່ ໄດ້ມີຄຳເຫັນໃນພິທີວ່າ: ຈຸດປະສົງ ຂອງການເປີດປີທ່ອງທ່ຽວຕິດພັນກັບບຸນນະມັດສະ ການພະທາດຊຽງລົມ ຂອງເມືອງຊຽງຮ່ອນ ກໍເພື່ອເປັນການໂຄສະນາເຜີຍແຜ່ສະຖານທີ່ທ່ອງທ່ຽວຕິດພັນກັບຮີດຄອງປະເພນີອັນດີງາມ ຕະຫລອດເຖິງວິຖີການດຳລົງຊີວິດຂອງລາວ ໂດຍສະເພາະ ແມ່ນຂອງ ເມືອງຊຽງຮ່ອນ ໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ຂໍ້ມູນຂ່າວສານແຫລ່ງທ່ອງທ່ຽວ ລວມເຖິງສະຖານທີ່ພັກແຮມ, ຮ້ານອາຫານ ເພື່ອດຶງດູດເອົານັກທ່ອງທ່ຽວທີ່ໄດ້ເຂົ້າທ່ຽວຊົມເມືອງຊຽງຮ່ອນ ໃຫ້ນັບມື້ຫລາຍຂຶ້ນ.

ເມືອງຊຽງຮ່ອນ ມີແຫລ່ງທ່ອງທ່ຽວທັງໝົດ 14 ແຫ່ງ. ໃນນັ້ນ, ແຫລ່ງທ່ອງທ່ຽວດ້ານວັດທະນະທຳ 3 ແຫ່ງ, ແຫລ່ງທ່ອງທ່ຽວທາງດ້ານປະຫວັດສາດ 2 ແຫ່ງ ແລະ ແຫລ່ງທ່ອງທ່ຽວທາງດ້ານທຳມະຊາດ 9 ແຫ່ງ. ໃນໂອກາດດຽວກັນ, ກໍໄດ້ປະກາດຮັບຮອງ ບ້ານພູລ້ານ ແລະ ບ້ານມົກສະຕຸ ເປັນບ້ານວັດທະນະທໍາໃໝ່ ບ້ານທີ 34 ແລະ 35. ຂອງເມືອງ ຕື່ມອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments