Tuesday, May 14, 2024
Homeຂ່າວພາຍໃນສ້າງຄວາມເຂົ້າໃຈກ່ຽວກັບມົນລະພິດທາງອາກາດໃຫ້ສື່ມວນຊົນ

ສ້າງຄວາມເຂົ້າໃຈກ່ຽວກັບມົນລະພິດທາງອາກາດໃຫ້ສື່ມວນຊົນ

ກະຊວງສາທາລະນະສຸກ ຮ່ວມກັບ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ(ກຊສ) ຈັດກອງປະຊຸມເຜີຍແຜ່ຂໍ້ມູນ ກ່ຽວກັບມົນລະພິດທາງອາກາດ ໃຫ້ສື່ມວນຊົນ ໃນວັນທີ 22 ມີນາ 2024 ຜ່ານມາ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບຜົນຮ້າຍຂອງມົນລະພິດ ທີ່ເປັນໄພມືດຕໍ່ສຸຂະພາບ, ສິ່ງແວ້ດລ້ອມ, ການປ່ຽນແປງດິນຟ້າອາກາດ ແນໃສ່ເຮັດໃຫ້ຂໍ້ມູນດັ່ງກ່າວ ໄດ້ຖືກເຜີຍແຜ່ໃຫ້ສັງຄົມຮັບຮູ້ຢ່າງກວ້າງຂວາງ.

ທ່ານ ວິສິດ ຄຳລືຊາ ຫົວໜ້າສູນສະຕິຖິ ແລະ ຂ່າວສານສາທາລະນະສຸກ ກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ, ມົນລະພິດທາງອາກາດ ໄດ້ສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນຈຳນວນບໍ່ໜ້ອຍ, ໃນແຕ່ລະປີ ລະຫວ່າງເດືອນມີນາ ຫາ ເດືອນເມສາ ສປປ ລາວ ຈະພົບມົນລະພິດຂໜາດນ້ອຍຈຳນວນຫລາຍ (PM2.5) ເນື່ອງຈາກເປັນໄລຍະທີ່ພໍ່ແມ່ປະຊາຊົນ ຈູບປ່າ ເພື່ອຜະລິດກະສິກຳ, ທັງເປັນຊ່ວງລະດູແລ່ງ ຈຶ່ງເຮັດໃຫ້ເກີດມົນລະພິດຫລາຍຂຶ້ນເລື້ອຍໆ, ຄາດວ່າມົນລະພິດດັ່ງກ່າວ ຈະສົ່ງຜົນກະທົບຕໍ່ສຸຂະພາບ ໂດຍສະເພາະ ບຸກຄົນທີ່ມີຄວາມສ່ຽງຄື: ເດັກນ້ອຍ, ຜູ້ອາຍຸສູງ, ແມ່ຍິງຖືພາ ແລະ ຜູ້ທີ່ມີພະຍາດລະບົບຫາຍໃຈ(ພະຍາດຫືດ), ຄົນທີ່ມີພະຍາດປະຈຳຕົວ ຈໍາເປັນຕ້ອງໄດ້ລະມັດລະ ວັງເປັນພິເສດ. ສະນັ້ນ ຮຽກຮ້ອງໃຫ້ປະຊາຊົນລາວທຸກຄົນ ຮ່ວມກັນປະຕິບັດມາດຕະການຫລຸດຜ່ອນຄວາມສ່ຽງ ໂດຍການໃສ່ຜ້າອັດປາກ-ດັງ ຍີ່ຫໍ້ສະເພາະປ້ອງກັນຝຸ່ນ PM2.5 ເທົ່ານັ້ນ ເນື່ອງຈາກຜ້າປິດປາກ-ດັງທົ່ວໄປ ແມ່ນບໍ່ສາມາດປ້ອງກັນຝຸ່ນທີ່ມາດຂະໜາດນ້ອຍໄດ້.

ໃນໂອກາດນີ້, ທ່ານ ວັນນະ ພັນພົງສາ ຮອງຫົວໜ້າຫ້ອງທົດລອງສິ່ງແວດລ້ອມ ໄດ້ຝາກເຖິງ ທົ່ວສັງຄົມ ໃຫ້ຫລຸດຜ່ອນການປ່ອຍມົນລະພິດທາງອາກາດ ໂດຍສະເພາະ ກະສິກອນ ຕ້ອງຫລຸດຜ່ອນການເຜົາໄໝ້ຈາກການເຮັດກະສິກຳ, ສຳລັບຜູ້ທີ່ອາໄສຢູ່ໃນຕົວເມືອງ ຕ້ອງຢຸດການຈູດຂີ້ເຫຍື້ອໃນຄົວເຮືອນ ແລະ ຫົວໜ່ວຍທຸລະກິດ ຕ້ອງຫລຸດຜ່ອນສິ່ງເສດເຫລືອ ນຳໃຊ້ວັດສະດຸທີ່ສາມາດນຳໃຊ້ຄືນ, ໝູນໃຊ້ ແລະ ຫັນມາໃຊ້ຝຸ່ນບົ່ມ ໂດຍການນໍາໃຊ້ຂີ້ເຫຍື້ອທີ່ສາມາດເຮັດຝຸ່ນໄດ້. ໃນນັ້ນ, ການຫລຸດ ຜ່ອນການປ່ອຍມົນລະພິດ ເປັນບາດກ້າວທີ່ສໍາຄັນທີ່ສຸດເພື່ອຮັກສາສຸຂະພາບຂອງຄົນ, ສິ່ງແວດລ້ອມ ແລະ ແກ້ໄຂການປ່ຽນແປງດິນຟ້າອາກາດ. ສິ່ງທີ່ສຳຄັນປະຊາຊົນຕ້ອງມີຄວາມເຂົ້າໃຈ ແລະ ຕິດຕາມລະດັບມົນລະພິດທາງອາກາດ ໃນພື້ນທີ່ທີ່ຕົນອາໄສຢູ່, ຕິດຕາມເວັບໄຊຂອງກະຊວງຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ (www.aqm-monre.gov.la) ເພື່ອກວດເບິ່ງຂໍ້ມູນ ກ່ຽວກັບມົນລະພິດທາງອາກາດ, ແຫລ່ງທີ່ມາຂອງມົນລະພິດດັ່ງກ່າວ ແລະ ມາດຕະການໃນການຄວບຄຸມຕ່າງໆ ແລະ ບອກຕໍ່ໃຫ້ໝູ່ເພື່ອນ ແລະ ຄອບຄົວຮູ້ນຳ. ເຊິ່ງແຫລ່ງຂໍ້ມູນທີ່ເປັນທາງການຈະເປັນແຫລ່ງທີ່ໃຫ້ຂໍ້ມູນທີ່ຖືກຕ້ອງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments